ສິ່ງທີ່ຄວນເຮັດ ຫຼັງຈາກຫາຍດີຈາກການຕິດເຊື້ອໂຄວິດ-19


ການຕິດເຊື້ອໂຄວິດ ສົ່ງຜົນກະທົບທັງໄລຍະສັ້ນ ແລະ ໄລຍະຍາວ ເພາະວ່າຫຼັງຈາກເຊົາເປັນໂຄວິດແລ້ວ ຫຼາຍຄົນກໍອາດຍັງຮູ້ສຶກບໍ່ສະບາຍເທົ່າທີ່ຄວນ ເພາະເມື່ອເວລາທີ່ເຮົາຕິດເຊື້ອນັ້ນ ຮ່າງກາຍສ້າງພູມຕ້ານທານຂຶ້ນເພື່ອໄປຈັດການກັບເຊວໂປຣຕີນຂອງອະໄວຍະວະບາງສ່ວນ ເຮັດໃຫ້ເກີດອາການອັກເສບໃນຮ່າງກາຍ ສົ່ງຜົນໃຫ້ອະໄວຍະວະນັ້ນໆໄດ້ຮັບຄວາມເສຍຫາຍ ເຊັ່ນ ປອດບວມ ຫຼື ຊີ້ນປອດຖືກທຳລາຍ ໂດຍຄວາມຮຸນແຮງຂອງອາການແມ່ນຂຶ້ນຢູ່ກັບວ່າສາມາດປິ່ນປົວ ຫຼື ກຳຈັດເຊື້ອໂຄວິດ ໄດ້ໄວ ຫຼື ຊ້າ.

ເມື່ອເປັນໂຄວິດເຊົາແລ້ວ ກໍຍັງຕ້ອງເບິ່ງແຍງຕົນເອງ ດັ່ງນີ້:

  1. ໝັ່ນສັງເກດອາການຜິດປົກກະຕິ: ເມື່ອຮູ້ສຶກມີອາການ ໄຂ້, ໄອ ຫຼື ເມື່ອຍງ່າຍ ຫຼື ມີອາການບໍ່ດີ ຄວນເຂົ້າໄປປຶກສາໝໍ ເພື່ອກວດຫາສາເຫດ ແລະ ຮັບການປິ່ນປົວເຊັ່ນ ອາດມີເຊື້ອແບັກທີເຣຍແຊກຊ້ອນ, ຫຼອດເລືອດຫົວໃຈອັດຕັນ, ລິ່ມເລືອດໃນປອດອຸດຕັນ…
  2. ສຳລັບຜູ້ປ່ວຍທີ່ເຊື້ອໂຄວິດລົງປອດ ໄດ້ນອນປິ່ນປົວຕົນເອງຢູ່ໂຮງໝໍເປັນເວລາດົນ ໄດ້ເພິ່ງພາເຄື່ອງຊ່ວຍຫາຍໃຈ ຫຼື ຮັບອັອກຊີເຈນ ແມ່ນຕ້ອງໄດ້ຮັບການເບິ່ງແຍງຢ່າງຕໍ່ເນື່ອງຈາກທີມແພດຜູ້ຊ່ຽວຊານ ເພື່ອຟື້ນຟູສະພາບປອດ.
  3. ສຳລັບຜູ້ປ່ວຍທີ່ມີໂຣກປະຈຳຕົວ ເຊັ່ນ ຄວາມດັນເລືອດສູງ, ໂຣກເບົາຫວານ, ໂຣກຫຼອດເລືອດຫົວໃຈ ຄວນເຂົ້າຮັບການປິ່ນປົວກັບແພດຢ່າງຕໍ່ເນື່ອງ.
  4. ສຳລັບຜູ້ປ່ວຍທີ່ຍັງບໍ່ເຄີຍສັກວັກຊີນປ້ອງກັນໂຄວິດ ຫຼື ໄດ້ຮັບແຕ່ຍັງບໍ່ຄົບໂດສຕາມທີ່ກຳນົດ ຄວນສັກວັກຊີນພາຍໃນ 1-3 ເດືອນ ຫຼັງຈາກທີ່ຫາຍດີຈາກໂຄວິດ.
  5. ສຳລັບຜູ້ປ່ວຍທີ່ຫາກໍເຊົາຈາກໂຄວິດ ແມ່ນບໍ່ແນະນຳໃຫ້ອອກກຳລັງກາຍຫຼາຍ ຫຼື ເຮັດໃຫ້ຕົນເອງເມື່ອຍເກີນໄປ; ຄວນອອກກຳລັງກາຍແບບເບົາໆ ເຊັ່ນ ຫາກເຄີຍແລ່ນກໍໃຫ້ປ່ຽນເປັນຍ່າງສາກ່ອນ ເພື່ອໃຫ້ປອດບໍ່ຕ້ອງເຮັດວຽກໜັກຈົນເກີນໄປ ແລະ ໃຫ້ຮ່າງກາຍຄ່ອຍໆຟື້ນຕົວ ແລະ ປັບສູ່ສະພາບແຂງແຮງ.
  6. ສໍາລັບຜູ້ປ່ວຍທີ່ບໍ່ມີອາການຮຸນແຮງ ຫຼື ມີການເລັກນ້ອຍ ເມື່ອປິ່ນປົວດີຈາກການຕິດເຊື້ອພະຍາດແລ້ວ ຄວນສັງເກດອາການຕົນເອງ ຫາກຮູ້ສຶກວ່າຮ່າງກາຍຍັງອ່ອນເພຍ ຍັງບໍ່ສາມາດກັບຄືນສູ່ສະພາບເກົ່າທີ່ເຄີຍເປັນປົກກະຕິ ແນະນຳໃຫ້ກວດສຸຂະພາບ ກວດເລືອດເພື່ອເບິ່ງຄວາມຜິດປົກກະຕິຂອງໝາກໄຂ່ຫຼັງ, ເອັກຊະເຣປອດ, ຊອກຫາຕົວຊີ້ບອກການອັກເສບຕ່າງໆ ເພື່ອແກ້ໄຂໃຫ້ຮ່າງກາຍກັບມາປົກກະຕິຄືເກົ່າໂດຍໄວ.

ນອກຈາກນີ້ ເພື່ອເປັນການຫຼຸດຜ່ອນການອັກເສບຂອງຮ່າງກາຍ ສິ່ງທີ່ເຮົາຄວນເຮັດໃນຊີວິດປະຈຳວັນ ມີຄື:

  1. ນອນໃຫ້ພຽງພໍ ແລະ ບໍ່ນອນເດິກ ເພາະຖ້າເຮົານອນໜ້ອຍ ຫຼື ນອນເດິກ ຈະຍິ່ງເຮັດໃຫ້ອັດຕາການອັກເສບພາຍໃນຮ່າງກາຍສູງຂຶ້ນ.
  2. ພະຍາຍາມບໍ່ກັງວົນ ເພາະເວລາທີ່ເຮົາມີຄວາມກົດດັນ ຫຼື ກັງວົນ ຮ່າງກາຍຈະສ້າງສານອັກເສບຂຶ້ນມາ; ເຮົາຄວນບຳບັດຄວາມກົດດັນ ຫຼື ກັງວົນດັ່ງກ່າວ ເຊັ່ນ ນັ່ງສະມາທິ, ບໍ່ກັງວົນກັບອະນາຄົດ ຫຼື ນຶກເຖິງອະດີດຫຼາຍຈົນເກີນໄປ, ໃຫ້ຕັ້ງຈິດຢູ່ກັບປະຈຸບັນ, ພະຍາຍາມບໍ່ໃຫ້ຕົນເອງມີຄວາມຄິດຫຼາຍ.
  3. ອອກກຳລັງກາຍແບບເບົາບາງເຖິງປານກາງ ບໍ່ໜັກຫຼາຍ ມັນຈະຊ່ວຍຫຼຸດຜ່ອນການອັກເສບໄດ້ ຊ່ວຍສ້າງສານຕ້ານອະນຸມູນອິດສະຫຼະ.
  4. ຮັບປະທານນ້ຳມັນຕັບປາ ຫຼື Fish Oil ທີ່ມີ EPA ເກີນ 50% ຈະຊ່ວຍຫຼຸດຜ່ອນການອັກເສບໄດ້.
  5. ວິຕາມິນ ດີ (Vitamin D) ເປັນວິຕາມິນທີ່ສາມາດຊ່ວຍຫຼຸດຜ່ອນການອັກເສບໄດ້ໃນທຸກໄລຍະຂອງການຕິດເຊື້ອ ເຊິ່ງເຮົາສາມາດຮັບວິຕາມິນດີໄດ້ດ້ວຍການອອກໄປຕາກແດດຍາມເຊົ້າ ເປັນຕົ້ນ.

ສຳຄັນທີ່ສຸດແມ່ນທຸກຄົນຕ້ອງເອົາໃຈໃສ່ເບິ່ງແຍງດູແລຕົນເອງ ບໍ່ວ່າຈະໄດ້ຮັບເຊື້ອ ແລ້ວຫຼືຍັງກໍຕາມ. ແຕ່ເມື່ອຫາກຕິດເຊື້ອແລ້ວ ປິ່ນປົວຫາຍດີແລ້ວ ກໍຍັງຕ້ອງຕິດຕາມອາການຕົນເອງຢ່າງໃກ້ຊິດ ເພື່ອໃຫ້ແນ່ໃຈວ່າຮ່າງກາຍໄດ້ຟື້ນຟູເຕັມທີ່ ແລະ ກັບເຂົ້າສູ່ສະພາບປົກກະຕິແລ້ວ. ຫາກມີອາການ ກໍແນະນຳໃຫ້ຫາສາເຫດ ຫຼື ປຶກສາໝໍເພື່ອຫາສາເຫດຢ່າງລະອຽດ ບໍ່ຄວນປ່ອຍປະເລີຍ ເຊິ່ງຈະສົ່ງຜົນເສຍຕໍ່ສຸຂະພາບໄດ້.

ໂດຍປົກກະຕິແລ້ວ ພາຍຫຼັງຕິດເຊື້ອໂຄວິດ ຮ່າງກາຍຈະສ້າງພູມຕ້ານທານຂຶ້ນມາໂດຍທຳມະຊາດ ແລະ ມັກຈະບໍ່ຕິດເຊື້ອຊໍ້າໃນໄລຍະ 1-3 ເດືອນ ພາຍຫຼັງເຊົາຈາກໂຄວິດ. ຫຼັງຈາກນັ້ນ ພູມຕ້ານທານຈະຄ່ອຍໆລົດລົງ ອາດສ່ຽງຕິດເຊື້ອໄດ້ໃນອະນາຄົດ. ດັ່ງນັ້ນ ເຮົາກໍຍັງຈຳເປັນຕ້ອງສືບຕໍ່ປະຕິບັດມາດຕະການຕ້ານໂຄວິດຢ່າງເຂັ້ມງວດ ເຊັ່ນ ການໃສ່ໜ້າກາກ, ໝັ່ນລ້າງມືດ້ວຍສະບູ ຫຼື ແອລກໍຮໍ, ກິນເຂົ້າໂດຍໃຊ້ບ່ວງກາງ ແລະ ບໍ່ໄປໃນບ່ອນແອອັດ ຫຼື ອາກາດບໍ່ຖ່າຍເທ ແລະ ອື່ນໆ.

ອ້າງອີງ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/