Spider-Man: No Way Home ເປັນຮູບເງົາທຳອິດທີ່ສ້າງລາຍໄດ້ເຖິງ 1 ພັນລ້ານໂດລາສະຫະລັດ ນັບຕັ້ງແຕ່ມີການລະບາດໂຄວິດມາ


ຮູບເງົາຫຼ້າສຸດຈາກຄ້າຍ Marvel ຢ່າງ Spider-Man: No Way Home ໄດ້ສ້າງລາຍໄດ້ສູງສຸດເຖິງ 1 ພັນລ້ານໂດລາສະຫະລັດ ນັບຕັ້ງແຕ່ການລະບາດໂຄວິດມາເມື່ອປີ 2019.

ຫຼັງຈາກສາຍຮູບເງົາມະນຸດແມງມຸມມາພຽງ 12 ມື້, ມັນກໍໄດ້ສ້າງສະຖິຕິລາຍໄດ້ສູງສຸດທົ່ວໂລກ Global Box Office ໄດ້ເຖິງ 1.05 ພັນລ້ານ. ເລື່ອງຫຼ້າສຸດທີ່ສ້າງລາຍໄດ້ເຖິງພັນລ້ານໂດລາສະຫະລັດແມ່ນ “Star Wars: The Rise of Skywalker” ຕັ້ງແຕ່ປີ 2019 ເຊິ່ງບໍ່ມີຮູບເງົາ Hollywood ທີ່ສາມາດສ້າງລາຍໄດ້ຮອດຫຼັກພັນລ້ານມາຕັ້ງແຕ່ການລະບາດໂຄວິດ ຫຼື ເປັນເວລາ 2 ປີມາແລ້ວ.

ຮູບເງົາ Spider-Man: No Way Home ແມ່ນຜົນງານການຮ່ວມມືລະຫວ່າງຄ້າຍ Marvel Studios ແລະ ຄ້າຍ Sony ທີ່ກ່ອນໜ້ານີ້ໄດ້ມີບັນຫາທາງລິຂະສິດວ່າດ້ວຍຕົວລະຄອນມະນຸດແມງມຸມນັ້ນແມນຂອງຄ້າຍ Sony. ແຕ່ຕໍ່ມາ ຄ້າຍດັ່ງກ່າວກໍໄດ້ໃຫ້ຄວາມຮ່ວມມື ແບ່ງປັນສິດທິການນຳໃຊ້ຕົວລະຄອນເຂົ້າໄປໃນ Marvel Cinematic Universe.

ເລື່ອງລາວຂອງ Spider-Man ຫຼ້າສຸດນັ້ນ ແມ່ນພາກທີ 3 ຈາກຊີຣີ້ Spider-Man ຂອງຄ້າຍ Marvel ທີ່ຈະມາເລົ່າເລື່ອງລາວຂອງ Tom Holland ໃນບົດບາດ Peter Parker ໄດ້ມີການຮ່ວມມືກັບຕົວລະຄອນຈາກຄ້າຍດຽວກັນຢ່າງ Doctor Strange ຫຼືນັກເວດໃນການຕໍ່ສູ້ກັບຕົວຮ້າຍໃນຈັກກະວານ Marvel.

ຮູບເງົາດັ່ງກ່າວຍັງບໍ່ທັນໄດ້ເປີດຕົວໃນປະເທດຈີນ ທີ່ນັບວ່າເປັນກຸ່ມຕະຫຼາດທີ່ໃຫຍ່ທີ່ສຸດໃນໂລກເທື່ອ ແລະ ສຳລັບປະເທດລາວເຮົາ ແມ່ນຈະໄດ້ກຽມເຂົ້າສາຍໃນໂຮງວັນທີ 30 ທັນວາ 2021 ນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/