ສັ່ນສະເທືອນວົງການເກມອີກຄັ້ງ! ເມື່ອ Microsoft ຊື້ກິດຈະການເກມຂອງ Activision Blizzard ໂດຍມີມູນຄ່າສູງເຖິງ 68,700 ລ້ານໂດລາ


ນັບໄດ້ວ່າເປັນຂ່າວໃຫຍ່ຂອງວົງການເກມຕັ້ງແຕ່ຕົ້ນປີ 2022 ເລີຍກໍວ່າໄດ້ ເມື່ອ Microsoft ບໍລິສັດເທັກໂນໂລຢີ ອັນດັນຕົ້ນໆຂອງໂລກ ໄດ້ປະກາດວ່າຕົນໄດ້ຊື້ກິດຈະການເກມ ແລະ ເກມໃນເຄືອທັງໝົດຂອງຄ້າຍເກມຊື່ດັງຢ່າງ Activision Blizzard ເປັນທີ່ຮຽບຮ້ອຍແລ້ວ.

ທາງ Microsoft ໄດ້ປະກາດຢ່າງເປັນທາງການຜ່ານໜ້າເວັບໄຊຂອງຕົນວ່າ ພວກເຂົາໄດ້ເຮັດການຊື້ກິດຈະການທັງໝົດຂອງທາງ Activision Blizzard ແລ້ວເປັນທີ່ຮຽບຮ້ອຍ ໂດຍເປັນການຊື້ຮຸ້ນ ຈຳນວນຮຸ້ນລະ $95.00 ທັງໝົດ ໂດຍມີມູນຄ່າລວມ 68,700 ລ້ານໂດລາ ນັບເປັນການຊື້ກິດຈະການຈຳນວນມູນຄ່າມະຫາສານ ເຊິ່ງທຳລາຍສະຖິຕິທີ່ Take-Two ໄດ້ຊື້ Zynga ໄປເມື່ອອາທິດກ່ອນ.

ຫຼັງຈາກການຊື້ກິດຈະການໃນຄັ້ງນີ້ ເຮັດໃຫ້ Microsoft ຈະເປັນເຈົ້າຂອງສິນຊັບ ແລະ IP ເກມໃນເຄືອ Activision Blizzard ທັງໝົດ ເຊິ່ງກວມລວມເອົາເກມສຸດຮິດ ເຊັ່ນ Call of Duty, Warcraft, Diablo, Overwatch ,Candy Crush ແລະຍັງລວມໄປຮອດພະນັກງານໃນເຄືອທັງໝົດກວ່າ 10,000 ຄົນ. ດ້ວຍເຫດນີ້ ເຮັດໃຫ້ໃນເວລານີ້ Microsoft ກາຍເປັນບໍລິສັດເກມທີ່ໃຫຍ່ທີ່ສຸດເປັນອັນດັບສາມຂອງໂລກທີ່ຮອງຈາກ Tencent ແລະ Sony.

ຢ່າງໃດກໍຕາມ Bobby Kotick, CEO ຂອງ Activision Blizzard ແມ່ນຈະຍັງຢູ່ໃນຕຳແໜ່ງເກົ່າຕໍ່ໄປ ໂດຍ Bobby ແລະ ທີມຂອງລາວແມ່ນຈະຂຶ້ນກົງຕໍ່ Phil Spencer ຜູ້ທີ່ເປັນ CEO ບໍລິສັດລູກຂອງ Microsoft ທີ່ສ້າງຕັ້ງໃໝ່ ເຊິ່ງມີຊື່ວ່າ Microsoft Gaming.

ທາງດ້ານ Satya Nadella CEO ແລະ ຜູ້ບໍລິຫານ Microsoft ກ່າວວ່າ ໃນເວລານີ້ວິດີໂອເກມຄືສື່ບັນເທິງທີ່ມີອິດທິພົນແລະຄວາມໜ້າຕື່ນເຕັ້ນຫຼາຍທີ່ສຸດໃນທຸກແພລັດຟອມ ແລະ ໃນອະນາຄົດ Metaverse ຈະມີອິດທິພົນຢ່າງຫຼວງຫຼາຍ, ການລົງທຶນເພື່ອເປັນເຈົ້າຂອງຄອນເທັ້ນລະດັບໂລກທີ່ຊຸມຊົນຜູ້ຫຼິ້ນຮູ້ຈັກກັນເປັນຢ່າງດີ ຈະເປັນການເປິດຍຸກສະໄໝໃໝ່ຂອງການຫຼິ້ນເກມໃນອະນາຄົດອີກດ້ວຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/