Starbucks ໃນປະເທດຍີ່ປຸ່ນ ເປີດໃຫ້ເຊົ່າຈອກສະແຕນເລດ ເພື່ອຫວັງລົດຂີ້ເຫຍື້ອແບບໃຊ້ແລ້ວຖິ້ມ!


Starbucks ໃນໂຕກຽວ ມີແນວຄິດລົດຂີ້ເຫຍື້ອແບບໃຊ້ແລ້ວຖິ້ມ ໂດຍການໃຫ້ລູກຄ້າເຊົ່າຈອກສະແຕນເລດໃນ 10 ສາຂາ ເຊິ່ງເປັນເປົ້າໝາຍທີ່ໄດ້ວາງໄວ້ເພື່ອຕ້ອງການລົດຂີ້ເຫຍື້ອລົງເຄິ່ງໜຶ່ງໃນເຄືອຮ້ານຄ້າຂອງ Starbucks ພາຍໃນປີ 2030.

ໂດຍວິທີເຊົ່າຈອກນັ້ນ ໃນ 10 ສາຂາເຫຼົ່ານີ້ແມ່ນສຸດແສນຈະງ່າຍດາຍ ພຽງແຕ່ລູກຄ້າກົດເຂົ້າໃຊ້ Re&Go service ຜ່ານແອັບ Line (ລາຍ) ແລະ ບອກພະນັກງານວ່າຕ້ອງການເຊົ່າຈອກ ຫຼັງຈາກນັ້ນພະນັກງານກໍຈະນຳຈອກມາ ລູກຄ້າກໍຈະສະແກນ QR code ແລະສາມາດນຳໄປໃຊ້ໄດ້ເລີຍ ຕອນທີ່ຈະຄືນຈອກກໍພຽງແຕ່ນຳໄປສົ່ງຄືນຢູ່ 10 ສາຂາໃດກໍໄດ້ທີ່ເຂົ້າຮ່ວມໂຄງການ ແລະ ຕ້ອງສະແກນຢືນຢັນການສົ່ງຄືນອີກຮອບ.

ຕອນນີ້ໂຄງການຢືມຈອກສະແຕນເລດໄດ້ມີການເປີດໃຫ້ປະຊາຊົນທີ່ມີແອັບໄດ້ທົດລອງໃຊ້ຟຣີແລ້ວໃນໂຕກຽວກ່ອນ ແຕ່ຫຼັງຈາກທົດລອງໃຊ້ໃນໂຕກຽວແລ້ວກໍຈະຂະຫຍາຍໄປແຂວງອື່ນໆທົ່ວຍີ່ປຸ່ນອີກພ້ອມ.

ເຊິ່ງກ່ອນໜ້ານີ້ Starbucks ໃນປະເທດອື່ນໆກໍມີບໍລິການໃຫ້ຢືມຈອກຄືກັນ ເຊັ່ນ ປະເທດເກົາຫຼີໃຕ້ ສາຂາ Jeju ທີ່ໃຫ້ລູກຄ້າຈ່າຍເງິນເພື່ອມັດຈຳຄ່າຈອກ ແລະເວລາມາສົ່ງຈອກສາມາດມາຮັບເງິນມັດຈຳນັ້ນໄດ້ຄືນຕາມຈຸດທີ່ໄດ້ກຳນົດໄວ້ ແລະ ອີກ 5 ສາຂາ ໃນ Seattle ສະຫະລັດອາເມຣິກາ ທີ່ໃຫ້ລູກຄ້າເຊົ່າຈອກຜ່ານແອັບແລະວາງເງິນມັດຈຳເຊັ່ນດຽວກັນ.

ນອກຈາກນີ້ກໍມີໂຄງການຂອງ Starbucks ໃນອິນໂດເນເຊຍທີ່ມີການເລີ່ມໃຊ້ຈອກຈາກພລາສຕິກຣີໄຊເຄິນ rPET ໃນທຸກໆສາຂາອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/