ງານວິໄຈເຜີຍ ຄອບຄົວທີ່ລວຍມີໂອກາດໃຫ້ລູກເຕີບໃຫຍ່ເປັນສິລະປິນ ຫຼາຍກວ່າຄອບຄົວທຸກຍາກ


ງານສິລະປະ ມັກຈະຖືກເຊື່ອມໂຍງກັບຄວາມສ້າງສັນ, ແນ່ນອນວ່າມີຫຼາຍຄົນທີ່ໃຝ່ຝັນຢາກຈະເປັນສິລະປິນຕັ້ງແຕ່ອາຍຸຍັງນ້ອຍ ແຕ່ກໍມີຫຼາຍຄົນຖືກປະຕິເສດດ້ວຍຫຼາກຫຼາຍປັດໄຈ ເຊິ່ງວ່າໜຶ່ງໃນນັ້ນອາດຈະແມ່ນບັນຫາທາງດ້ານການເງິນ ທີ່ບໍ່ແມ່ນທຸກຄອບຄົວຈະສາມາດສະໜັບສະໜູນໃຫ້ລູກໄດ້ຮຽນ ຫຼື ຢ້ານວ່າຈະບໍ່ສາມາດສືບຕໍ່ອາຊີບນີ້ໄດ້. ດ້ວຍເຫດນັ້ນຫຼາຍຄົນຈຶ່ງໄດ້ຍອມຖິ້ມຄວາມຝັນໄປ. ເຖິງຢ່າງໃດກໍຕາມ, ຖານະຂອງຄອບຄົວມີຄວາມກ່ຽວຂ້ອງກັບການທີ່ລູກຈະສາມາດເຕີບໃຫຍ່ໄປເປັນສິລະປິນໄດ້ແທ້ຫຼືບໍ່? ສາສະດາຈານທາງດ້ານເສດຖະສາດ Karol Jan Borowiecki ທີ່ມະຫາວິທະຍາໄລປະເທດເດນໝາກຈຶ່ງໄດ້ມີການສຶກສາງານວິໄຈຊື່ວ່າ The Original of Creativity: The Case of the Arts in the United States Since 1850. ທີ່ອ້າງອີງຈາກສະຫະລັດອາເມຣິກາໃນການຫາປັດໄຈວ່າ ຄົນທີ່ມີໂອກາດກາຍເປັນສິລະປິນແມ່ນມາຈາກຖານະຂອງຄອບຄົວນຳຫຼືບໍ່.

ມັນເປັນການອ້າງອີງຈາກການສຳຫຼວດຂໍ້ມູນຈຳນວນປະຊາກອນຂອງສະຫະລັດອາເມຣິກາເມື່ອຊຸມປີ 1850 ນຳມາປຽບທຽບກັບພື້ນຖານທາງດ້ານເສດຖະກິດຂອງຄອບຄົວ ກັບ ຜູ້ທີ່ເຕີບໃຫຍ່ຂຶ້ນມາຢູ່ໃນອາຊີບສາຍສິລະປະບໍ່ວ່າຈະເປັນ ນັກຈິດຕະກອນ, ນັກດົນຕີ, ນັກຂຽນ, ນັກສະແດງ ຫຼື ສາຍງານທີ່ກ່ຽວຂ້ອງກັບຄວາມສ້າງສັນ ພ້ອມທັງມາປຽບທຽບກັບຄົນອື່ນທີ່ຢູ່ໃນສາຍງານທີ່ແຕກຕ່າງອອກໄປ.

ການສຶກສາໄດ້ສະແດງໃຫ້ເຫັນວ່າ ທຸກໆ 10,000 ໂດລາສະຫະລັດຂອງລາຍຮັບໃນຄົວເຮືອນນັ້ນ, ສະມາຊິກໃນຄອບຄົວຈະມີໂອກາດເພີ່ມຂຶ້ນ 2% ໃນການໄປຢູ່ອາຊີບສາຍສ້າງສັນ. ເຊັ່ນວ່າ ຄອບຄົວທີ່ມີລາຍຮັບ 100,000 ໂດລາສະຫະລັດ ຈະມີໂອກາດທີ່ຄົນໃນຄອບຄົວເຕີບໃຫຍ່ມາເຮັດວຽກໃນສາຍສິລະປະ ຫຼາຍກວ່າ ຄອບຄົວທີ່ມີລາຍຮັບ 50,000 ໂດລາສະຫະລັດ ເປັນ 2 ເທົ່າ. ແລະຖ້າມີຄອບຄົວໃດທີ່ມີລາຍຮັບຮອດ 1 ລ້ານໂດລາສະຫະລັດຕໍ່ປີ ກໍຈະມີໂອກາດຫຼາຍກວ່າຄອບຄົວທີ່ມີລາຍຮັບ 100,000 ໂດລາສະຫະລັດ ເຖິງ 10 ເທົ່າທີ່ຄົນໃນຄອບຄົວຈະມີໂອກາດເຂົ້າສູ່ສາຍອາຊີບສິລະປະ.

ນອກຈາກນີ້, ຜົນການສຶກສາຍັງເຜີຍອີກວ່າ ລາຍຮັບຕໍ່ປີຂອງສິລະປິນອາເມຣິກາໂດຍທົ່ວໄປແມ່ນຕ່ຳກວ່າລາຍຮັບສະເລ່ຍຂອງທັງປະເທດ ເຊິ່ງມັນຈະຍິ່ງສະໜັບສະໜູນແນວຄິດທີ່ວ່າ ຄົນທີ່ມາຈາກຄອບຄົວທີ່ມີຖານະດີ ຈະມີໂອກາດເປັນສິລະປິນ. ເນື່ອງຈາກວ່າພວກເຂົາສາມາດໃຫ້ທາງຄົວເຮືອນຊ່ວຍເຫຼືອໄດ້ ແລະ ບໍ່ຕ້ອງກັງວົນກັບບັນຫາທາງດ້ານການເງິນ ເພື່ອທີ່ຈະຢູ່ໃນຈຸດທີ່ສ້າງກຳໄລໃຫ້ຕົນເອງ.

ເມື່ອປີ 1890, ໄດ້ມີຈຳນວນຜູ້ຍິງທີ່ເຂົ້າມາໃນສາຍງານສິລະປະເພີ່ມຂຶ້ນເລັກນ້ອຍ. ແຕ່ຄວາມນິຍົມນັ້ນກໍລາກຍາວມາຮອດປັດຈຸບັນ. ສ່ວນໃຫຍ່ແມ່ນຜູ້ຍິງຈະຢູ່ໃນສາຍງານດົນຕີ, ຕາມມາພ້ອມກັບນັກຂຽນ, ນັກຈິດຕະກອນ ແລະ ນັກສະແດງ. ໂດຍລວມແມ່ນມີຜູ້ຍິງຈະເຮັດອາຊີບສິລະປະ 18% ສູງກວ່າຜູ້ຊາຍ.

ການວິໄຈຄັ້ງນີ້ຍັງໄດ້ພົບອີກວ່າ ຄວາມສ້າງສັນແມ່ນຈະມັກຖືກດຶງດູດເຂົ້າຫາກັນດ້ວຍສະຖານທີ່ທີ່ມີພື້ນຫຼັງສິລະປະຢູ່ແລ້ວ. ເຊັ່ນຕົວເມືອງທີ່ແອອັດໄປກັບສິລະປິນເຊັ່ນ ນິວຢອກ, ບອສຕັນ, ຊິຄາໂກ, ລອສ ແອງເຈລິສ ແລະ ຊານຟຣານຊິສໂກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/