The Enigma ເພັດສີດຳຈາກອະວະກາດ ຂະໜາດ 555.55 ກະຣັດ ກຽມພ້ອມເປີດປະມູນ ແລະ ສາມາດຈ່າຍເປັນຫຼຽນ Cryptocurrency


ເມື່ອວັນທີ 17 ມັງກອນ ທີ່ຜ່ານມານີ້ Sotheby’s ບໍລິສັດປະມູນຊື່ດັງໃນດູໄບ ໄດ້ເປີດຕົວເພັດສີດຳທຳມະຊາດທີ່ມີຊື່ວ່າ The Enigma ເຊິ່ງເຊື່ອກັນວ່າເປັນເພັດທີ່ມາຈາກນອກໂລກ ໂດຍການເປີດຕົວຄັ້ງນີ້ມັນກໍໄດ້ສ້າງສຽງຮືຮາ ຈົນສື່ຕ່າງປະເທດຫຼາຍແຫ່ງຕ້ອງໄດ້ຕິດຕາມການເຄື່ອນໄຫວຂອງເພັດເມັດນີ້.

The Enigma ເປັນເພັດສີດຳທຳມະຊາດທີ່ມີຂະໜາດ 555.55 ກະຣັດ ເຊິ່ງມີຂະໜາດໃຫຍ່ຈົນເຄີຍຖືກບັນທຶກໂດຍ Guinness Book of World Records ວ່າເປັນເພັດເຈຍຣະໄນທີ່ໃຫຍ່ທີ່ສຸດໃນໂລກ ໃນປີ 2006 ເຊິ່ງເພັດສີດຳນີ້ຄາດວ່າມີອາຍຸຢ່າງໜ້ອຍ 2.6 ພັນລ້ານປີ ແລະ ມີທີ່ມາຈາກອຸກະບາດທີ່ແລ່ນຕຳໂລກ.

ເພັດທີ່ມີສີດຳທຳມະຊາດນີ້ ຫຼື ທີ່ເອີ້ນວ່າ carbonado ເຊັ່ນ The Enigma ເມັດນີ້ ຖືວ່າຫາຍາກແທ້ໆ  ໂດຍ Sophie Stevens ຜູ້ຊ່ຽວຊານທາງດ້ານອັນຍະມະນີ ຂອງ Sotheby’s ໃນດູໄບກ່າວວ່າ ເພັດເມັດນີ້ມີທີ່ມາຈາກການແລ່ນຕຳໂລກຂອງອຸກາບາດຈົນເຮັດໃຫ້ເກີດຂະບວນການເຄືອບຜິວດ້ວຍສານເຄມີ ຫຼືບໍ່ກໍອາດຈະຕິດມາກັບອຸກະບາດເລີຍກໍເປັນໄດ້ຄືກັນ.

ໂດຍເພັດເມັດນີ້ກຳລັງຖືກຈັດສະແດງຢູ່ທີ່ດູໄບໃນອາທິດນີ້ແລະກຽມຈະອອກທົວໄປຈັດສະແດງທີ່ Los Angeles ແລະ London ໃນຕົ້ນເດືອນກຸມພາ ກ່ອນຈະນໍາໄປປະມູນຜ່ານລະບົບອອນລາຍໃນວັນທີ 3-9 ກຸມພາ 2022 ນີ້ ເຊິ່ງທາງ Sotheby’s ກໍຄາດວ່າໜ້າຈະຂາຍໄດ້ຢ່າງໜ້ອຍ 5 ລ້ານປອນ ຫຼື ປະມານ 6.8 ລ້ານໂດລາສະຫະລັດ.

ແລະ ຈຸດພິເສດຂອງການປະມູນເພັດເມັດນີ້ກໍຄື Sothey’s ປະກາດຮັບຫຼຽນ Cryptocurrency ເພື່ອໃຊ້ຈ່າຍໃນການປະມູນໄດ້ອີກພ້ອມ ໂດຍຈະຮັບເປັນຫຼຽນ Bitcoin (BTC), Ethereum (ETH) ແລະ stablecoin ສະກຸນ USFC ແລະ ຈະດຳເນີນການໂດຍແພລັດຟອມ Coinbase Commerce.

ການປະກາດຮັບຫຼຽນ Cryptocurrency ຖືວ່າເປັນການຕໍ່ຍອດຄວາມສຳເລັດຈາກການປະມູນເພັດ ‘The Key 10138’ ທີ່ມີການຈ່າຍດ້ວຍ Cryptocurrency ເຊັ່ນດຽວກັນ. Nikita Binani ຜູ້ຊ່ຽວຊານດ້ານອັນຍະມະນີແລະຫົວໜ້າຝ່າຍຂາຍຂອງ Sotheby’s ໃນ London ໃຫ້ຄວາມເຫັນວ່າ ການປະມູນຄັ້ງນີ້ຈະເປັນການຕໍ່ຍອດຄວາມພະຍາຍາມທີ່ຈະເປັນຜູ້ນຳດ້ານການຕະຫຼາດດ້ວຍການດຶງດູດ community ຂອງຜູ້ຫຼິ້ນ Cryptocurrency ໃນປັດຈຸບັນນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/