ທະຫານມຽນມາໄດ້ໂຈມຕີ ແລະ ສັງຫານ-ເຜົາຊາວບ້ານກວ່າ 30 ສົບ ໃນນັ້ນມີທັງຜູ້ຍິງແລະເດັກນ້ອຍ


ໃນວັນທີ 26 ທັນວາ ສຳນັກຂ່າວ AP ຂອງສະຫະລັດອາເມຣິກາໄດ້ລາຍງານເຫດການສະເທືອນໃຈວ່າ ເກີດເຫດການ ປາບປາມຊາວບ້ານດ້ວຍການຈູດໄຟເຜົາສົດ ໂດຍແມ່ນການລົງມືຂອງທະຫານມຽນມາ ເຊິ່ງມີຄົນທີ່ຕົກເປັນເຫຍື່ອກວ່າ 30 ຄົນ ໃນນັ້ນມີທັງຜູ້ຍິງແລະເດັກນ້ອຍ. ເຫດການເກີດຂຶ້ນຕໍ່ເນື່ອງຕັ້ງແຕ່ໄລຍະວັນທີ 24 ທັນວາ ຕໍ່ມາຈົນຮອດວັນທີ 25 ທັນວາ ທີ່ບໍລິເວນໝູ່ບ້ານໂມໂຊ, ນອກເມືອງປຣູໂຊ, ໃນລັດກະຍາ ທີ່ແຕ່ກ່ອນເປັນແຫຼ່ງທີ່ພັກອາໄສຊົ່ວຄາວຂອງຊາວບ້ານທີ່ຫຼົບໜີການສູ້ຮົບລະຫວ່າງທະຫານມຽນມາກັບກອງກຳລັງຕໍ່ຕ້ານ ເຊິ່ງຢູ່ກົງກັນຂ້າມກັບຈັງຫວັດແມ່ຮ່ອງສອນປະເທດໄທ.

ໃນລາຍງານໄດ້ລະບຸວ່າ ພາບເຫດການສັງຫານໝູ່ດັ່ງກ່າວຖືກເຜີຍແຜ່ທົ່ວໂຊຊຽວມີເດຍ ເຊິ່ງສະແດງໃຫ້ເຫັນສົບຫຼາຍກວ່າ 30 ສົບທີ່ຖືກເຜົາຢູ່ພາຍໃນລົດ 3 ຄັນ

ສຳນັກຂ່າວ AP ອ້າງຈາກແຫຼ່ງຂ່າວທີ່ເປັນຊາວບ້ານເຂົ້າໄປກວດສອບຫຼັງຈາກເກີດເຫດການແລ້ວໄດ້ບອກວ່າ ເຫຍື່ອສ່ວນໃຫຍ່ເປັນຊາວບ້ານທີ່ຫຼົບໜີການສູ້ຮົບລະຫວ່າງທະຫານມຽນມາກັບກອງກຳລັງກຸ່ມຕໍ່ຕ້ານເຊິ່ງເກີດຂຶ້ນບໍລິເວນບ້ານກອຍງັນ ທີ່ຢູ່ຕິດກັບໝູ່ບ້ານໂມໂຊ ໂດຍກຳລັງຂອງທະຫານໄດ້ເຂົ້າອ້ອມຊາວບ້ານເຫຼົ່ານີ້ທີ່ກຳລັງຫຼົບໜີອອກຈາກໝູ່ບ້ານທີ່ພັກອາໄສຢູ່ເພື່ອໄປໃຊ້ຊີວິດໃນຄ້າຍຜູ້ລີ້ໄພໃນລັດກະຍາ ເຊິ່ງຕັ້ງຢູ່ທາງພາກຕາເວັນຕົກຂອງເມືອງປຣູໂຊ.

“Save the Children” ອົງກອນການກຸສົນເພື່ອເດັກໃນມຽນມາ ໄດ້ຖະແຫຼງວ່າ ເຈົ້າໜ້າທີ່ຂອງກຸ່ມ 2 ຄົນທີ່ກຳລັງກຽມຕົວກັບເຮືອນຫຼັງຈາກປະຕິບັດພາລະກິດເພື່ອສິດທິມະນຸດໃນຊຸມຊົນໃກ້ຄຽງ ໄດ້ບັງເອີນຫຼຸດເຂົ້າໄປຢູ່ໃນເຫດການທີ່ທະຫານກຳລັງລ້ອມປາບປາມຢູ່ ແລະ ຍັງຫາຕົວບໍ່ພົບຈົນເຖິງເວລານີ້.  

“ເຮົາໄດ້ຮັບຂໍ້ມູນຢັ້ງຢືນວ່າລົດຂອງຄົນທັງສອງຖືກໂຈມຕີແລ້ວເຜົາຖິ້ມ ມີລາຍງານລະບຸວ່າທະຫານມຽນມາໄດ້ບັງຄັບໃຫ້ທຸກຄົນລົງຈາກລົດ ເຮັດການຈັບບາງສ່ວນ ສັງຫານຄົນທີ່ເຫຼືອແລ້ວເຜົາຖິ້ມ” ຖະແຫຼງການຂອງ Save the Children ໄດ້ລະບຸ.

ແຫຼ່ງຂ່າວຂອງສຳນັກຂ່າວ AP ຍັງລະບຸອີກວ່າສະພາບຂອງເຫຍື່ອທີ່ຖືກເຜົາແມ່ນບໍ່ສາມາດຈື່ໄດ້ວ່າໃຜເປັນໃຜ ໃນບໍລິເວນໃກ້ຄຽງຍັງພົບເສື້ອຜ້າຂອງເດັກແລະຜູ້ຍິງ ລວມຢູ່ກັບອຸປະກອນການແພດແລະອາຫານຈຳນວນໜຶ່ງ ໂດຍມີຫຼາຍສົບທີ່ຢູ່ໃນສະພາບຖືກມັດມືດ້ວຍເຊືອກກ່ອນຈະຖືກເຜົາ. ໂດຍຄົນທີ່ເປັນແຫຼ່ງຂ່າວຄົນນີ້ ລະບຸວ່າບໍ່ເຫັນເຫດການຕອນທີ່ມີການສັງຫານ ແຕ່ເຊື່ອວ່າຜູ້ເສຍຊີວິດເປັນຊາວບ້ານຂອງບ້ານໂມໂຊ ເຊິ່ງຖືກລ້ອມປາບປາມແລ້ວຖືກຈັບກຸມໃນວັນທີ 24 ທັນວາທີ່ຜ່ານມາ.

ທາງດ້ານສື່ອິດສະຫຼະອອນລາຍໃນມຽນມາ ລາຍງານວ່າເມື່ອວັນທີ 24 ທັນວາ ຊາວບ້ານໂມໂຊປະມານ 10 ຄົນຖືກທະຫານຈັບກຸມຕົວໂດຍມີເດັກນ້ອຍລວມຢູ່ນຳ. ຕໍ່ມາກອງກໍາລັງຮັກສາຊາຍແດນໃນທ້ອງທ້ອງຖິ່ນ 4 ຄົນ ເດີນທາງໄປທີ່ຄ້າຍທະຫານເພື່ອເຈລະຈາໃຫ້ປ່ອຍຕົວບຸກຄົນເຫຼົ່ານັ້ນ ແຕ່ສຸດທ້າຍກໍໍຖືກຈັບມັດມືແລ້ວໃຊ້ປືນຍິງໄປທີ່ຫົວ ເຊິ່ງສົບຂອງ 4 ຄົນນັ້ນກຳລັງຢູ່ລະຫວ່າງປະກອບພິທີເຜົາທີ່ໝູ່ບ້ານ ຂະນະທີ່ກຳລັງທະຫານໄດ້ບຸກເຂົ້າມາຈົນເຮັດໃຫ້ຊາວບ້ານຕ້ອງຍອມຖິ້ມສົບແລ້ວໜີໄປ.

ນອກນີ້ແຫຼ່ງຂ່າວຍັງລະບຸອີກວ່າ ຈົນເຖິງຕອນນີ້ການສູ້ຮົບລະຫວ່າງກອງກຳລັງຕໍ່ຕ້ານລັດຖະບານທະຫານມຽນມາກັບທະຫານມຽນມາຍັງດຳເນີນໄປຢ່າງໜັກໜ່ວງໃກ້ໝູ່ບ້ານໂມໂຊ.

ດ້ານໜັງສືພິມ Myanma Alinn ເຊິ່ງເປັນໜັງສືພິມຂອງທາງການມຽນມາ ລາຍງານເມື່ອວັນທີ 25 ທັນວາ ວ່າການສູ້ຮົບທີ່ໂມໂຊເກີດຂຶ້ນເມື່ອວັນທີ 24 ທັນວາ ເປັນການປະທະຂອງທະຫານມຽນມາກັບກອງກຳລັງຕິດອາວຸດຂອງຊົນຊາດກະຫຼ່ຽງກ້າວໜ້າ (KNPP) ໂດຍມີການໃຊ້ລົດຕ້ອງສົງໄສ 7 ຄັນໂຈມຕີເຈົ້າໜ້າທີ່ຫຼັງຈາກບໍ່ຍອມຈອດລົດເພື່ອໃຫ້ກວດສອບ. ນອກນີ້ ລາຍງານຈາກ Myanma Alinn ຍັງອ້າງວ່າ ກຸ່ມຕໍ່ຕ້ານດັ່ງກ່າວລວມເຖິງຊາວບ້ານທີ່ເປັນສະມາຊິກໃໝ່ກຳລັງເດີນທາງໄປຝຶກທະຫານ KNPP ແລະ ລະບຸວ່າລົດທັງ 7 ຄັນເສຍຫາຍຈາກການຖືກໄຟໄໝ້ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆເພີ່ມຕື່ມ.

Banyar Khun Aung ຜູ້ອຳນວຍການຂອງກຸ່ມສິດທິມະນຸດກະຫຼ່ຽງ ຫຼື Karenni Human Rights Group ໄດ້ຖະແຫຼງປະນາມເຖິງເຫດການສັງຫານໝູ່ທີ່ໂຫດຮ້າຍປ່າເຖື່ອນໃນຄັ້ງນີ້ວ່າ ເຮົາຂໍປະນາມການສັງຫານທີ່ໄຮ້ມະນຸດສະທຳແລະໂຫດຮ້າຍເຊິ່ງລະເມີດສິດທິມະນຸດຢ່າງຮຸນແຮງ, ເຮົາຮູ້ສຶກຊັອກແຮງທີ່ເຫັນຮ່າງຂອງຜູ້ເສຍຊີວິດຂະໜາດຮ່າງກາຍຕ່າງກັນ ທີ່ເປັນທັງເດັກນ້ອຍ, ຜູ້ຍິງ ແລະ ຄົນສູງອາຍຸ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/