Gaspard Ulliel ນັກສະແດງ Moon Knight ຊີຣີ້ໃໝ່ຂອງ Marvel ທີ່ຫາກໍປ່ອຍຕົວຢ່າງ ໄດ້ເສຍຊີວິດລົງຫຼັງເກີດອຸບັດຕິເຫດກິລາສະກີ


Gaspard Ulliel ນັກສະແດງຊາວຝຣັ່ງທີ່ເປັນທີ່ຮູ້ຈັກໃນບົດບາດຕອນໄວໜຸ່ມຂອງ Hannibal Lector ຈາກເລື່ອງ Hannibal Rising. ປັດຈຸບັນອາຍຸໄດ້ 37 ປີ ແລະ ໄດ້ຮັບບົດໃນຊີຣີ້ Moon Knight ຈາກຄ້າຍຮູບເງົາຊຸບເປີຮີໂຣ Marvel ເຊິ່ງຫາກໍປ່ອຍຕົວຢ່າງໄປພຽງມື້ດຽວ ໄດ້ເສຍຊີວິດລົງແລ້ວ ຫຼັງຈາກເກີດອຸບັດຕິເຫດກິລາສະກີ.

ຄອບຄົວຂອງ Gaspard ໄດ້ກ່າວວ່າ ນັກສະແດງໜຸ່ມເສຍຊີວິດລົງໃນວັນພຸດທີ່ຜ່ານມາ ຫຼັງຈາກໄປຫຼິ້ນກິລາສະກີທີ່ Alps ແລ້ວເກີດອຸບັດຕິເຫດ. ຕົວລາວກຳລັງຂີ່ສະກີໃນເຂດ Savoie ແຕ່ກໍໄດ້ຕຳກັບຜູ້ຫຼິ້ນອີກຄົນໜຶ່ງຈົນຕົກລົງມາ. ເຖິງແມ່ນວ່າຈະໄດ້ຮັບການຊ່ວຍເຫຼືອຢ່າງວ່ອງໄວຜ່ານເຮລີຄັອບເຕີ ພ້ອມສົ່ງຕົວໄປທີ່ໂຮງໝໍຢ່າງໄວວາ ແຕ່ Gaspard ກໍໄດ້ເສຍຊີວິດລົງໃນມື້ຕໍ່ມາຈາກການກະທົບສະໝອງ. ສ່ວນຜູ້ຫຼິ້ນສະກີອີກຄົນທີ່ເກີດອຸບັດຕິເຫດນັ້ນບໍ່ໄດ້ບາດເຈັບຮຸນແຮງເຖິງຂັ້ນເຂົ້າໂຮງໝໍ ແລະ ທາງເຈົ້າໜ້າທີ່ກຳລັງດຳເນີນການສືບສວນສອບສວນ.

Gaspard ນັ້ນເປັນນັກສະແດງສັນຊາດຝຣັ່ງທີ່ທຸກຄົນຕ່າງຮູ້ຈັກດີ ແລະ ການເສຍຊີວິດຂອງລາວເກີດຂຶ້ນຫຼັງຈາກຕົວຢ່າງຊີຣີ້ Moon Knight ທີ່ລາວສະແດງເປັນ Midnight Man ໄດ້ປ່ອຍອອກມາໜຶ່ງມື້ເທົ່ານັ້ນ ເຊິ່ງໄດ້ປະກາດຈະປ່ອຍສາຍໃນວັນທີ 22 ມີນາ 2022 ນີ້.

ຮັບຊົມຕົວຢ່າງ: https://cutt.ly/HIIFAts

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/