ສິງກະໂປເລີ່ມທົດສອບການອອກໃບຮັບຮອງການກວດ Covid-19 ແບບ ATK


ໃນໄລຍະການລະບາດຂອງເຊື້ອໂຄວິດ-19 ທີ່ບາງປະເທດກໍໄດ້ເປີດໃຫ້ບໍລິການເດີນທາງເຂົ້າອອກແລ້ວ ແຕ່ກໍຍັງມີເງື່ອນໄຂມາດຕະການການກວດຫາເຊື້ອ ບໍ່ວ່າຈະເປັນກ່ອນເດີນທາງອອກ, ເດີນທາງເຂົ້າ ຫຼື ອາດຈະທັງສອງ. ຜູ້ທີ່ເດີນທາງຈະຕ້ອງມີໃບຮັບຮອງວ່າກວດຫາເຊື້ອແລ້ວບໍ່ພົບຈຶ່ງຈະສາມາດເຂົ້າໄປໄດ້ ເຊິ່ງສ່ວນໃຫຍ່ແລ້ວຈະຕ້ອງໄດ້ກວດຜ່ານເຄື່ອງກວດ RT-PCR ທີ່ໂຮງໝໍ ຈຶ່ງຈະສາມາດອອກໃບຮັບຮອງໄດ້. ຂໍ້ດີຂອງມັນກໍຄືເປັນກວດທີ່ຖືກຕ້ອງ ແຕ່ຕ້ອງໄດ້ໃຊ້ເວລາລໍຖ້າຜົນຢ່າງໜ້ອຍ 24 ຊົ່ວໂມງ. ດ້ວຍເຫດນັ້ນ, ກະຊວງສາທາລະນະສຸກແຫ່ງປະເທດສິງກະໂປຈຶ່ງໄດ້ເລີ່ມໂຄງການທົດສອບ ການອອກໃບຮອງຮັບຜົນກວດ Covid-19 ດ້ວຍເຄື່ອງກວດແບບໄວຢ່າງ ATK ໃຫ້ຜູ້ທີ່ຕ້ອງກຽມເດີນທາງຈາກເຮືອນໄດ້ເລີຍ.

ປັດຈຸບັນມີພຽງ Doctor Anywhere ເປັນບໍລິສັດ Start-up ດຽວໃນປະເທດທີ່ໄດ້ໃຫ້ບໍລິການຮູບແບບດັ່ງກ່າວ, ການກວດນັ້ນຈະໃຊ້ເວລາໄປ 30 ນາທີ ພ້ອມຄ່າບໍລິການອີກ 12.84 ໂດລາສິງກະໂປ. ຂັ້ນຕອນການໃຫ້ອະນຸມັດໃບຮອງຮັບແມ່ນ ຜູ້ທີ່ຈະເດີນທາງຕ້ອງໄດ້ໂທລົມກັບຊ່ຽວຊານແບບວິດີໂອ ເພື່ອຈະໄດ້ນຳພາຂັ້ນຕອນການກວດຫາເຊື້ອຈາກເຄື່ອງກວດແບບໄວຢ່າງຖືກຕ້ອງ ເຊັ່ນການແຍ່ໄມ້ເກັບຕົວຢ່າງເລິກພໍແລ້ວຫຼືບໍ່ ແລະ ຢືນຢັນວ່າຊຸດກວດນັ້ນແມ່ນຊຸດໃໝ່ ພ້ອມທັງຖືກຫຼັກມາດຕະຖານກ່ອນກວດ. ໃນລະຫວ່າງທີ່ລໍຖ້າຜົນກວດກໍຈະໄດ້ມີການກວດເອກະສານບັດປະຈຳຕົວຂອງຜູ້ເດີນທາງພ້ອມ. ຫຼັງຈາກນັ້ນ ໃບຮັບຮອງຈະໄດ້ສົ່ງໄປຫາຜູ້ກວດຜ່ານຂໍ້ຄວາມ ແລະ ອີເມວ.

ຊ່ຽວຊານທາງດ້ານໂຣກຕິດຕໍ່ໄດ້ກ່າວວ່າ ການທົດລອງນີ້ ຈະຊ່ວຍໃຫ້ການກວດຫາເຊື້ອນັ້ນສະດວກ ແລະ ປອດໄພຂຶ້ນ. ເນື່ອງຈາກໄດ້ໃກ້ຊິດກັບແພດໝໍ ແລະ ຍັງເປັນການໃຫ້ບໍລິການທີ່ຖືກກວ່າ ເມື່ອທຽບກັບການໄດ້ອອກໄປກວດຢູ່ໂຮງໝໍ ຫຼື ລອງຜິດລອງຖືກກວດດ້ວຍຕົນເອງ. ນອກຈາກນີ້ຍັງຫຼຸດຜ່ອນຄວາມສ່ຽງທີ່ຈະໄດ້ໃກ້ຊິດກັບຜູ້ຕິດເຊື້ອໂຄວິດ-19 ທີ່ສູນກວດຫາເຊື້ອພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/