ຮົງກົງສັ່ງກຳຈັດສັດກວ່າ 2,000 ໂຕ ຫຼັງຈາກພົບວ່າມີໜູແຮັມເຕີ້ຕິດເຊື້ອໂຄວິດ-19 ໃນຮ້ານຂາຍສັດລ້ຽງແຫ່ງໜຶ່ງ


ທາງການຮົງກົງໄດ້ກ່າວເມື່ອວັນອັງຄານ ທີ 18 ມັງກອນ ທີ່ຜ່ານມາວ່າ ຈະກຳຈັດໜູແຮັມເຕີ້ແລະສັດທີ່ມີຂະໜາດນ້ອຍກວ່າ 2,000 ໂຕ ຫຼັງຈາກທີ່ກວດພົບເຊື້ອໂຄວິດ-19 ໃນໜູແຮັມເຕີ້ຫຼາຍໂຕໃນຮ້ານຂາຍສັດລ້ຽງທີ່ມີພະນັກງານຕິດເຊື້ອຢູ່ນຳ.

ໂດຍການສັ່ງກຳຈັດແຮັມເຕີ້ແລະສັດລ້ຽງອື່ນໆພາຍໃນຮ້ານ  ມີຂຶ້ນຫຼັງຈາກທີ່ທາງການຮົງກົງດຳເນີນການກວດສອບກໍລະນີການແຜ່ລະບາດຂອງໂຄວິດ-19 ສາຍພັນເດລຕ້າ ແລະ ພົບວ່າລູກຈ້າງໃນຮ້ານຂາຍສັດລ້ຽງແຫ່ງນີ້ມີຜົນການກວດເຊື້ອເປັນບວກ ກ່ອນຈະມີການຂະຫຍາຍການກວດເຊື້ອໄປທີ່ສັດຊະນິດຕ່າງໆພາຍໃນຮ້ານ ລວມເຖິງໜູແຮັມເຕີ້ທີ່ນຳເຂົ້າມາຈາກປະເທດເນເທີແລນ ແລະ ພົບວ່າພວກມັນຕິດເຊື້ອ 11 ໂຕ.

ນອກຈາກໜູແຮັມເຕີ້ແລ້ວ ທາງການຮົງກົງກໍໄດ້ເຮັດການກວດເຊື້ອ ກະຕ່າຍແລະ ຊິນຊິລ່າ (chinchillas) ແຕ່ກໍພົບວ່າມີພຽງໜູແຮັມເຕີ້ເທົ່ານັ້ນທີ່ຕິດເຊື້ອ ເຊິ່ງສັດເຫຼົ່ານີ້ແມ່ນໄດ້ນຳເຂົ້າມາຈາກ ເນເທີແລນ ເຊັ່ນດຽວກັນ.

ຕາມລາຍງານຂອງສູນຄວບຄຸມແລະປ້ອງກັນໂຣກແຫ່ງສະຫະລັດອາເມຣິກາ ຫຼື (CDC) ໄດ້ກ່າວວ່າ ເບິ່ງຄືວ່າສັດຈະບໍ່ມີບົດບາດສຳຄັນໃນການແຜ່ກະຈາຍຂອງການແຜ່ເຊື້ອໂຄວິດ-19 ແລະ ທີ່ຜ່ານມາແມ່ນມີສັດພຽງຊະນິດດຽວຄື “ມິ້ງ” ທີ່ພົບວ່າຕິດເຊື້ອແລະແຜ່ໄປສູ່ຄົນໄດ້. ແຕ່ສຳລັບໃນກໍລະນີນີ້ ທາງການຮົງກົງບໍ່ປະຕິເສດຄວາມເປັນໄປໄດ້ທີ່ອາດຈະມີການແຜ່ເຊື້ອລະຫວ່າງສັດສູ່ຄົນເກີດຂຶ້ນຈາກກໍລະນີນີ້.

ຂະນະທີ່ Edwin Tsui ເຈົ້າໜ້າທີ່ປະຈຳສູນຄວບຄຸມຂອງສູນຄຸມສຸຂະພາບຂອງຮົງກົງໄດ້ກ່າວວ່າ “ເຮົາບໍ່ສາມາດປະຕິເສດຄວາມເປັນໄປໄດ້ວ່າ ເຈົ້າຂອງຮ້ານອາດຕິດເຊື້ອໂຄວິດມາຈາກໜູແຮັມເຕີ້”

ທາງດ້ານ Leung Siu-fai ອະທິບໍດີກົມວິຊາການກະສິກຳ, ປະມົງແລະການອະນຸລັກ ກ່າວໃນລະວ່າງການຖະແຫຼງຂ່າວ ໂດຍໄດ້ແນະນຳເຈົ້າຂອງແຮັມເຕີວ່າ ຄວນລ້ຽງພວກມັນໄວ້ໃນເຮືອນແລະບໍ່ຄວນພາມັນອອກໄປຂ້າງນອກ “ເຈົ້າຂອງສັດລ້ຽງທຸກຄົນຄວນຮັກສາສຸຂະອະນາໄມສ່ວນບຸກຄົນໃຫ້ດີ ຫຼັງຈາກທີ່ເຈົ້າໄດ້ສຳຜັດກັບສັດແລະໃຫ້ອາຫານພວກມັນແລ້ວ ແລະ ບໍ່ຄວນຈູບສັດລ້ຽງ” Leung Siu-fai ໄດ້ກ່າວ.

ສຳລັບລູກຄ້າທີ່ຊື້ແຮັມເຕີຈາກຮ້ານໄປຫຼັງຈາກ ວັນທີ 7 ມັງກອນ ຈະຕ້ອງຖືກກັກຕົວແລະຕ້ອງສົ່ງມອບແຮັມເຕີ້ໃຫ້ທາງການເພື່ອນຳໄປກຳຈັດ ຂະນະດຽວກັນທາງການຮົງກົງກໍໄດ້ສັ່ງລະງັບການນຳເຂົ້າແລະຈຳໜ່າຍ ແຮັມເຕີ້ແລະສັດລ້ຽງລູກດ້ວຍນົມຂະໜາດນ້ອຍທຸກຊະນິດ. ຫຼ້າສຸດນີ້ ຮ້ານຂາຍສັດຫຼາຍແຫ່ງທົ່ວຮົງກົງຖືກປິດແລະມີການກຳນົດສີດພົ່ນຂ້າເຊື້ອທົ່ວເມືອງ ໂດຍສະເພາະໃນເຂດທີ່ມີການແຜ່ລະບາດຂອງໂຄວິດ.

ທາງດ້ານສະມາຄົມປ້ອງກັນການທຳຮ້າຍສັດຂອງຮົງກົງ ເຊິ່ງດຳເນີນພາຍໃຕ້ຄວາມຮ່ວມມືຂອງຄລີນິກສັດຕະວະແພດຫຼາຍແຫ່ງ ຮຽກຮ້ອງໃຫ້ທາງການຮົງກົງພິຈາລະນາເລື່ອງການກຳຈັດແຮັມເຕີ້ແລະສັດທີ່ມີຂະໜາດນ້ອຍກວ່າ 2,000 ໂຕດັ່ງກ່າວອີກຄັ້ງ.

“SPAC ຕົກໃຈແລະເປັນກັງວົນກັບການປະກາດຂອງລັດຖະບານຫຼ້າສຸດນີ້ ກ່ຽວກັບສັດຂະໜາດໜ້ອຍກວ່າ 2,000 ໂຕ ເຊິ່ງບໍ່ໄດ້ຄຳນຶງເຖິງສັດແລະຄວາມຜູກພັນລະຫວ່າງມະນຸດກັບສັດ”. 

Sophia Chan ລັດຖະມົນຕີສາທາລະສຸກຂອງຮົງກົງ ຢືນຢັນວ່າທາງການໄດ້ໃຊ້ຄວາມລະມັດລະວັງໃນການດຳເນີນການເລື່ອງ ເຖິງວ່າຈະບໍ່ມີຫຼັກຖານວ່າສັດລ້ຽງສາມາດແຜ່ເຊື້ອສູ່ຄົນໄດ້.


ການຕັດສິນໃຈກຳຈັດແຮັມເຕີ້ແລະສັດກວ່າ 2,000 ໂຕດັ່ງກ່າວ ສະທ້ອນເຖິງແນວທາງປ້ອງກັນໂຄວິດຢ່າງຈິງຈັງຂອງລັດຖະບານຈີນຕາມນະໂຍບາຍ Zero COVID ຫຼື ການຄວບຄຸມແລະລົດຈຳນວນຜູ້ຕິດເຊື້ອໂຄວິດໃຫ້ເປັນ 0.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/