ຈີນ ເປັນປະເທດທີ່ລາວສົ່ງອອກພືດເປັນສິນຄ້າຫຼາຍກວ່າປະເທດອື່ນ


10 ເດືອນທີ່ຜ່ານມາລາວເຮົາສົ່ງພືດອອກເປັນສິນຄ້າ ລວມມູນຄ່າທີ່ໄດ້ປະມານ 800 ລ້ານໂດລາສະຫະລັດ, ສຳລັບພືດໝາກກ້ຽງຂອງລາວທີ່ນຳໄປສູ່ຕະຫຼາດຈີນ.

ຕົວເລກການສົ່ງພືດອອກສູ່ຕະຫຼາດຈີນ ພາຍໃນ 10 ເດືອນ ຂອງປີ 2021 ສູງເຖິງ 800 ລ້ານໂດລາສະຫະລັດ, ທຽບໃສ່ປີ 2020 ທີ່ຜ່ານມາ ເຫັນວ່າເພີ່ມຂຶ້ນ 29% ເທົ່າກັບ 148 ລ້ານໂດລາສະຫະລັດ, ໃນນີ້ກວມເອົາ 80% ທີ່ສົ່ງອອກຕະຫຼາດຈີນ. ພືດທີ່ສົ່ງອອກຫຼາຍມີ: ມັນຕົ້ນ, ໝາກກ້ວຍ, ໝາກໂມ, ອ້ອຍ ແລະ ຢາງພາລາ. ນອກຈາກນີ້ ກໍຍັງມີ ໝາກພຸກ, ໝາກກ້ຽງ, ໝາກນາວ ທີ່ຜະລິດເປັນສິນຄ້າ.

ໃນປີ 2021 ລາວເຮົາມີເນື້ອທີ່ປູກພືດຕະກູນໝາກກ້ຽງ 3,620 ເຮັກຕາ, ຜົນຜະລິດ 57,500 ເຮັກຕາ. ໃນນີ້ ເນື້ອທີ່ຜະລິດສິນຄ້າສົ່ງອອກມີ 2,500 ເຮັກຕາ ຫຼື ເທົ່າກັບ 70%. ຜົນຜະລິດ 5 ໝື່ນກວ່າໂຕນ ກວມເອົາ 9 ແຂວງຄື: ຫຼວງນຳທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ອັດຕະປື. ມີ 9 ບໍລິສັດທັງພາຍໃນ ແລະ ຕ່າງປະເທດ ທີ່ຊຸກຍູ້ພ້ອມລົງທຶນ ໃນຮູບແບບ 2+3 ແລະ ເຊົ່າດິນປະຊາຊົນ ຄາດຄະເນຜົນຜະລິດເບື້ອງຕົ້ນ ສົ່ງອອກໄປ ສປ ຈີນ ປະມານ 5 ໝື່ນໂຕນ ຄິດໄລ່ເປັນມູນຄ່າ 50 ລ້ານກວ່າໂດລາສະຫະລັດ ໃນຕົ້ນປີ 2022 ເປັນຕົ້ນໄປ.

ຂອບໃຈຂໍ້ມູນຈາກ: https://web.facebook.com/vte9cha/videos/901479520505072/

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/