ຫຼາຍຄົນຢາກຮຽນພາສາມືເພີ່ມຂຶ້ນ ຫຼັງຈາກມີ superhero ທີ່ພິການທາງການໄດ້ຍິນຄົນທຳອິດ ປາກົດຕົວໃນຮູບເງົາ Eternals


ຮູບເງົາເປັນໜຶ່ງໃນສິ່ງທີ່ຫຼາຍໆຄົນເລືອກທີ່ຈະເບິ່ງໃນເວລາວ່າງ ຫຼື ວັນພັກຜ່ອນຂອງຕົນເອງ ແລະ ເຊື່ອວ່າຫຼາຍຄົນແມ່ນຕ້ອງມັກເບິ່ງບັນດາຮູບເງົາແນວ Superhero ຈາກຄ້າຍ Marvel ຢ່າງແນ່ນອນ. ຮູບເງົາຈາກທາງຄ້າຍທີ່ອອກສາຍໄປເລື່ອງຫຼ້າສຸດມີຊື່ວ່າ Eternals, ອອກສາຍເມື່ອວັນສຸກທີ 5 ພະຈິກທີ່ຜ່ານມາ ແລະ ສາມາດເຮັດລາຍໄດ້ 161 ລ້ານໂດລາ ໃນໄລຍະທ້າຍອາທິດທີ່ເປີດຮູບເງົາ. ດ້ວຍກະແສຂອງຮູບເງົາ ບວກກັບເອກະລັກຂອງຕົວລະຄອນທີ່ອອກມາດີ ຈຶ່ງເຮັດໃຫ້ຮູບເງົາເລື່ອງນີ້ມີອິດທິພົນຕໍ່ຊີວິດຈິງເລີຍກໍວ່າໄດ້.

ເມື່ອສື່ຕ່າງປະເທດລາຍງານວ່າໃນຕອນນີ້ມີຄົນຢາກຮຽນ “ພາສາມື” ເພີ່ມຂຶ້ນ ຫຼັງຈາກການປາກົດຕົວຂອງ hero ຄົນໃໝ່ທີ່ມີບັນຫາທາງດ້ານການໄດ້ຍິນ ຄົນທຳອິດໃນຈັກກະວານ Marvel, ເຊິ່ງ hero ຄົນນີ້ມີຊື່ວ່າ Makkari ຮັບສະແດງໂດຍ ນັກສະແດງສາວ Lauren Ridloff ໂດຍໃນເລື່ອງ ລາວຈະໃຊ້ພາສາມືໃນການສື່ສານກັບຄົນອື່ນໆ.

ທີ່ໜ້າສົນໃຈໄປກວ່ານັ້ນແມ່ນທາງເວັບໄຊ Preply ໄດ້ອອກມາລາຍງານຜົນວິໄຈວ່າ ຍອດການຄົ້ນຫາຄຳວ່າ “ຮຽນຮູ້ພາສາມືເບື້ອງຕົ້ນ” ແມ່ນໄດ້ຮັບການຄົ້ນຫາເພີ່ມຂຶ້ນ 250% ນັບຕັ້ງແຕ່ປີຜ່ານມາ ທີ່ມີການເປີດຕົວ Eternals.

ນອກຈາກນີ້ຫຼາຍຄົນໄດ້ໃຫ້ຄວາມສົນໃຈໃນຕົວ hero Makkari ໄປທົ່ວໂລກ ແລະ ຕັ້ງແຕ່ວັນທີ 1 ພະຈິກ 2020 ຈົນມາຮອດຕອນນີ້ ມີຍອດຄົ້ນຫາຄຳວ່າ “Hero ຫູໜວກຄົນທຳອິດ” ເພີ່ມຂຶ້ນກວ່າ 550%.

ໃນຕອນນີ້ ທາງນັກສະແດງສາວ Lauren ກໍໄດ້ອອກມາທະວີດສະແດງຄວາມດີໃຈທີ່ພາສາມືໄດ້ຮັບຄວາມສົນໃຈຫຼວງຫຼາຍຂະໜາດນີ້.

“ນີ້ເປັນສິ່ງທີ່ດີ ທີ່ຮຽນຮູ້ພາສາມືຈາກຄົນຫູໜວກ, ຄູຫູໜວກ, ຜູ້ສ້າງຄອນເທັ້ນ ແລະ Eternals ຈະເປັນຮູບເງົາທີ່ນຳໄປສູ່ການເພີ່ມຂຶ້ນຂອງຜູ້ທີ່ຕ້ອງການຮຽນພາສາມື” Lauren ໄດ້ກ່າວໃນ twiiter.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/