ນັກສະແດງຊີຣີ້ The Outlaws ທາສີທັບຜົນງານດັງຂອງ Banksy ຕາມໃນບົດ


ຜົນງານສິລະປະໃນຮູບແບບ Graffiti ຫຼື ເປັນການພົ່ນສີໃສ່ຝາ ຂອງ Banksy ສິລະປິນດັງຜູ້ເລິກລັບ ໄດ້ເຫັນດີ ຝາກລາຍນ້ຳອັນເປັນເອກະລັກຜ່ານຜົນງານຮູບໜູສີດຳ ພ້ອມຂຽນຊື່ໃສ່ໃນຝາ ທີ່ເປັນສາກຂອງກອງຖ່າຍຮູບເງົາຊີຣີ້ The Outlaws ໃນເມືອງບຣິສໂທ (Bristol) ເຊິ່ງເປັນບ້ານເກີດຂອງ Banksy. ແຕ່ພາຍຫຼັງກໍໄດ້ຖືກນັກສະແດງທາສີທັບມັນຮຽບຮ້ອຍ.

Banksy ເປັນສິລະປິນດັງທີ່ມັກສ້າງຜົນງານສຽດສີລົງໃນຝາຜ່ານຮູບແບບ Graffiti ແລະ ຍັງບໍ່ມີໃຜຮູ້ຈັກຕົວຕົນທີ່ແທ້ຈິງຂອງລາວ. ດ້ວຍເຫດນັ້ນເອງຜົນງານຈຶ່ງມີລາຄາທີ່ສູງຂຶ້ນໄປນັບມື້. ເຊັ່ນຜົນງານດັງຢ່າງຮູບເດັກນ້ອຍ ແລະ ປູມເປົ້າສີແດງທີ່ລອຍຂຶ້ນໄປ ໄດ້ຖືກນຳເຂົ້າໄປປະມູນ. ແຕ່ທັນທີທີ່ຕັດສິນຜູ້ປະມູນໄດ້, ໃນຂອບຮູບດັ່ງກ່າວທີ່ມີໃບມີດເຊື່ອງຢູ່ກໍຕັດຜົນງານນັ້ນໃຫ້ຂາດໄປໝົດ. ມາຮູ້ພາຍຫຼັງວ່ານັ້ນແມ່ນຈຸດປະສົງຂອງສິລະປິນເອງ, ເຊິ່ງເຈົ້າຕົວບໍ່ໄດ້ຢາກຂາຍ ໂດຍຕັ້ງໃຈທຳລາຍຜົນງານມັນ ແຕ່ກາຍເປັນວ່າຄົນຍິ່ງໃຫ້ຄວາມສົນໃຈແກ່ມັນຫຼາຍ ຈົນປັດຈຸບັນນັ້ນມີມູນຄ່າສູງເຖິງ 16 ລ້ານປອນ ໃນການປະມູນເດືອນທີ່ຜ່ານມາ.

The outlaws ຊີຣີ້ດັງທີ່ຂຽນ ແລະ ກຳກັບໂດຍ Stephen Merchant. ເປັນເລື່ອງກ່ຽວກັບຕົວລະຄອນ Walken ທີ່ເປັນໜຶ່ງໃນກຸ່ມເດັກທີ່ຍັງບໍ່ບັນລຸນິຕິພາວະ ແຕ່ໄດ້ກໍ່ອາຊະຍາກຳໄວ້ ພວກເຂົາຈຶ່ງຕ້ອງໄດ້ມາປັບແຕ່ງຕຶກເກົ່າເພື່ອໃຫ້ບໍລິການແກ່ຊຸມຊົນ.

ທີ່ເມືອງບຣິສໂທ, ທີມຮູບເງົາ The Outlaws ໄດ້ມີການຖ່າຍທຳຕອນສຸດທ້າຍ ໂດຍມີຕົວລະຄອນ Walken ຍ່າງເຂົ້າມາແລ້ວທາສີທັບໃສ່ຮູບແຕ້ມຂອງແທ້ຂອງ Banksy ໃນສາກດັ່ງກ່າວ. ໂດຍຕົວແທນຈາກທີມງານໄດ້ອອກມາຢືນຢັນວ່າຜົນງານສິລະປະໃນຕອນທ້າຍຂອງຮູບເງົານັ້ນແມ່ນຕົ້ນສະບັບຂອງ Banksy ແລະ Christopher Walken ໄດ້ທາສີທັບມັນໃນຂະນະທີ່ຖ່າຍທຳຢູ່ ເທົ່າກັບວ່າລາວໄດ້ທຳລາຍມັນໄປແລ້ວ.

ເນື້ອໃນຕອນທ້າຍຂອງເລື່ອງທີ່ໄດ້ສາຍລົງໃນ BBC iPlayer ໃນວັນທີ 10 ພະຈິກທີ່ຜ່ານມາ ສ້າງຄວາມຕົກໃຈໃຫ້ແກ່ຄົນເບິ່ງຫຼາຍ ເຊິ່ງມັນໄດ້ປິດທ້າຍດ້ວຍ ຕົວລະຄອນທີ່ກຳລັງຢືນເບິ່ງຮູບຜົນງານດັງຢູ່ ກ່ອນຈະຫັນມາຖາມເຈົ້າໜ້າທີ່ວ່າລາວຄວນທາສີທັບມັນບໍ່? ສ່ວນເຈົ້າໜ້າທີ່ທີ່ກຳລັງຫັນໜ້າໄປອີກທາງ ກໍຕອບຕົວລະຄອນໃຫ້ທາທັບໄດ້ ໂດຍບໍ່ທັນໄດ້ຮູ້ວ່ານັ້ນແມ່ນຜົນງານຂອງ Banksy.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/