Apple ອັບເດດ iOS 15.4 beta ທີ່ອະນຸຍາດໃຫ້ຜູ້ໃຊ້ iPhone 12 ຂຶ້ນໄປ ສາມາດສະແກນໜ້າ Face ID ແບບບໍ່ຕ້ອງຖອດໜ້າກາກອະນາໄມ


ເມື່ອວັນທີ 27 ມັງກອນທີ່ຜ່ານມາທາງ Apple ໄດ້ປ່ອຍໃຫ້ມີການອັບເດດ iOS 15.4 ໃຫ້ກັບຜູ້ໃຊ້ iPhone ໄດ້ທົດລອງໃຊ້ແບບເວີຊັ່ນທົດລອງ (beta) ໂດຍໜຶ່ງໃນຈຸດເດັ່ນຂອງການອັບເດດ iOS ໃນຄັ້ງນີ້ກໍຄື ມີຄວາມສາມາດສະແກນໜ້າດ້ວຍ Face ID ແບບບໍ່ຕ້ອງຖອດໜ້າກາກອະນາໄມ ແລະ ບໍ່ຈຳເປັນໃຊ້ໂມງອັດສະລິຍະຄື Apple Watch ອີກຕໍ່ໄປ ແລະ ທີ່ສຳຄັນ ຍັງສາມາດສະແກນໜ້າແບບທີ່ເຮົາໃສ່ແວ່ນຕາໄດ້ອີກດ້ວຍ.

Apple ບອກວ່າຟິເຈີ້ອັບເດດໃໝ່ ໃນ iOS 15.4 ນີ້ທາງລະບົບຈະກວດສອບຄຸນສົມບັດອັນເປັນເອກະລັກບໍລິເວນຮອບດວງຕາຂອງຜູ້ໃຊ້ ແລະຫາກຜູ້ໃຊ້ງານມີຄວາມປະສົງທີ່ຈະໃຊ້ຟີເຈີ້ດັ່ງກ່າວ ພວກເຂົາຈະຕ້ອງລົງທະບຽນໃບໜ້າ Face ID ໃໝ່ອີກຄັ້ງຈາກນັ້ນກໍຈະສາມາດສະແກນປົດລັອກຕົວເຄື່ອງແບບບໍ່ຕ້ອງຖອດໜ້າກາກອີກຕໍ່ໄປແລ້ວ.

ນອກຈາກນີ້ພາຍໃຕ້ຕົວເລືອກ Use Face ID with a Mask ທາງ Apple ຍັງເພີ່ມຕົວເລືອກ Add Glasses ຫຼື ເພີ່ມແວ່ນຕາເຂົ້າມາອີກ ເພື່ອເພີ່ມຄວາມຖືກຕ້ອງໃນການປົດລັອກສຳລັບຜູ້ທີ່ໃຊ້ງານທີ່ທັງໃສ່ແວ່ນຕາແລະໜ້າກາກອະນາໄມ ແຕ່ວ່າ ຫາກຜູ້ໃຊ້ໃສ່ແວ່ນຕາກັນແດດ ຟີເຈີ້ນີ້ແມ່ນຈະຍັງບໍ່ຮອງຮັບເທື່ອ.

ຢ່າງໃດກໍຕາມ Apple ໄດ້ເຕືອນໄວ້ວ່າຟີເຈີ້ສະແກນໃບໜ້າ Face ID ນັ້ນຈະມີຄວາມຖືກຕ້ອງທີ່ສຸດກໍຕໍ່ເມື່ອສະແກນໃບໜ້າແບບໝົດໜ້າ, ອີກທັງຟີເຈີ້ດັ່ງກ່າວ ໃນເບື້ອງຕົ້ນນັ້ນແມ່ນຈະຮອງຮັບພຽງແຕ່ iPhone 12 ແລະ iPhone 13 ເທົ່ານັ້ນ, ສ່ວນ iPhone 11 ແມ່ນຈະບໍ່ຮອງຮັບຟີເຈີ້ດັ່ງກ່າວ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/