ລັດຖະບານສະຫະລັດອາເມຣິກາຍຶດໃບອະນຸຍາດບໍລິສັດອາເມຣິກາຫ້າມຄ້າຂາຍກັບ HUAWEI


ຫຼັງຈາກທີ່ HUAWEI ຖືກກະຊວງການຄ້າສະຫະລັດອາເມຣິກາໃສ່ຊື່ເຂົ້າໄປໄວ້ໃນບັນຊີດຳ (Entity List) ຫ້າມຄ້າຂາຍ ຫຼື ເຮັດທຸລະກິດໃດໆ ທັງນັ້ນກັບບໍລິສັດສັນຊາດອາເມຣິກາ ຫຼື ບໍລິສັດໃດກໍຕາມທີ່ຍັງຕ້ອງໃຊ້ເຕັກໂນໂລຊີ ຫຼື ເພິ່ງພາຂໍ້ມູນໃນສ່ວນຊັບສິນທາງປັນຍາຂອງສະຫະລັດອາເມຣິກາຢູ່ ແຕ່ກໍມີທາງອອກຢູ່ເລັກນ້ອຍ ບ່ອນທີ່ວ່າຫາກບໍລິສັດໃດຕ້ອງການຈະຄ້າຂາຍກັບ HUAWEI ຕໍ່ ພວກເຂົາກໍຈຳເປັນຕ້ອງຍື່ນອຸທອນເພື່ອຂໍໃບອະນຸຍາດພິເສດກັບລັດຖະບານສະຫະລັດອະເມຣິກາກ່ອນ.

ພາຍຫຼັງກໍມີຂ່າວອອກມາຫຼາກຫຼາຍວ່າບໍລິສັດຕ່າງໆ ຄື: Samsung, Intel, Qualcomm, TSMC ຫຼື SONY ເອງຕ່າງກໍໄດ້ຮັບໃບອະນຸຍາດໃຫ້ກັບມາຄ້າຂາຍກັບ HUAWEI ໄດ້ຄືເກົ່າແລ້ວ ພຽງແຕ່ໃນກໍລະນີຂອງບາງບໍລິສັດອາດຈະມີຂໍ້ຈຳກັດເລັກນ້ອຍ ເຊັ່ນ: Qualcomm ສາມາດຂາຍຊິບເຊັດ Snapdragon ໃຫ້ HUAWEI ໄດ້ແຕ່ຕ້ອງບໍ່ແມ່ນຕົວທີ່ຮອງຮັບມີສ່ວນກ່ຽວກັບເຕັກໂນໂລຊີ 5G.

ແຕ່ເຖິງຢ່າງໃດກໍຕາມ ຍັງມີອີກຫຼາຍບໍລິສັດທີ່ຈົນເຖິງຕອນນີ້ກໍຍັງລໍຖ້າຄຳຕອບຈາກລັດຖະບານສະຫະລັດອາເມຣິກາຢູ່ວ່າສະຫຼຸບແລ້ວພວກເຂົາສາມາດເຮັດການຄ້າຂາຍກັບHUAWEI ໄດ້ຕໍ່ຫຼື ບໍ່ ໂດຍສາເຫດຂອງການ Delay ຂະໜາດນີ້ກໍໜ້າຈະມາຈາກທີ່ທັງຕົວບໍລິສັດ ແລະ ລັດຖະບານບໍ່ສາມາດຫາຂໍ້ສະຫຼຸບຈຸດກາງທີ່ເປັນປະໂຫຍດກັບທັງສອງຝ່າຍໄດ້ນັ້ນເອງ.

ໂດຍຫຼ້າສຸດສຳນັກຂ່າວ Reuters ກໍອອກມາອັບເດດວ່າ ລັດຖະບານສະຫະລັດອາເມຣິກາ ນຳໂດຍ Donald Trump ທີ່ຈະອຳລາຕຳແໜ່ງໄດ້ຕັດສິນໃຈເປັນທີ່ຮຽບຮ້ອຍແລ້ວ ໂດຍຜົນສະຫຼຸບຄືບໍລິສັດທີ່ລໍຖ້າຢູ່ຕ່າງຕ້ອງເສຍໃຈໄປຕາມໆກັນເພາະຍັງບໍ່ສາມາດຄ້າຂາຍກັບ HUAWEI ໄດ້ຄືແຕ່ກ່ອນ ເຊິ່ງເບິ່ງເຜີນໆອາດຈະບໍ່ໄດ້ສົ່ງຜົນກະທົບຫຍັງຫຼາຍ ເພາະບໍລິສັດຍັກໃຫຍ່ທີ່ມີສ່ວນສຳຄັນກັບ HUAWEI ຕ່າງໄດ້ຮັບໃບອະນຸຍາດກັນໝົດແລ້ວ.

ແຕ່ແລ້ວກໍຄືວ່າຈະມີຂ່າວຮ້າຍອີກຮອບສອງໃຫ້ HUAWEI ໄດ້ຊ້ຳໃຈກັນ ເພາະບໍລິສັດກ່ອນໜ້າທີ່ໄດ້ຮັບໄຟຂຽວໄປກໍຖືກຜົນກະທົບໄປນຳ ຈຶ່ງບໍ່ສາມາດເຮັດທຸລະກິດກັບ HUAWEI ໄດ້ແລ້ວ ໂດຍສາເຫດກໍຄືເພື່ອໃຫ້ເປັນທຳກັບທຸກຝ່າຍນັ້ນເອງ ບໍ່ໃຫ້ບໍລິສັດໃດໄດ້ຮັບສິດພິເສດຄືກັບບໍລິສັດອື່ນ.

ນອກຈາກການຕັດສິນໃຈແບບຟ້າຜ່າຂອງລັດຖະບານສະຫະລັດອາເມຣິກາຈະສົ່ງຜົນກະທົບເຖິງທຸລະກິດ Smart Phone ຂອງ HUAWEI ໂດຍກົງແລ້ວ After Shock ນີ້ຍັງສົ່ງຜົນໄປເຖິງທຸລະກິດພາກ Network ຂອງ HUAWEI ຄືເສົາ ຫຼືຕົວຮັບສົ່ງສັນຍານ 5G ອີກດ້ວຍ ແຕ່ທັງນີ້ກໍຕ້ອງມາຖ້າລຸ້ນກັນວ່າຫາກຜູ້ນຳປ່ຽນຖ່າຍມາເປັນ Joe Biden ແລ້ວ ທຸກຢ່າງຈະແກ້ໄຂຫຼາຍກວ່າເກົ່າ ຫຼື ບໍ່.

ກ່ອນໜ້ານີ້ລັດຖະບານສະຫະລັດອາເມຣິກາກໍອອກມາແບນ Xiaomi ບໍລິສັດຈີນອີກໜຶ່ງແຫ່ງ ເຊິ່ງຫ້າມບໍ່ໃຫ້ນັກລົງທຶນສະຫະລັດອາເມຣິກາໄປຖືຫຸ້ນໃນບໍລິສັດ ເນື່ອງຈາກເບິ່ງວ່າຕົວ Xiaomi ນັ້ນມີສ່ວນກ່ຽວຂ້ອງກັບພັກກອມມູນິດໃນຈີນ.

ທີ່ມາ: https://droidsans.com/huawei-us-firms-no-longer-work-license-revoked/