ພະນັກງານດີເດັ່ນ, ເກັ່ງ, ຫ້າວຫັນ, ຮັກພັກ-ລັດ ຢູ່ໃນຄະນະຈັດຕັ້ງນະຄອນຫຼວງວຽງຈັນມີຫຼາຍ ພ້ອມສົ່ງເສີມຍ້ອງຍໍໃຫ້ພະນັກງານກຸ່ມດັ່ງກ່າວ


ຄະນະຈັດຕັ້ງນະຄອນຫຼວງວຽງຈັນ ຈັດກອງປະຊຸມສະຫຼຸບວຽກງານການຈັດຕັ້ງກໍ່ສ້າງພັກພະນັກງານທົ່ວນະຄອນຫຼວງວຽງຈັນໄລຍະ 5 ປີ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ. ນະຄອນຫຼວງວຽງຈັນ ໄດ້້ເອົາໃຈໃສ່ວຽກງານຈັດຕັ້ງກໍ່ສ້າງພັກພະນັກງານຢ່າງຕັ້ງໜ້າ ເຊິ່ງປັດຈຸບັນທົ່ວນະຄອນຫຼວງວຽງຈັນ ມີພະນັກງານລັດຖະກອນທັງໝົດ 9,737 ຄົນ, ເປັນຍິງ 5,368 ຄົນ. ໂດຍຜ່ານການເລືອກເຟັ້ນ ແລະ ຈັດວາງພະນັກງານ ໄດ້ຮັບການຈັດຕັ້ງໃຫ້ເປັນຮູບປະທຳຫຼາຍຂຶ້ນ, ໄດ້ປະເມີນຜົນຂອງການປະຕິບັດວຽກງານລັດຖະກອນໄດ້ຢ່າງມີຜົນສຳເລັດ, ໄດ້ປັບປຸງບຸກຄະລາກອນຂັ້ນບ້ານ ໂດຍການຫັນສູ່ລະບົບຫົວດຽວ. ບາງບ້ານທີ່ມີບັນຫາ ແມ່ນໄດ້ເອົາພະນັກງານ ຫຼື ທະຫານ, ຕຳຫຼວດ ໄປເປັນນາຍບ້ານ ໄດ້ເອົາໃຈໃສ່ສົ່ງພະນັກງານໄປຍົກລະດັບວິຊາສະເພາະ ແລະ ທິດສະດີການເມືອງ-ການປົກຄອງ ທັງພາຍໃນ ແລະ ຕ່າງປະເທດ.

ພ້ອມກັນນີ້ ຍັງໄດ້ປັບປຸງການຈັດຕັ້ງຂັ້ນເທິງ ໃຫ້ມີຄວາມກະທັດຮັດ, ເຂັ້ມແຂງ ແລະ ບໍລິການຮັບໃຊ້ປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ. ທີ່ສຳຄັນແມ່ນໄດ້ສ້າງຕັ້ງສະພາປະຊາຊົນ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນ ເພື່ອປະຕິບັດໜ້າທີ່ການຕິດຕາມກວດກາ ການປະຕິບັດໜ້າທີ່ຂອງອົງການປົກຄອງ, ເຮັດໃຫ້ສາມາດພິຈາລະນານິຕິກຳ ແລະ ວຽກງານສຳຄັນຫຼາຍດ້ານ.

ພະນັກງານທຸກຄົນໃນນະຄອນຫຼວງຫຼາຍຄົນກໍມີຈຸດດີ ແລະ ຈຸດອ່ອນແຕກຕ່າງກັນ. ມີທັງຄົນດີຄົນເດັ່ນ ທັງຄົນຈົງຮັກພັກດີຕໍ່ຊາດຕໍ່ພັກ, ມີນ້ຳໃຈເສຍສະຫຼະ ເພື່ອປະຊາຊົນຢ່າງບໍລິສຸດໃຈ, ມີຄົນເກັ່ງແລະມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ ຈຶ່ງໂຊກດີທີ່ມີພະນັກງານປະເພດນີ້ມີຢູ່ໃນຖັນແຖວອົງການຈັດຕັ້ງພັກ. ອາດຈະເວົ້າໄດ້ວ່າມີຫຼາຍກວ່າພະນັກງານທີ່ມີແນວຄິດ ແລະ ການກະທຳທີ່ບໍ່ດີ. ສະນັ້ນ ຈຶ່ງຢາກສົ່ງເສີມກໍ່ສ້າງຍ້ອງຍໍຄວາມດີ, ສ້າງໂອກາດໃຫ້ຄົນດີ ແລະ ຄົນເກັ່ງ ໄດ້ຮັບວຽກງານສົມກັບຄຸນສົມບັດຂອງພວກເຂົາ. ຖ້າພະນັກງານຄົນໃດປະພຶດບໍ່ດີ ແລະ ຂາດສິນທຳ, ໂລບມາກໂລພາ, ເປັນໄພຕໍ່ສັງຄົມ ມີການກະທຳທີ່ບໍ່ດີແມ່ນປະຕິບັດເດັດຂາດບໍ່ໃຫ້ມາຢູ່ຖັນແຖວຂອງການຈັດຕັ້ງ.

ຂອບໃຈຂໍ້ມູນຈາກ: https://bit.ly/3yW4aiq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/