ຄວາມຝັນທີ່ມະນຸດບິນໄດ້ຈະບໍ່ໄກເກີນເອື້ອມ! ເມື່ອ BMW ສ້າງປີກໄຟຟ້າສຳເລັດ


ເພາະມະນຸດມີສິ່ງທີ່ມະຫັດສະຈັນສະເໝີ ໂດຍສະເພາະການກ້າຄິດກ້າຝັນ ຕັ້ງແຕ່ອະດີດ ມະນຸດລ້ວນມີຄວາມຝັນທີ່ຍິ່ງໃຫຍ່ເກີນຕົວ ຝັນທີ່ຈະປົກຄອງໂລກ ຝັນທີ່ຈະຮວບຮວມໂລກໃຫ້ເປັນປຶກແຜ່ນ ຝັນທີ່ຈະມີອາຍຸຍືນຍາວໄປຈົນເຖິງເລື່ອງເກີນຂອບເຂດຮ່າງກາຍມະນຸດຢ່າງການໂຜບິນໄດ້ດັ່ງນົກທີ່ຕິດປີກ.

ເຖິງຄວາມຝັນໃນການໂບຍບິນຈະຖືກເຕີມເຕັມແລ້ວດ້ວຍພາຫະນະທີ່ເອີ້ນວ່າເຮືອບິນ ແຕ່ປັດຈຸບັນຄວາມຝັນດັ່ງກ່າວໄດ້ແຕ່ງແຕ້ມໃຫ້ໜ້າຕື່ນເຕັ້ນຂຶ້ນໄປອີກຂັ້ນ ເມື່ອ BMW ບໍລິສັດຜະລິດລົດຊື່ດັງສັນຊາດເຢຍລະມັນ ໄດ້ເປີດຕົວ Electrified Wingsuit ປີກໄຟຟ້າຕິດເຄື່ອງຈັກທີ່ຈະເຮັດໃຫ້ມະນຸດຄ້າຍກັບສັດປີກທີ່ບິນຂຶ້ນຟ້າ.

ໂຄງການດັ່ງກ່າວເປັນການຮ່ວມມືກັນລະຫວ່າງ BMW, Designworks ແລະ ປີເຕີ ເຊົາມັນ (Peter Salzmann) ທີ່ເກີດຈາກໄອເດຍວ່າ “ຈະເຮັດແນວໃດໃຫ້ມະນຸດສາມາດເຄື່ອນທີ່ເທິງອາກາດໄດ້ຢ່າງມີອິດສະຫຼະຫຼາຍຍິ່ງຂຶ້ນ”

“ຂ້ອຍວ່າສິ່ງສຳຄັນຄືເຄື່ອງຈັກ ເຮົາຕ້ອງພັດທະນາສ່ວນນີ້ໃຫ້ເປັນຫົວໃຈຫຼັກຂອງການບິນ” Salzmann ອະທິບາຍຄວາມຄິດຕໍ່ທາງ BMW ຫຼັງຈາກລອງໃສ່ຊຸດປີກ ແລະ ໂດດລົງມາຈາກພູ ລາວສຳຜັດເຖິງຊ່ອງວ່າງຈຸດນີ້ ທີ່ມະນຸດສາມາດເຂົ້າມາມີສ່ວນໃນການເຕີມເຕັມຈາກການສ້າງສັນໄດ້.

ຄວາມຄິດດັ່ງກ່າວຈຶ່ງເປັນທີ່ມາຂອງການພັດທະນາເຄື່ຶອງຈັກຂອງ BMW ເຊິ່ງກາຍມາເປັນ Electrified Wingsuit ຊຸດຕິດປີກທີ່ມາພ້ອມກັບໃບພັດຄາບອນ 7.5  ກິໂລວັດສອງອັນ ທີ່ໝຸນດ້ວຍຄວາມໄວ 25,000 ຮອບຕໍ່ນາທີ ເຮັດໃຫ້ມະນຸດສາມາດບິນຢູ່ໃນອາກາດດ້ວຍຄວາມໄວ 186 ໄມຕໍ່ຊົ່ວໂມງ ແລະ ສາມາດເຮັດໃຫ້ມະນຸດລອຍຂຶ້ນຟ້າໄດ້ດົນເຖິງ 5 ນາທີ.

ເອີ້ນໄດ້ວ່າ ໂຄງການນີ້ຖືເປັນກ້າວທຳອິດໃນການເລີ່ມພັດທະນາໃຫ້ມວນມະນຸດສາມາດບິນໄດ້ຢ່າງໃຈຫວັງໃນອະນາຄົດຂ້າງໜ້າ ທີ່ໜ້າຕື່ນເຕັ້ນຄື ການບິນຄັ້ງນີ້ຈະບໍ່ແມ່ນໃນຖານະພາຫະນະເດີນທາງແຕ່ເປັນການບິນໂດຍຮ່າງກາຍມະນຸດທີ່ສາມາດຄວບຄຸມໄດ້.

ສາມາດຮັບຊົມວີດີໂອທົດສອບດັ່ງກ່າວໄດ້ທີ່:

ພາບ: bmw.com, skydrivemag, hypebeast

ທີ່ມາ: