ກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ


ໃນປັດຈຸບັນສັດໂລກ ກຳລັງມີກົດໝາຍການຄຸ້ມຄອງ ແຕ່ລະປະເທດລ້ວນແຕ່ມີກົດໝາຍທີ່ແຕກຕ່າງກັນ ເພື່ອເປັນການອະນຸລັກສັດນໍ້າ ແລະ ສັດປ່າ ໃຫ້ຄົງຢູ່ກັບທຳມະຊາດຕໍ່ໄປ ເຊັ່ນດຽວກັບປະເທດລາວເຮົາ ກໍມີສັດຫຼາຍປະເພດ ທີ່ຫວງຫ້າມ ແລະ ມີກົດໝາຍຫ້າມເຊັ່ນດຽວກັນ. ໃນນີ້ເຮົາຈະມານຳສະເໜີກ່ຽວກັບກົດໝາຍການຄຸ້ມຄອງສັດນໍ້າ ແລະ ສັດປ່າ ໃນລາວເຮົາບາງມາດຕາ ທີ່ໜ້າສົນໃຈ ເຊິ່ງມີຄືດັ່ງນີ້:

ກົດໝາຍ: ວ່າດ້ວຍ ສັດນ້ຳ ແລະ ສັດປ່າ

ມາດຕາ 23. ຂຶ້ນທະບຽນ ແລະ ການແຈ້ງບັນຊີ ສັດນ້ຳ ແລະ ສັດປ່າ

      ສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມ ແລະ ປະເພດຄຸ້ມຄອງ ທີ່ມີນຳມາລ້ຽງ ໃຫ້ປະຕິບັດດັ່ງນີ້:

  1. ສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງ ເພື່ອເປັນທຸລະກິດ ຕ້ອງໄດ້ຂຶ້ນທະບຽນ ນຳຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທສະບານ ແລ້ວໃຫ້ລາຍງານຕໍ່ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນ.
  2. ສັດນ້ຳ ແລະ ສັດປ່າ ທີ່ນຳມາລ້ຽງ ບໍ່ເປັນທຸລະກິດ ແມ່ນບໍ່ໃຫ້ຂຶ້ນທະບຽນ ແຕ່ຕ້ອງໄດ້ແຈ້ງບັນຊີ ນຳໜ່ວຍງານປ່າໄມ້ບ້ານ ແລ້ວໃຫ້ລາຍງານຕໍ່ຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງ, ເທສະບານ.

ມາດຕາ 4. ກຳມະສິດ ກ່ຽວກັບສັດນ້ຳ ແລະ ສັດປ່າ

ສັດນ້ຳ ແລະ ສັດປ່າ ທຳມະຊາດ ທີ່ຢູ່ໃນດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຳມະສິດ ຂອງວົງຄະນະຍາດແຫ່ງຊາດ ເຊິ່ງລັດເປັນຜູ້ຄຸ້ມຄອງ ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

ສັດນ້ຳ ແລະ ສັດປ່າ ທີ່ບຸກຄົນ ແລະ ການຈັດຕັ້ງ ໄດ້ນຳມາລ້ຽງ ແລະ ຂະຫຍາຍພັນດ້ວຍເຫື່ອແຮງ ຫຼື ທຶນຮອນຂອງຕົນ ແມ່ນເປັນກຳມະສິດ ຂອງບຸກຄົນ ແລະ ການຈັດຕັ້ງນັ້ນ ຕາມລະບຽບກົດໝາຍ.   

ມາດຕາ 71. ມາດຕະການທາງອາຍາ

      ການກະທຳຜິດທາງອາຍາ ກ່ຽວກັບ ສັດນ້ຳ ແລະ ສັດປ່າ ມີກໍລະນີດັ່ງນີ້:

  1. ຫາ ສັດນ້ຳ ແລະ ລ່າ ສັດປ່າ ຕາມທຳມະຊາດ ປະເພດຫວງຫ້າມທີ່ຫາຍາກ ແລະ ໃກ້ສູນພັນ ເຊັ່ນ: ປ່າຂ່າ, ຊ້າງ, ເສືອໂຄ່ງ, ແຮດ, ເສົາຫລາ, ໝີ, ເມີຍ ແລະ ງົວບາ.
  2.  ນຳໃຊ້ເຄື່ອງມື ຫຼື ວິທີການ ຫາປາ ແລະ ລ່າສັດ ທີ່ມີລັກສະນະດັບສູນ
  3. ບຸກລຸກທຳລາຍຖິ່ນທີ່ຢູ່ອາໄສ ແລະ ແຫຼ່ງອາຫານຂອງສັດນ້ຳ ແລະ ສັດປ່າ.
  4. ລັກເອົາສັດນ້ຳ ແລະ ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ ແລະ ອະໄວຍະວະຕ່າງໆຂອງສັດ ເພື່ອຄ້າຂາຍ ຫຼື ມີໄວ້ຄອບຄອງ.
  5. ນຳເຂົ້າ, ສົ່ງອອກຄືນ, ນຳຜ່ານ ແລະ ເຄື່ອນຍ້ານ ສັດນ້ຳ ແລະ ສັດປ່າ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
  6. ໃຫ້ ແລະ ຮັບສິນບົນ, ປອມແປງເອກະສານ ແລະ ຕາປະທັບ.

ຜູ້ກະທຳຜິດ ຈະຖືກ ຫຼື ດຳເນີນຄະດີອາຍາ ແລະ ຈະຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນ ຫາ 5 ປີ ຕາມແຕ່ກໍລະນີ ເບົາ ຫຼື ໜັກ ແລະ ປັບໃໝ ຕາມມາດຕາ 70 ຂອງກົດໝາຍສະບັບນີ້ ລວມທັງການໃຊ້ແທນຄ່າເສຍຫາຍທາງແພ່ງ.

ຂໍ້ມູນຈາກ: ແອັບ LaoLaw (ເປັນແອັບກົດໝາຍ ທີ່ທັນສະໄໝຂອງລັດ)
ມາດຕາ. 23 ໜ້າທີ 9
ພາກທີ III ກິດຈະການ, ການປົກປັກຮັກສາ ແລະ ການພັດທະນາ ສັດນ້ຳ ແລະ ສັດປ່າ
ໝວດທີ 1: ກິດຈະການ ສັດນ້ຳ ແລະ ສັດປ່າ.

ມາດຕາ 71. ໜ້າທີ 26
ພາກທີ VIII ນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ມາດຕະການ ຕໍ່ສູ້ລະເມີດ.

ອີງຈາກ ກົດໝາຍວ່າດ້ວຍ ສັດນ້ຳ ແລະ ສັດປ່າ ສະບັບເລກທີ 07/ສພຊ, ລົງວັນທີ 24/12/2007

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/