ແຂວງເຊກອງກ້າວໄກ! ສົ່ງແປ້ງມັນຕົ້ນ ອອກສູ່ຕະຫຼາດອາຊຽນ (ໂຮງງານເອກະຊົນຂັບເຄື່ອນ)


ໂຮງງານປຸງແຕ່ງແປ້ງມັນຕົ້ນ ຄູນມີໄຊ ຈຳກັດຜູ້ດຽວ ເປັນໂຮງງານໜຶ່ງທີ່ໄດ້ສ້າງຕັ້ງຂຶ້ນ ບົນພື້ນຖານໂຄງລ່າງທີ່ສຳຄັນຂອງແຂວງເຊກອງ ແລະ ເປັນຜູ້ສົ່ງອອກແປ້ງມັນຕົ້ນ ທີ່ຫຼາຍທີ່ສຸດຂອງແຂວງ. ໂຮງງານແຫ່ງນີ້ສ້າງຕັ້ງຂຶ້ນໃນປີ 2018 ສາມາດຮັບຊື້ມັນຕົ້ນດິບຈາກຊາວສວນແຕ່ລະມື້ບໍ່ຕ່ຳກວ່າ 200 ໂຕນ.

ທ່ານ ວິໄຊ ຜິວສະໝຸດ ຜູ້ຕາງໜ້າຄະນະບໍລິຫານໂຮງງານປຸງແຕ່ງມັນຕົ້ນ ຄູນມີໄຊ ໃຫ້ຮູ້ວ່າ: ນັບແຕ່ສ້າງຕັ້ງໂຮງງານ ສາມາດຜະລິດແປ້ງສົ່ງອອກຕະຫຼາດອາຊຽນນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນເປັນລຳດັບ ມີຊາວກະສິກອນປູກພືດມັນຕົ້ນນັບມື້ນັບຫຼາຍຂຶ້ນ ໂດຍສະເພາະໃນເມືອງທ່າແຕງ ແຂວງເຊກອງ, ເຊິ່ງປີ 2019 ມີປະຊາຊົນປູກມັນຕົ້ນໃນພື້ນທີ່ 3,555 ເຮັກຕາ ເທົ່າກັບ 83,608 ໂຕນ; ປີ 2020 ເນື້ອທີ່ການປູກມັນຕົ້ນ ໄດ້ເພີ່ມຂຶ້ນເປັນ 8,302 ເຮັກຕາ ຜົນຜະລິດ 207,500 ໂຕນ ແລະ ປີ 2021 ເນື້ອທີ່ປູກໄດ້ເພີ່ມຂຶ້ນອີກເປັນ 8,372 ເຮັກຕາ ຜົນຜະລິດ 209,300 ໂຕນ.

ໂຮງງານປຸງແຕ່ງມັນຕົ້ນ ຄູນມີໄຊ ຈຳກັດຜູ້ດຽວ ບໍ່ພຽງແຕ່ເຮັດທຸລະກິດ ເພື່ອຜົນກຳໄລເທົ່ານັ້ນ ແຕ່ໄດ້ເປັນຕະຫຼາດຮັບຊື້ທີ່ຫຼາຍ ແລະ ຍັງເປັນຈຸດກະຈາຍສິນຄ້າກໍຄືແປ້ງມັນຕົ້ນ ອອກສູ່ຕະຫຼາດສາກົນທຸກປີ. ໂຮງງານແຫ່ງນີ້ໂດຍສະເລ່ຍແລ້ວມື້ໜຶ່ງຊື້ຜົນຜະລິດຈາກພໍ່ແມ່ປະຊາຊົນບໍ່ຕ່ຳກວ່າ 200-300 ໂຕນ ຫຼື ອີງຕາມສະພາບເປັນຈິງຂອງປະຊາຊົນ ແລະ ລານເກັບຊື້ຂອງປະຊາຊົນນຳອີກ. ສ່ວນຜົນຜະລິດຂອງພໍ່ແມ່ປະຊາຊົນທີ່ຈະມາແປຮູບເປັນແປ້ງສຳເລັດຮູບເພື່ອສົ່ງອອກໄດ້ນັ້ນ ກໍຕ້ອງຜ່ານຂັ້ນຕອນການຜະລິດຂອງໂຮງງານຢ່າງຖີ່ຖ້ວນ.

ຂອບໃຈຂໍ້ມູນຈາກ: https://bit.ly/3GEEz0D

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/