Xiaomi ແຈ້ງບໍ່ໄດ້ເປັນບໍລິສັດທີ່ກ່ຽວຂ້ອງກັບທະຫານ ແລະ ພັກກອມມູນິດຈີນ ຕາມທີ່ສະຫະລັດອາເມຣິກາອ້າງ


ເນື່ອງຈາກ Xiaomi ຖືກສະຫະລັດອາເມຣິກາແບນ ຈາກການປະກາດຂອງກະຊວງປ້ອງກັນປະເທດຂອງສະຫະລັດອາເມຣິກາ ພາຍໃຕ້ກົດໝາຍດ້ານຄວາມໝັ້ນຄົງ (National Defense Authorization Act – NDAA) ໂດຍມີໃຈຄວາມກ່າວອ້າງວ່າ Xiaomi  ເປັນບໍລິສັດ “Communist Chinese Military Company”.

ຫຼ້າສຸດ Xiaomi ໄດ້ຖະແຫຼງປະຕິເສດຂໍ້ກ່າວຫາເບື້ອງຕົ້ນພ້ອມບອກວ່າບໍ່ໄດ້ມີຄວາມກ່ຽວຂ້ອງ ຫຼື ມີກອງທັບຈີນເປັນເຈົ້າຂອງແຕ່ຢ່າງໃດ ຂະນະທີ່ທຸລະກິດຂອງ Xiaomi ລ້ວນເປັນສິນຄ້າສຳລັບຜູ້ບໍລິໂພກທົ່ວໄປ ຫຼື ໃຊ້ໃນການຄ້າເທົ່ານັ້ນ.

Xiaomi ຍັງບອກອີກວ່າກຳລັງສຶກສາຜົນກະທົບ ແລະ ຊອກຫາວິທີການຮັບມືທີ່ເໝາະສົມເພື່ອຮັກສາຜົນປະໂຫຍດຂອງຕົນເອງຕໍ່ໄປ.

ທີ່ມາ: https://www.blognone.com/node/120636