Black Widow ແມ່ໝ້າຍຊາວຍີ່ປຸ່ນອາຍຸ 74 ປີ ຄາຕະກຳຄົນຮັກຂອງຕົນເອງມາແລ້ວ 4 ຄົນ


Chisako Kakehi ແມ່ໝ້າຍອາຍຸ 74 ປີ ຈາກຊາກະ, ປະເທດຍີ່ປຸ່ນ ໄດ້ຮັບສາຍາວ່າເປັນ Black Widow ແຫ່ງຍີ່ປຸ່ນ. ປັດຈຸບັນໄດ້ຮັບໂທດປະຫານຊີວິດ ຂໍ້ຫາຄາຕະກຳຄົນຮັກຂອງຕົນເອງມາແລ້ວ 3 ຄົນ ແລະ ຂໍ້ຫາພະຍາຍາມຂ້າຄົນທີ 4.

ທາງສຳນັກຂ່າວ NHK ໄດ້ເລົ່າວ່າ Chisako ນັ້ນໃຊ້ວິທີເຂົ້າຫາເຫຍື່ອຜ່ານບໍລິການນາຍໜ້າຫາຄູ່ ເພື່ອຈະໄດ້ເຂົ້າໃກ້ຊິດກັບຄົນສູງອາຍຸ. ພາຍຫຼັງໄດ້ຄວາມເຊື່ອໃຈຂອງພວກເຂົາແລ້ວ ກໍໃສ່ຢາພິດສັງຫານພວກເຂົາລົງ. ເຊິ່ງການກະທຳດັ່ງກ່າວໄດ້ມີການປະຕິບັດມາ 4 ຄັ້ງແລ້ວ ຈຶ່ງເຮັດໃຫ້ແມ່ໝ້າຍຄົນນີ້ກຽມຮັບໂທດປະຫານ.

Chisako ໄດ້ແຕ່ງງານກັບສາມີຄົນທຳອິດເມື່ອປີ 1969, ຕອນນັ້ນລາວຍັງອາຍຸພຽງ 23 ປີ ແລະ ເຮັດວຽກຢູ່ທີ່ໂຮງງານສື່ສິ່ງພິມ. ຊີວິດການແຕ່ງງານກັບຄົນທຳອິດຂອງລາວລາກຍາວໄປຮອດ 25 ປີ. ຈົນມາຮອດມື້ທີ່ສາມີໄດ້ເສຍຊີວິດລົງຈາກພະຍາດໃນປີ 1994.

ການຄາຕະກຳຄົນຮັກຄັ້ງທຳອິດຂອງ Chisako ເລີ່ມຂຶ້ນເມື່ອປີ 2007, ເມື່ອລາວອາຍຸໄດ້ 61 ປີ ແລະ ໄດ້ເລີ່ມຄວາມສຳພັນໃໝ່ກັບ Toshiaki Suehiro. ແມ່ໝ້າຍໄດ້ວາງຢາພິດໄຊຢາໄນປົນລົງໃນຢາບຳລຸງທີ່ຈະຕ້ອງກິນເປັນປະຈຳ ເພື່ອຄາຕະກຳຄົນຮັກທີ 2 ລົງ ແຕ່ລາວລອດຕົວມາໄດ້ຈົນມາເສຍຊີວິດໃນປີຕໍ່ມາດ້ວຍ ພະຍາດອື່ນ. Chisako ກໍລອດຕົວຈາກການຖືກສົງໄສຂອງຕຳຫຼວດມາໄດ້ ພ້ອມທັງວາງແຜນຊອກຫາເຫຍື່ອຄົນທີສອງຂອງຕົນ.

ໃນປີ 2011, Chisako ແລະ Masanori Honda ທີ່ອາຍຸ 71 ປີ ກໍໄດ້ຄົບຫາດູໃຈກັນ ແຕ່ບໍ່ມີຂໍ້ມູນວ່າພົບກັນໄດ້ຢ່າງໃດ ຫຼື ເລີ່ມຄົບກັນມາດົນເທົ່າໃດ. ມາຮູ້ຕົວແມ່ນທັງສອງໄດ້ບອກໝູ່ວ່າວາງແຜນຈະແຕ່ງງານກັນຮຽບຮ້ອຍແລ້ວ. ຈົນໃນວັນທີ 9 ເດືອນມີນາ 2012, ທັງສອງໄດ້ແຍກຍ້າຍກັນກັບເຮືອນຫຼັງຈາກພົບກັນ. ເວລາປະມານ 5 ໂມງແລງ, Honda ທີ່ກຳລັງຂີ່ລົດຖີບຢູ່ໝົດສະຕິລົງ ແລະ ເສຍຊີວິດໃນຂະນະທີ່ຖືກສົ່ງໄປໂຮງໝໍ. ມີຫຼັກຖານສະແດງໃຫ້ເຫັນວ່າ Chisako ບໍ່ໄດ້ມີແຜນຈະໃຊ້ຊີວິດກັບ Honda ແທ້. 2 ເດືອນຫຼັງຈາກທີ່ Honda ເສຍຊີວິດ, ໃນເດືອນມັງກອນ ປີ 2012, ແມ່ໝ້າຍກໍໄດ້ເລີ່ມຕົ້ນຄົບຫາດູໃຈກັບຊາຍອື່ນຜ່ານບໍລິສັດນາຍໜ້າຮຽບຮ້ອຍແລ້ວ.

ໃນປີ 2013, Minoru Hioki ຊາຍອາຍຸ 75 ປີ ທີ່ລອດຊີວິດຈາກມະເຮັງປອດກໍໄດ້ພົບກັບຮັກຄັ້ງໃໝ່ເຊິ່ງແມ່ນ Chisako. ຕົວ Hioki ໄດ້ສະແດງການອຸທິດຕົນໃຫ້ແມ່ໝ້າຍເຫັນໂດຍການສົ່ງອີເມລ ແລະ ບອກວ່າຕ້ອງການຢູ່ນຳຕະຫຼອດໄປ. ສາມີຄົນໃໝ່ນີ້ກໍຄືກັບຄົນທີສອງຢ່າງ Toshiaki Suehiro ທີ່ຈະຕ້ອງກິນຢາບຳລຸງຢູ່ສະເໝີ ເຊິ່ງມັນກໍເປີດທາງສະດວກໃຫ້ Chisako ໄດ້ສະຫຼັບຢາເປັນໄຊຢາໄນແທນເພື່ອຄາຕະກຳຄົນຮັກ. ເຖິງແມ່ນວ່າຕົວຄາຕະກອນຈະຮູ້ດີເລື່ອງຄົນຮັກຕົນເອງວ່າມີລູກ ແລະ ລອດຈາກມະເຮັງປອດມາແລ້ວ, ແຕ່ເມື່ອລົດພະຍາບານມາຮອດ ລາວກໍໄດ້ຕົວະເຈົ້າໜ້າທີ່ວ່າສາມີຕົນເອງກຳລັງທໍລະມານຈາກມະເຮັງປອດໄລຍະສຸດທ້າຍ. ບໍ່ພຽງເທົ່ານັ້ນ, ເມື່ອເຈົ້າໜ້າທີ່ສະເໜີຈະຊ່ວຍໃຫ້ຄືນສະຕິ ແຕ່ຕ້ອງໄດ້ຂໍອະນຸຍາດຈາກຜູ້ເປັນພັນລະຍາ, Chisako ເລືອກບໍ່ໃຫ້ຊ່ວຍ ແລະ ຖິ້ມໃຫ້ Hioki ເສຍຊີວິດລົງພາຍໃນສອງຊົ່ວໂມງ.

ຫຼັງຈາກ 3 ເດືອນທີ່ Hioki ໄດ້ເສຍຊີວິດລົງ, Chisako ກໍຍັງສືບຕໍ່ການຫາຄູ່ເພື່ອຄາຕະກຳ ເຊິ່ງກໍຄື Isao Kakehi, ຊາຍອາຍຸ 75 ປີ ທັງສອງໄດ້ແຕ່ງງານກັນທັນທີ. ແຕ່ຫຼັງຈາກແຕ່ງງານມາໄດ້ 1 ເດືອນ, ແມ່ໝ້າຍກໍໄດ້ເລີ່ມລັກລົມກັບຊາຍອື່ນ. ບໍ່ດົນຫຼັງຈາກນັ້ນ, Isao ກໍເກີດອາການຫາຍໃຈຕິດຂັດ ແລະ ເສຍຊີວິດລົງໜຶ່ງຊົ່ວໂມງຕໍ່ມາຫຼັງຈາກທີ່ລົດພະຍາບານໄດ້ໄປຮັບ.

ການເສຍຊີວິດຄັ້ງນີ້ສ້າງຄວາມສົງໄສແກ່ປະຊາຊົນເຖິງຄວາມໂຊກຮ້າຍໃນຮັກແທ້ຂອງ Chisako ຈົນທາງເຈົ້າໜ້າທີ່ໄດ້ເປີດການສືບສວນສອບສວນຂຶ້ນມາ ເຊິ່ງພວກເຂົາໄດ້ໄຂປິດສະໜາໄດ້ພາຍໃນເວລາບໍ່ດົນ.

ເນື່ອງຈາກວ່າການຊັນນະສູດໃນຍີ່ປຸ່ນນັ້ນບໍ່ຄ່ອຍຈະໄດ້ໃຊ້ ນອກຈາກວ່າການເສຍຊີວິດຈະມີສິ່ງໜ້າສົງໄສ ເຊິ່ງນັ້ນກໍອະທິບາຍວ່າເປັນຫຍັງຄູ່ຮັກຄົນກ່ອນໆ ຂອງ Chisako ຈຶ່ງບໍ່ໄດ້ຖືກສົງໄສໃນເວລານັ້ນ. ແຕ່ກໍລະນີ Isao ກໍໜ້າສົງໄສພຽງພໍຈົນເປີດຄະດີ ແລະ ພົບວ່າມີທາດໄຊຢາໄນຕົກຄ້າງໃນຮ່າງກາຍຂອງລາວ. ນອກຈາກນີ້ເຈົ້າໜ້າທີ່ຍັງພົບຢາບຳລຸງທີ່ຖືກປ່ຽນເປັນໄຊຢາໄນ ພ້ອມທັງຍັງໄດ້ພົບຖົງທີ່ໃຊ້ຫໍ່ຫຸ້ມໄຊຢາໄນຝັງໄວ້ໃນກະຖາງຕົ້ນໄມ້ທີ່ຫ້ອງພັກຂອງ Isao.

ຫຼັງຈາກນັ້ນສອງເດືອນ, ຕຳຫຼວດກໍໄດ້ເຂົ້າຈັບກຸມ Chisako. ຜ່ານການສອບປາກຄຳທີ່ແກ່ຍາວ ຈົນສຸດທ້າຍ ແມ່ໝ້າຍຄາຕະກອນຍອມຮັບຄວາມຜິດວ່າຄາຕະກຳ Honda, Hioki ແລະ Suehiro ໂດຍໃສ່ໄຊຢາໄນໃນເມັດຢາ.

ເຫດການດັ່ງກ່າວນີ້ໄດ້ສ້າງຄວາມສົງໄສໄປທົ່ວປະເທດວ່າ ຜູ້ຍິງທີ່ຢູ່ໃນໄວບັ້ນປາຍຊີວິດແລ້ວຈະຍອມຂ້າຊາຍທີ່ອ້າງວ່າຮັກໄປເຮັດຫຍັງ.

ຊາຍທັງ 4 ນັ້ນອາໄສຢູ່ຕ່າງເມືອງ, ເຮັດວຽກຕ່າງກັນ ແລະ ບໍ່ມີຄວາມກ່ຽວຂ້ອງກັນໃດໆ ນອກຈາກຊັບສິນ ແລະ ເງິນທ້ອນ. ເມື່ອລວມກັນກັບອາຍຸຂອງພວກເຂົາແລ້ວ, ກໍນັບໄດ້ວ່າເປັນເປົ້າໝາຍທີ່ສົມບູນແບບ.

ເມື່ອມີເຫດຄາຕະກຳທຳອິດຂຶ້ນ ກໍມັກຈະມີຄາຕະກຳຮຽນແບບ. Black Widow ແຫ່ງແດນຍີ່ປຸ່ນຄົນທີ່ສອງໄດ້ກຳເນີດຂຶ້ນ, Kanae Kijima ກຳລັງໄດ້ຮັບໂທດປະຫານໂດຍຂໍ້ຄາຕະກຳຊາຍ 3 ຄົນຜ່ານເວັບໄຊຫາຄູ່ ໂດຍຕັ້ງໃຈໃຫ້ແຕ່ລະກໍລະນີເບິ່ງຄືເປັນການຂ້າຕົວຕາຍ. ເຈົ້າໜ້າທີ່ໄດ້ສືບສວນຈົນຮູ້ວ່າແຮງຈູງໃຈນັ້ນແມ່ນຍ້ອນເງິນ.

ຄະດີຂອງແມ່ໝ້າຍ Chisako ໄດ້ເນັ້ນໃຫ້ເຫັນເຖິງໄພອັນຕະລາຍທີ່ລີ້ຢູ່ໃນໂລກອອນລາຍ ໂດຍສະເພາະກຸ່ມຄົນສູງອາຍຸທີ່ໂສດ ເຊິ່ງພວກເຂົາເປັນເຫຍື່ອທີ່ອ່ອນໄຫວໄດ້ງ່າຍກັບການໂກງດ້ວຍຄວາມຮັກ. ເລື່ອງລາວນີ້ຍັງໄດ້ຍົກລະດັບການມີສະຕິເຖິງການໃຊ້ຄວາມຮັກເຂົ້າມາສໍ້ໂກງໃຫ້ສາທາລະນະໄດ້ຮັບຮູ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/