ວິນາທີທີ່ Joe Biden ແລະ Kamala Harris ກ່າວພິທີສາບານຕົນ ຮັບຕຳແໜ່ງປະທານາທິບໍດີ ແລະ ຮອງປະທານາທິບໍດີຢ່າງເປັນທາງການ


ວິນາທີແຫ່ງປະຫວັດສາດສະຫະລັດອາເມຣິກາ ວິນາທີທີ່ Joe Biden ແລະ Kamala Harris ກ່າວພິທີສາບານຕົນ ຮັບຕຳແໜ່ງປະທານາທິບໍດີ ແລະ ຮອງປະທານາທິບໍດີຄົນໃໝ່ຂອງສະຫະລັດອາເມຣິກາ ໃນວານນີ້ ເວລາ 11.40 ຕາມເວລາທ້ອງຖິ່ນນະຄອນວໍຊິງຕັນ ດີ.ຊີ (23.40 ຕາມເວລາປະເທດລາວ)

ຫຼັງຈາກການເລືອກຕັ້ງປະທານາທິບໍດີສະຫະລັດອາເມຣິກາຄົນໃໝ່ເປັນເວລາຫຼາຍເດືອນ ໃນປີ 2020 ທີ່ຜ່ານມາ ໃນທີ່ສຸດກໍເຂົ້າສູ່ມື້ແຫ່ງການຮັບໄຊຊະນະຢ່າງເປັນທາງການໃນວັນທີ 20 ມັງກອນ 2021

ໂດຍ ໂຈ ໄບເດນ ໄດ້ກາຍເປັນປະທານາທິບໍດີຄົນທີ 46 ແຫ່ງສະຫະລັດອາເມຣິກາ ໃນຂະນະທີ່ ຄາມາຣາ ແຮຣິສ ກໍໄດ້ສ້າງປະຫວັດສາດໜ້າໃໝ່ໃຫ້ກັບການເມືອງສະຫະລັດອາເມຣິກາ ໃນການເປັນຮອງປະທານາທິບໍດີຍິງຜິວສີອາຊີ ຄົນທຳອິດທີ່ໄດ້ຮັບຕຳແໜ່ງນີ້

ໃນພິທີດັ່ງກ່າວ ເຫັນໄດ້ວ່າເປັນຈຸດເລີ່ມຕົ້ນຂອງການປ່ຽນແປງທິດທາງການດຳເນີນນະໂຍບາຍ ແລະ ການບໍລິຫານປະເທດຂອງລັດຖະບານທີ່ໄດ້ຊື່ວ່າມີອິດທິພົນທີ່ສຸດໃນໂລກຢ່າງສະຫະລັດອາເມຣິກາໃນຊ່ວງອີກ 4 ປີຕໍ່ໜ້າ

ຮັບຊົມພິທີດັ່ງກ່າວຈາກ US Capitol ໄດ້ທີ່: https://www.facebook.com/joebiden/videos/447380953104861/

ອ້າງອີງ:
– https://www.facebook.com/joebiden/videos/447380953104861/?vh=e&d=n
– https://www.bbc.com/news/world-us-canada-55736856
– https://www.bbc.com/news/live/world-us-canada-55730500…