ຕາດເຍືອງ ໄດ້ຮາງວັນຊະນະເລີດອັນດັບ 1 ການທ່ອງທ່ຽວແຫ່ງອາຊຽນ


ເປັນອີກຂ່າວທີ່ໜ້າຍິນດີ ຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ ຄວ້າຮາງວັນຊະນະເລີດການທ່ອງທ່ຽວແຫ່ງອາຊຽນໃນສາຂາການທ່ອງທ່ຽວແບບຍືນຍົງ ປະຈຳປີ 2022.

ເປັນອີກໜຶ່ງຄວາມສຳເລັດໃນການພັດທະນາພື້ນທີ່ແຖວນັ້ນໃຫ້ເປັນແຫຼ່ງທ່ອງທ່ຽວທີ່ມີນ້ຳຕົກ ເຊິ່ງມີຄວາມສວຍງາມຕາມທຳມະຊາດ ແລະ ຍັງຄົງມີຄວາມອຸດົມສົມບູນ, ພ້ອມກັບປະຊາຊົນບໍລິເວນນັ້ນມີວິຖີຊີວິດປະຈຳວັນທີ່ສອດຄ່ອງກັບການອະນຸລັກສິ່ງແວດລ້ອມອີກ.

ຕາດເຍືອງ ເປັນນ້ຳຕົກຕາດທີ່ສວຍງາມແຫ່ງໜຶ່ງທີ່ທຳມະຊາດສ້າງຂຶ້ນ ມີສາຍນ້ຳທີ່ໄຫຼມາຈາກເທິງພູລົງມາໜ້າຜາແລ້ວຕົກລົງມາສູ່ພື້ນລຸ່ມ ເຮັດໃຫ້ນ້ຳແຕກກະຈາຍເປັນລະອອງທີ່ສວຍສົດງົດງາມຊຸ່ມຊື່ນເຢັນສະບາຍ, ຄວາມໂດດເດັ່ນກໍເປັນເອກະລັກ ພ້ອມກັນນີ້ຍັງມີຈຸດຊົມວິວ-ຈຸດຖ່າຍຮູບທີ່ເໝາະສົມ ດຶງດູດນັກທ່ອງທ່ຽວໄດ້ຢ່າງດີ.

ພາກໃຕ້ຂອງປະເທດລາວເຮົາກໍຖືໄດ້ວ່າບໍ່ທຳມະດາ ມີແຫຼ່ງທ່ອງທ່ຽວທຳມະຊາດພູຜາປ່າໄມ້ນ້ຳຕົກຕາດຫຼາຍສາຍໃຫ້ທ່ຽວຊົມ ມີນັກທ່ອງທ່ຽວມາສຳຜັດກັບທຳມະຊາດຢ່າງຫຼວງຫຼາຍ ບໍ່ວ່າຈະເປັນທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ເມື່ອໃຜໄດ້ໄປສຳຜັດກັບທຳມະຊາດເຫຼົ່ານັ້ນແລ້ວ ກໍເພີດເພີນຫຼົງສະເໜ່ສະຖານທີ່ທ່ອງທ່ຽວ ໄປແລ້ວກໍຢາກຈະກັບໄປອີກເປັນຄັ້ງຕໍ່ໆໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/