ທີມຊາດໄທຜ່ານເຂົ້າຮອບຊິງ ພ້ອມໄດ້ເງິນອັດສີດ 10 ລ້ານບາດ! ຮອບຊິງພົບກັບທີມຊາດອິນໂດເນເຊຍ


ທີມຊາດໄທຜ່ານເຂົ້າຮອບຊິງຊະນະເລີດກັບການແຂ່ງຂັນບານເຕະ AFF SUZUKI CUP 2020 ເຊິ່ງເປັນການເຂົ້າຊິງຖ້ວຍຮາງວັນໃຫຍ່ໃນເອເຊຍເປັນຄັ້ງທີ 9 ແລະ ຈະໄດ້ແຂ່ງກັບທີມຊາດອິນໂດເນເຊຍ ເຊິ່ງໃນປີ 2016 ກໍເຄີຍພົບກັນຄັ້ງໜຶ່ງແລ້ວ ມາປີນີ້ກໍຖືວ່າວົນວຽນມາພົບກັນອີກ. ທັງສອງຖືວ່າເປັນຄູ່ແຂ່ງທີມທີ່ເໝາະສົມພໍສົມຄວນ ແລະ ມາລຸ້ນກັນວ່າທີມຊາດໃດຈະໄດ້ຮັບຖ້ວຍຮາງວັນອັນຊົງກຽດນີ້ໄປຄອບຄອງ.

ພິເສດສຸດສຳລັບ ນັກກິລາທີມຊາດໄທທີ່ຊະນະໃນນັດນີ້ ແລະ ຜ່ານເຂົ້າຮອບຊິງ ເຊິ່ງໄດ້ຮັບເງິນອັດສີດຈຳນວນ 10 ລ້ານບາດ, ຈາກນາຍົກສະມາຄົມບານເຕະແຫ່ງປະເທດໄທ ຫຼັງຈາກທີ່ເອົາຊະນະທີມຊາດຫວຽດນາມໄດ້ ລວມຜົນສອງນັດ 2-0 ແລ້ວກໍເຂົ້າຊິງຊະນະເລີດ.

ນັດທຳອິດແມ່ນວັນພຸດ ວັນທີ 29 ທັນວາ 2021 ເວລາ 19:30 ນາທີ ແລະ ນັດທີ 2 ວັນເສົາ ວັນທີ 1 ມັງກອນ 2022 ເວລາ 19:30 ນາທີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/