Wra ສິລະປິນໄວໜຸ່ມຂອງລາວ ທີ່ໄລ່ກວາດຮາງວັນຫຼາຍກວ່າຕົວເລກອາຍຸຕົນເອງ


ມາຮູ້ຈັກກັບ ວຣາວົງ ພຣະຈັນ (ນົກນ້ອຍ) ເຈົ້າຂອງນາມປາກກາ “This is WRA.” ຫຼື “ວຣາ” ທີ່ຫຼາຍຄົນໃນວົງການສິລະປະໄວໜຸ່ມຈະຕ້ອງຮູ້ຈັກ ບໍ່ວ່າຈະເປັນ Animator, ຜູ້ກຳກັບຮູບເງົາ, ຈິດຕະກອນ ແລະ ນັກຂຽນນິຍາຍ. ສິລະປິນໜຸ່ມຜູ້ນີ້ ຈົບການສຶກສາປະລິນຍາຕີທີ່ສະຖາບັນວິຈິດສິນແຫ່ງຊາດ, ພາກນິເທດສິນ, ສາຂາກາຕູນ ແລະ ຮູບເງົາ ປັດຈຸບັນມີອາຍຸພຽງ 23 ປີ.

ວຣານັບໄດ້ວ່າເປັນໜຶ່ງໃນສິລະປິນໄວໜຸ່ມທີ່ປະສົບຜົນສຳເລັດຫຼາຍຄົນໜຶ່ງໃນປະເທດລາວ ບໍ່ວ່າຈະເປັນການກວາດເອົາຮາງວັນຕັ້ງແຕ່ການແຂ່ງແຕ້ມຮູບຂອງສູນວັດທະນະທໍາເດັກ ຈົນໄດ້ເປັນຕົວແທນໄປແຂ່ງຕໍ່ຢູ່ ປະເທດ ຍີ່ປຸ່ນ, ຫຼື ການແຂ່ງຂັນງານອາຊຽນຕ່າງໆ, ການແຂ່ງຂັນຮູບເງົາສັ້ນຂອງວຽງຈັນນານ ປີ 2018  ທີ່ໄດ້ຊະນະເລີດໃນລາຍການ Lao New Wave Award ດ້ວຍການນຳໃຊ້ Paper Stop Motion ທີ່ມີຊື່ວ່າ ‘ເລີ່ມ – Dare to Begin’, ໄດ້ທີ 2 ຈາກການແຂ່ງຂັນຮູບເງົາລ້ານຊ້າງ ດ້ວຍຜົນງານ ‘ປ.ລ ຫ້າມລຶບ – Memoir’ ຜ່ານການຮ່ວມງານກັບທີມສິລະປິນໄວໜຸ່ມນຳກັນຢ່າງ Anatomoir, ທີ 1 ຈາກງານ Digicon ດ້ວຍຜົນງານອະນິເມຊັນເລື່ອງ ‘ມອນເຊຣີ – Moncery’ ແລະ ງານແຂ່ງຂັນຂຽນນິຍາຍ 7 ມື້ຂອງແອັບຈອຍລະດາລາວ.

ເຖິງແມ່ນວ່າຈະຊະນະຮາງວັນມາເກືອບຈະນັບບໍ່ຖ້ວນກໍຕາມ, ວຣາວົງກໍໄດ້ກ່າວວ່າຕົນເອງກໍຍັງຄົງຄົ້ນຫາຢູ່ວ່າຮູບແບບສິລະປະໃດທີ່ຕົນມັກທີ່ສຸດ ຫຼື ເກັ່ງທີ່ສຸດ “ມັນເລີ່ມຈາກການທີ່ເຮົາມັກແຕ້ມຮູບ, ຈາກນັ້ນກໍເລີ່ມຂະຫຍາຍມາແຕ້ມກາຕູນ. ຈາກນັ້ນກໍແຕ້ມມາເລື້ອຍໆ ບໍ່ວ່າຈະເປັນ fanart ຫຼື ທີ່ອອກແບບເອງ. ຫຼັງຈາກແຕ້ມມາໄດ້ເປັນໄລຍະໜຶ່ງແລ້ວ, ກໍໄດ້ເຂົ້າມາສູ່ວົງການຂຽນ ເຊິ່ງເລີ່ມຈາກການຂຽນກາຕູນພາບ (comics) ກ່ອນ ແລ້ວຈຶ່ງຜັນໄປຂຽນເປັນນິຍາຍ. ຄວາມສົນໃຈໃນການຂຽນໄດ້ນຳໄປສູ່ການນໍາບົດໄປສ້າງເປັນຮູບເງົາ. ພໍໄດ້ເລີ່ມເຂົ້າຮຽນທີ່ສະຖາບັນວິຈິດສິນແຫ່ງຊາດ ກໍໄດ້ມີໂອກາດຮຽນກ່ຽວກັບ Animation ບໍ່ວ່າຈະເປັນຮູບແບບ Stop Motion, 2D ຫຼື 3D. ລະຫວ່າງນັ້ນກໍສົ່ງຜົນງານເຂົ້າແຂ່ງງານຕ່າງໆໄປນໍາຕາມຄໍາແນະນໍາຂອງຄູອາຈານ. ທັງ 4 ຢ່າງທີ່ໄດ້ເຮັດມານີ້ແມ່ນມັນຊ່ວຍໃຫ້ເຮົາໄດ້ມີປະສົບການໃໝ່ໆຢູ່ຕະຫຼອດເວລາ ເຮົາເລີຍຄິດວ່າຖ້າເປັນໄປໄດ້ກໍຢາກຈະຜະລິດຜົນງານໃໝ່ໆຂຶ້ນມາອີກເລື້ອຍໆ ເພື່ອທີ່ຈະໄດ້ທົດລອງ, ໄດ້ຮຽນຮູ້ ແລະ ໄດ້ຊອກຫາສິ່ງທີ່ມັກທີ່ສຸດໄປນຳມັນ”

ໄດ້ຮາງວັນຫຼາຍຂະໜາດນີ້ຄິດວ່າຕົນເອງຢູ່ໃນຈຸດໃນຂອງວົງການສິລະປະລາວ?

ຢູ່ໃນຈຸດທີ່ຍັງມີອີກຫຼາຍໆຢ່າງທີ່ຕ້ອງຮຽນຮູ້ ເຮົາຄິດວ່າເຮົາກໍຍັງເປັນພຽງຄົນຫນຶ່ງທີ່ມັກຮັກໃນສິລະປະຄືກັບຄົນອື່ນໆ. ໄດ້ລອງຜິດລອງຖືກ ແລະ ໄດ້ມີໂອກາດສ້າງສັນຜົນງານທີ່ຕົນເອງຢາກເຫັນອອກມາເລື້ອຍໆ ຕາງໄດ້ເບິ່ງກັບມາເຫັນການພັດທະນາຂອງຕົນເອງໃນອະນາຄົດ.

ຜົນງານທີ່ມັກທີ່ສຸດຂອງຕົນເອງແມ່ນຫຍັງ?

ຜົນງານທີ່ຕົນເອງມັກທີ່ສຸດແມ່ນ ເລື່ອງ Moncery ແລະ ນິຍາຍ Gone for Good ເນື່ອງຈາກວ່າທັງສອງເລື່ອງເປັນຜົນງານດ່ຽວ ຈຶ່ງເຮັດໃຫ້ລະຫວ່າງທາງໄດ້ໃຊ້ເວລາກັບຕົນເອງຫຼາຍ ແລະ ມີອິດສະຫຼະເຕັມທີ່ໃນການຕັດສິນໃຈ. ນອກຈາກນີ້, Gone for Good  ຍັງໄດ້ຮັບຜົນຕອບຮັບທີ່ດີຫຼາຍຈາກຜູ້ອ່ານ ທັງຍັງເປັນນິຍາຍທີ່ຕົນເອງໄດ້ແຕ້ມຮູບປົກ ແລະ ຮູບຕົວຢ່າງເພື່ອດຶງຄວາມສົນໃຈກ່ອນຈະປ່ອຍມັນອີກພ້ອມ.

ເຄີຍຖືກດູຖູກບໍ່?

ເຊື່ອວ່າທຸກຄົນກໍເຄີຍ ອາດຈະບໍ່ແມ່ນການຍ່າງມາເວົ້າຕໍ່ໜ້າ ແຕ່ແມ່ນການທີ່ຖືກເວົ້າອ້ອມໆ ຖ້າແມ່ນຄົນທີ່ເຮົາບໍ່ຮູ້ຈັກ, ເຮົາກໍບໍ່ຮູ້ສຶກວ່າມັນກະທົບຄວາມຮູ້ສຶກຫຍັງຫຼາຍ. ແຕ່ມັນກໍຈະມີບາງກຸ່ມທີ່ເປັນຄົນໃກ້ຕົວມາເວົ້າເຕືອນວ່າ ລູກກໍຮຽນເກັ່ງເປັນຫຍັງຄືບໍ່ໄປສາຍອື່ນ, ດ້ວຍຄວາມທີ່ມັນບໍ່ແມ່ນຄໍາເວົ້າທີ່ຕັ້ງໃຈຈະປອງຮ້າຍ ແຕ່ເລິກໆເຮົາກໍຮູ້ສຶກເສຍໃຈຢູ່ດີ ມັນຄືກັບວ່າພວກເຂົາບໍ່ເຊື່ອໃນສິ່ງທີ່ເຮົາກໍາລັງເຮັດ ແລະຕັ້ງໃຈ. ແຕ່ປັດຈຸບັນກໍໄຄຂຶ້ນແນ່ແລ້ວ ເພາະເຮົາໄດ້ພິສູດດ້ວຍຜົນງານທີ່ອອກມາ, ເວລາໄດ້ເຫັນຫຍັງທີ່ເປັນຮູບເປັນຮ່າງ ຄົນອື່ນທີ່ບໍ່ເຂົ້າໃຈສິ່ງທີ່ເຮົາເຮັດເຂົາເຈົ້າກໍຈະຊຶມຊັບມັນໄດ້ງ່າຍຂຶ້ນ.

ຄິດວ່າວົງການສິລະປະຂອງລາວເປັນແນວໃດແລ້ວໃນປັດຈຸບັນ?

ໃນວົງການສິລະປະຂອງລາວຖືວ່າດີຂຶ້ນກວ່າເມື່ອກ່ອນຫຼາຍ. ດຽວນີ້ສື່ media ເປີດກວ້າງຂຶ້ນ ຊ່ວຍສະໜັບສະໜູນໃຫ້ຄົນທີ່ຢູ່ໃນວົງການສິລະປະໄດ້ມີພື້ນທີ່ສະແດງຕົວ, ເຮັດໃຫ້ຜູ້ຄົນໄດ້ເຫັນວ່າຄົນທີ່ຢູ່ສາຍນີ້ມີຄວາມສາມາດຫຼາກຫຼາຍ ແລະ ສາມາດປະຍຸກການແຕ້ມຮູບມານຳໃຊ້ໃນໜ້າທີ່ວຽກງານຕົວຈິງໄດ້.

ຢາກຝາກຫຍັງເຖິງຜູ້ທີ່ບໍ່ໄດ້ຢູ່ໃນວົງການສິລະປະ?

ຢາກໃຫ້ທຸກຄົນຫັນມາສະໜັບສະໜູນກັນຫຼາຍຂຶ້ນ ບໍ່ວ່າຈະດ້ວຍທຶນ ຫຼື ດ້ວຍຄຳເວົ້າ ເພາະບໍ່ວ່າຈະແມ່ນໃຜ ທຸກຄົນລ້ວນແຕ່ມີມື້ທີ່ບໍ່ດີຄືກັນໝົດ. ການທີ່ເຮົາໄດ້ຍິນຄຳຍ້ອງຈາກຄົນອື່ນອາດຈະຊ່ວຍເປັນກໍາລັງໃຈໄດ້ຫຼາຍກວ່າທີ່ເຮົາຄິດ ບໍ່ຕ້ອງເຂົ້າໃຈສິລະປິນທຸກຢ່າງກໍໄດ້ ຂໍພຽງສະໜັບສະໜູນເຂົາເຈົ້າກໍພໍ.

ຕອນນີ້ກຳລັງມີຜົນງານຫຍັງ?

ຕອນນີ້ກໍາລັງສ້າງສັນຜົນງານຢູ່ປະມານ 3 ຢ່າງ ນັ້ນກໍຄື: ຮູບເງົາສັ້ນ ທີ່ໄດ້ທຶນຈາກການແຂ່ງຂັນຂຽນບົດຂອງງານຮູບເງົາລ້ານຊ້າງ ຄັ້ງທີ 2 ເພາະຕິດໜຶ່ງໃນ 4 ຂອງບົດທີ່ຊະນະເລີດ, ຕອນນີ້ກຳລັງຢູ່ໃນຂັ້ນຕອນຂຽນສະຕໍຣີບອດຢູ່, ຢ່າງທີ 2 ແມ່ນອະນິເມຊັນສັ້ນທີ່ໄດ້ທຶນຈາກໂຄງການຂອງຫຼວງພະບາງຟິມ ປີ 2021, ແລະ ສຸດທ້າຍແມ່ນຜົນງານນິຍາຍສັ້ນໜຶ່ງເລື່ອງທີ່ຈະອອກມາໃກ້ໆນີ້ ພ້ອມກັບຮູບປະກອບ.  

ຂອບໃຈຜູ້ໃຫ້ສຳພາດ: ວຣາວົງ ພຣະຈັນ
ຜູ້ສຳພາດ: ວາດສະໜາ ນົງວິໄລ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/