ເຂື່ອນໄຟຟ້າດອນສະໂຮງ ແມ່ນໂຄງການທຳອິດທີ່ສົ່ງອອກພະລັງງານຂາຍໄຟຟ້າໃຫ້ປະເທດກຳປູເຈຍ


ເຂື່ອນໄຟຟ້າດອນສະໂຮງ ເເມ່ນໂຄງການທໍາອິດທີ່ສົ່ງອອກພະລັງງານ ຂາຍໄຟຟ້າໃຫ້ກໍາປູເຈຍ ພາຍໃຕ້ສັນຍາ ຊື້-ຂາຍໄຟຟ້າລະຫວ່າງ ລັດວິສາກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກໍາປູເຈຍ.

ໂຄງການເຂື່ອນໄຟຟ້າດອນສະໂຮງ ມີກໍາລັງຕິດຕັ້ງ 260 MW ເປັນເຂື່ອນໄຟຟ້າພະລັງງານນໍ້າແຫ່ງທີ 2 ທີ່ຕັ້ງຢູ່ສາຍນໍ້າຂອງຕອນລຸ່ມຂອງ ສປປ ລາວ  ແລະ ເປັນໂຄງການທໍາອິດທີ່ສົ່ງອອກພະລັງງານ ຂາຍໄຟຟ້າໃຫ້ກໍາປູເຈຍ ພາຍໃຕ້ສັນຍາ ຊື້-ຂາຍໄຟຟ້າລະຫວ່າງ ລັດວິສາກິດໄຟຟ້າລາວ (EDL) ແລະ ລັດວິສາຫະກິດ ໄຟຟ້າກໍາປູເຈຍ (EDC), ມີຈຸດເດັ່ນທີ່ແຕກຕ່າງຈາກເຂື່ອນຫຼາຍແຫ່ງຄື: ມີທີ່ຕັ້ງອ້ອມຮອບໄປດ້ວຍສາຍນໍ້າຂອງຍ່ອຍຫຼາຍສາຍທີ່ແຍກອອກຈາກສາຍນໍ້າຫຼັກ ເປັນໂຄງການແບບຝາຍນ້ຳລົ້ນ (run-of-river).

ໂດຍໂຄງການເຂື່ອນໄຟຟ້າດອນສະໂຮງນີ້ ບໍລິສັດ ຜະລິດ-ໄຟຟ້າ ລາວມະຫາຊົນ (EDL-GEN) ໄດ້ເຂົ້າຖືຮຸ້ນ 20% ຫຼື ທຽບເທົ່າ 52 MW ຕາມສັດສ່ວນການຖືຮຸ້ນ ນັບຕັ້ງແຕ່ເລີ່ມດຳເນີນການຜະລິດໄຟຟ້າຢ່າງເປັນທາງການໃນປີ 2019.  

ໂຄງການດັ່ງກ່າວຕັ້ງຢູ່ ພາກໃຕ້ຂອງ ສປປ ລາວ ຂົງເຂດ ສີພັນດອນ ເມືອງໂຂງ ແຂວງຈໍາປາສັກ ຫ່າງຈາກນະຄອນປາກເຊ ໄປທາງທິດໃຕ້ປະມານ 160 ກິໂລແມັດ.

ໂຄງການເຂື່ອນໄຟຟ້າດອນສະໂຮງ ໄດ້ຮັບການກໍ່ສ້າງປິດກັ້ນຈຸດສຸດທ້າຍຊ່ອງທາງນ້ຳຮູສະໂຮງ (ຊາວບ້ານເອີ້ນວ່າ: ຮູສະໂຮງ) ທີ່ຕົກໄປສູ່ສາຍນໍ້າຂອງຫຼັກ ເຊິ່ງເປັນຊາຍແດນລະຫ່ວາງ ສປປ ລາວ ແລະ ປະເທດກໍາປູເຈຍ.

ຈຸດພິເສດທີ່ຕັ້ງບໍລິເວນໂຄງການ ໂດຍທົ່ວໄປເອີ້ນວ່າ ຂົງເຂດສີພັນດອນ ເຊິ່ງເປັນເຂດທີ່ມີໝູ່ເກາະທີ່ສະຫຼັບສັບຊ້ອນຈຳນວນຫຼາຍ ມີຄວາມຍາວໄປຕາມສາຍແມ່ນໍ້າຂອງປະມານ 10 ກິໂລແມັດ.

ບັນດາເກາະ, ດອນ ແລະ ຊ່ອງທາງສາຍນ້ຳຕ່າງໆຈຳນວນຫຼາຍສາຍສັບຊ້ອນ ທີ່ແຕກອອກຈາກແມ່ນ້ຳຂອງ ສາຍຫຼັກເຫຼົ່ານີ້ ເກີດຈາກຂະບວນການຂອງພູໄຟ ແລະ ຊັ້ນຂອງຫີນຕະກອນ ທີ່ທັບຖົມ ແລະ ມີການຖືກເຊາະເຈື່ອນ ເຮັດໃຫ້ກາຍເປັນພື້ນດິນທີ່ຂ້ອນຂ້າງຮາບພຽງ ແລະ ມີລະດັບ. ຈາກການກັດເຊາະ ການຕົກນ້ຳຂອງເປັນເວລາດົນນານເຮັດໃຫ້ເກີດມີຮູທາງນ້ຳ ແຍກອອກເປັນ 7 ທາງນໍ້າຫຼັກ ແລະ ບັນດາຮູທາງນ້ຳນ້ອຍໆຫຼາຍສາຍໃນຂົງເຂດດັ່ງກ່າວ ໃນບັນດາຮູທາງນ້ຳຫຼັກດັ່ງກ່າວນີ້ ຍັງເປັນທີ່ຕັ້ງຂອງນ້ຳຕົກຕາດທີ່ມີຊື່ສຽງ 2 ແຫ່ງຂອງປະເທດລາວ ແລະ ມີຂະໜາດໃຫຍ່ລະດັບທະວີບອາຊີຄື: ນ້ຳຕົກຕາດຄອນພະເພັງ ເຊິ່ງຕັ້ງຢູ່ທາງຕາເວັນອອກ ແລະ ນ້ຳຕົກຕາດຫຼີ່ຜີ ເຊິ່ງຕັ້ງຢູ່ທາງຕາເວັນຕົກ.

ສຳລັບນ້ຳຮູສະໂຮງ ທີ່ເປັນທີ່ຕັ້ງຂອງໂຄງການເຂື່ອນໄຟຟ້າດອນສະໂຮງນັ້ນມີຄວາມຍາວປະມານ 5 ກິໂລແມັດ ຫ່າງຈາກຊາຍແດນລາວ-ກຳປູເຈຍປະມານ 2 ກິໂລແມັດ ແລະ ຕັ້ງຢູ່ລະຫວ່າງກາງນ້ຳຕົກຕາດຄອນພະເພັງ ແລະ ນ້ຳຕົກຕາດຫຼີ່ຜີ.

ຕາມການສຶກສາຄາດວ່າ ມວນນ້ຳ 5% ຈະໄຫຼຜ່ານຊ່ອງທາງນໍ້າຮູສະໂຮງ ຈາກມວນນໍ້າທັງໝົດທີ່ໄຫຼຜ່ານບໍລິເວນ ສີພັນດອນແຫ່ງນີ້ ດ້ວຍລະດັບຄົງທີ່. ຊ່ອງນໍ້າຮູສະໂຮງ ເປັນ 1 ໃນ 7 ຊ່ອງທາງນໍ້າສໍາຄັນຂອງແມ່ນໍ້າຂອງໃນເຂດ ສີພັນດອນ (ສີ່ພັນດອນ) ທີ່ໄຫຼຜ່ານ

ໂຄງການ ເຂື່ອນໄຟຟ້າ ດອນສະໂຮງ ມີເນື້ອທີ່ອ່າງໂຕ່ງກວມເອົາ 553.000 ຕາລາງກິໂລແມັດ ຫຼື ໃຫຍ່ກວ່າເນື້ອທີ່ປະເທດລາວກ່ວາ 2 ເທົ່າ.

ສຳລັບການກໍ່ສ້າງ ໄດ້ມີການຂຸດ ແລະ ເປີດໜ້າດິນຫີນເພີ່ມຂຶ້ນເພື່ອເຮັດໃຫ້ເປັນທາງນໍ້າ ແລະ ກໍ່ສ້າງຄູກັນນ້ຳ ຫຼື ເຂື່ອນ Embankment ໂດຍການກໍ່ສ້າງເຂື່ອນ Embankment ໄດ້ແບ່ງອອກເປັນ 3 ພາກສ່ວນຄື:

• Embankment ຄູກັນນ້ຳທີ 1 ມີຄວາມຍາວ 2.960 ແມັດ

• Embankment ຄູກັນນ້ຳທີ 2 ມີຄວາມຍາວ 870 ແມັດ

• Embankment ຄູກັນນ້ຳທີ 3 ມີຄວາມຍາວ 2,960 ແມັດ ຍາວເທົ່າກັບ Embankment ຄູກັນນ້ຳທີ 1

ເຊິ່ງມີຄວາມຍາວທັງໝົດປະມານ 6.8 ກິໂລແມັດ

ມີຄວາມສູງຈາກລະດັບພື້ນດິນຈາກ 0 ຫາ 25 ແມັດໂດຍ 80% ຂອງເຂື່ອນດັ່ງກ່າວນີ້ ມີຄວາມສູງຫນ້ອຍກວ່າ 10 ແມັດ ອີງຕາມຮູບແບບ ພູມສັນຖານທີ່ຕັ້ງຂອງໂຄງການ

ລັກສະນະ Embankment ເປັນປະເພດເບຕົງອັດແຮງ (Roller-Compact Concrete – RCC).

ພາຍຫຼັງສຳເລັດການກໍ່ສ້າງເຂື່ອນຕັນນ້ຳແລ້ວ ຈະມີອ່າງເກັບນ້ຳທີ່ມີເນື້ອທີ່ປະມານ 220 ເຮັກຕາ

ໄດ້ມີການກໍ່ສ້າງເຮືອນຈັກມີຄວາມຍາວ 110 ແມັດ ຕັ້ງຢູ່ດ້ານຫຼັງຂອງເຂື່ອນ ໂດຍພາຍໃນເຮືອນຈັກ ມີເຄື່ອງກຳເນີດໄຟຟ້າທັງໝົດ 4 ຊຸດ ເຊິ່ງແຕ່ລະຊຸດໃຫ້ກໍາລັງຕິດຕັ້ງ 65 MW ລວມກໍາລັງຕິດທັງໝົດ 260 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໂດຍສະເລ່ຍໄດ້ 2,028 ລ້ານກິໂລວັດໂມງຕໍ່ປີ. ເຂື່ອນແຫ່ງນີ້ໃຊ້ນ້ຳຕົກຜະລິດໄຟຟ້າ ດ້ວຍຄວາມສູງ ປະມານ 17.8 m ປະລິມານນໍ້າໄຫຼຜ່ານກົງຫັນ 1,600 ແມັດກ້ອນຕໍ່ວິນາທີ.

ໂຄງການເຂື່ອນໄຟຟ້າດອນສະໂຮງ ເປັນໂຄງການທີ່ເປັນມິດກັບສິ່ງແວດລ້ອມ ແລະ ຊຸມຊົນທີ່ອາໄສອ້ອມຂ້າງເຂື່ອນ ເພາະບໍ່ໄດ້ມີຜົນກະທົບກັບການອົບພະຍົບຕໍ່ການຂຶ້ນ-ລົງຂອງປາ ເນື່ອງຈາກບໍລິເວນນີ້ ຍັງມີຊ່ອງທາງຂອງນ້ຳອີກຫຼາຍຊ່ອງທາງ ທີ່ຊ່ວຍໃຫ້ປາສາມາດລອຍຂຶ້ນ-ລົງ ໄດ້ຕາມລະດູການ ເປັນຕົ້ນຮູສະດຳ ແລະ ຮູອື່ນໆ.

ທາງດ້ານວຽກງານຮັບຜິດຊອບຕໍ່ສັງຄົມ ຖືວ່າເປັນໂຄງການເຂື່ອນໄຟຟ້າທີ່ກະທົບຕໍ່ຊຸມຊົນໜ້ອຍທີ່ສຸດ ເພາະ ມີພຽງແຕ່ 14 ຄອບຄົວ ຈໍານວນຄົນທັງໝົດ 85 ຄົນຍົກຍ້າຍທີ່ຢູ່ອາໄສໃໝ່ ທີ່ທາງໂຄງການຈັດສັນໃຫ້ ຫ່າງຈາກຖິ່ນຖານເດີມປະມານ 2 ກິໂລແມັດ ພ້ອມທັງໄດ້ຍົກລະດັບ ຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂື້ນ ເນື່ອງຈາກໂຄງການໄດ້ສ້າງແຜນຟື້ນຟູອາຊີບການເປັນຢູ່ໃຫ້ປະຊາຊົນທີ່ຖືກຍົກຍ້າຍມີຊິວິດການເປັນຢູ່ທີ່ດີຂຶ້ນ.

ເພື່ອຫຼີກເວັ້ນການຂົນວັດຖຸກໍ່ສ້າງເຂົ້າຫາໂຄງການດ້ວຍເຮືອຂ້າມນ້ຳຂອງ ເຊິ່ງຈະເປັນການລົບກວນການດຳລົງຊີວິດຂອງສັດນ້ຳໃນບໍລິເວນນີ້ ເຈົ້າຂອງໂຄງການ ໄດ້ກໍ່ສ້າງຂົວເບຕົງ ທີ່ໄດ້ມາດຕະຖານ ພ້ອມດ້ວຍເສັ້ນທາງໃໝ່ ທີ່ມີຄວາມຍາວປະມານ 10 ກິໂລແມັດດ້ວຍມູນຄ່າ 8 ລ້ານໂດລາສະຫະລັດ ແລະ ກາຍເປັນການກໍ່ສ້າງພື້ນຖານໂຄງລ່າງໃໝ່ ທີ່ອຳນວຍຄວາມສະດວກໃຫ້ແກ່ຊາວທ້ອງຖິ່ນນຳໃຊ້ ຫຼຸດຜ່ອນການສັນຈອນທາງເຮືອໃນແມ່ນ້ຳຂອງ ແລະ ຜົນກະທົບຕໍ່ສັດນ້ຳ.

ສຳລັບການຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການ ຈະໄດ້ຮັບການຊ່ວຍເຫຼືອການຫາກິນ ລ້ຽງຊີບ ດ້ານການສົ່ງເສີມກະສິກຳ ປູກຝັງ ໂດຍມີການກໍ່ສ້າງລະບົບຊົນລະປະທານສຳລັບການປູກເຂົ້າ ປູກຜັກປອດສານພິດ ປູກຕົ້ນໄມ້ໃຫ້ໝາກ ມີການຈັດຫາໃຫ້ດ້ານລະບົບການເງິນຈຸລະພາກເພື່ອພັດທະນາທຸລະກິດ

ໂຄງການເຂື່ອນໄຟຟ້າດອນສະໂຮງມີມູນຄ່າການກໍ່ສ້າງ 500 ລ້ານໂດລາສະຫະລັດ ໂດຍມີຜູ້ຖືຮຸ້ນ 3 ບໍລິສັດ ປະກອບດ້ວຍ:

•ບໍລິສັດ Ground roses Ltd ຖືຮຸ້ນ 79 ສ່ວນຮ້ອຍ

•ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຖືຮຸ້ນ 20 ສ່ວນຮ້ອຍ,

•ບໍລິສັດ Siver Acreage Ltd ຖືຮຸ້ນ 1 ສ່ວນຮ້ອຍ ໃນບໍລິສັດ Don Sahong Power Company Ltd.

ໂຄງການເຂື່ອນໄຟຟ້າດອນສະໂຮງ ໄດ້ຮັບການລົງມືກໍ່ສ້າງ ມາແຕ່ຕົ້ນປີ 2016 ສໍາເລັດໃນປີ 2019 ຮັບເໝົາກໍ່ສ້າງໂດຍ ບໍລິສັດ SINO HYDRO ແຫ່ງ ສປ ຈີນ ໂດຍແມ່ນ ບໍລິສັດ Don Sahong Power Company ເປັນເຈົ້າຂອງໂຄງການ.

ມື້ບັນລຸການດຳເນີນງານດ້ານການຄ້າ (Commercial Operation Date) ໃນເດືອນ ຕຸລາ 2020 ແລະ ມີໄລຍະສຳປະທານ 25 ປີ ຈົນຮອດ ວັນທີ 30 ກັນຍາ 2045

ບໍລິສັດ ຜະລິດ-ໄຟຟ້າລາວ ໄດ້ເຂົ້້າຖືກຮຸ້ນ ໃນປີ 2018 ເເທນ ລັດວິສາຫະກິດໄຟຟ້າລາວ ເຊິ່ງໂຄງການດັ່ງກ່າວເປັນໂຄງການທີ່ມີ ປະສິດຜົນສູງ ພ້ອມດຽວກັນ ກໍມີຜົນກະທົບສິ່ງເເວວລ້ອມຕໍ່າ  ແລະ ເປັນ 1 ໃນໂຄງການທີ່ນອນຢູ່ໃນ ສັນຍາຊື້-ຂາຍ ລະຫ່ວາງປະເທດ.

ກະແສໄຟຟ້າໄດ້ອອກຈາກເຂື່ອນໄຟຟ້າດອນສະໂຮງດ້ວຍສາຍໄຟແຮງດັນ 230kV ສົ່ງເຂົ້າລະບົບສາຍສົ່ງຂອງໄຟຟ້າລາວ ໄປຫາສະຖານີໄຟຟ້າບ້ານຫາດ ເຊິ່ງເປັນຈຸດເຊື່ອມກັບສະຖານີ ບ້ານນາ ຂອງປະເທດລາວ ແລ້ວສົ່ງກະແສໄຟຟ້າ ຂ້າມນ້ຳຂອງອອກໄປຫາສະຖານີໄຟຟ້າ Khampongsalao ແລະ Stung Treng ຂອງປະເທດກຳປູເຈຍ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/553002198122141/posts/4817662734989378/?d=n

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/