ການໄດ້ສຳຜັດກັບທຳມະຊາດຈະຊ່ວຍລົດຄວາມເຫງົາລົງໄດ້


ການອາໄສຢູ່ໃນຕົວເມືອງທີ່ເຕັມດ້ວຍຜູ້ຄົນນັ້ນຖືກເບິ່ງວ່າສົ່ງຜົນເສຍຕໍ່ສຸຂະພາບຈິດມາແຕ່ດົນນານ. ຄວາມເຫງົາກໍເປັນໜຶ່ງໃນສຸຂະພາບຈິດທີ່ຄົນສ່ວນໃຫຍ່ຮູ້ສຶກ. ນອກຈາກນັ້ນແລ້ວ, ມັນຍັງມີປັດໄຈສ່ຽງໃຫ້ຜູ້ທີ່ເປັນນັ້ນເສຍຊີວິດສູງເຖິງ 45% ເຊິ່ງເປັນຕົວເລກທີ່ສູງກວ່າຈຳນວນຄົນທີ່ເສຍຊີວິດຍ້ອນມົນລະພິດ, ໂຣກຕຸ້ຍ ແລະ ການເສບຕິດສິ່ງມຶນເມົາອີກ.​

ການສຶກສາຂອງທີມວິໄຈທີ່ວິທະຍາໄລຄິງ ໃນເມືອງລອນດອນ ປະເທດອັງກິດ ໄດ້ມີການປະເມີນວ່າສະພາບແວດລ້ອມມີຜົນກະທົບຕໍ່ຄວາມເຫງົາຂອງຄົນເຮົາ. ການສຶກສາດັ່ງກ່າວແມ່ນໃຊ້ຂໍ້ມູນເວລາຕົວຈິງຜ່ານແອັບໃນໂທລະສັບ ແທນທີ່ຈະອີງໃສ່ຄວາມຊົງຈຳຂອງຄົນວ່າພວກເຂົາຮູ້ສຶກແນວໃດໃນຂະນະນັ້ນ.

ມີອາສາສະໝັກກວ່າ 750 ຄົນ ໄດ້ໃຫ້ການປະເມີນກວ່າ 16,600 ຄັ້ງ. ບັນດາຜູ້ເຂົ້າຮ່ວມແມ່ນໄດ້ຂໍຄວາມຮ່ວມມືຈາກຄົນກຸ່ມໃຫຍ່ທົ່ວໂລກເຊິ່ງບໍ່ໄດ້ເປັນຕົວແທນຂອງກຸ່ມໃດໜຶ່ງ.​ ໂດຍທີ່ພວກເຂົາຈະໄດ້ມີການຕອບຄຳຖາມການປະເມີນເປັນເວລາ 2 ອາທິດ ຜ່ານແອັບໂທລະສັບມືຖື ເຊັ່ນ “ເຈົ້າຮູ້ສຶກຖືກຕ້ອນຮັບຫຼືບໍ່ເມື່ອຢູ່ທ່າມກາງກຸ່ມຄົນ” ແລະ ຄຳຖາມກ່ຽວກັບທຳມະຊາດພາຍໃນຕົວເມືອງ.

ຜົນລາຍງານໄດ້ສະແດງໃຫ້ເຫັນວ່າ ການໄດ້ສຳຜັດກັບທຳມະຊາດໃນຕົວເມືອງ ຈະຊ່ວຍລົດຄວາມຮູ້ສຶກເຫງົາລົງໄປໄດ້ຫຼວງຫຼາຍ. ພວກເຂົາເຫັນວ່າ ຄວາມຮູ້ສຶກແອອັດທີ່ຫຼາຍເກີນໄປຈະເພີ່ມຄວາມຮູ້ສຶກເຫງົາໂດຍສະເລ່ຍເປັນຕົວເລກ 39%. ແຕ່ເມື່ອກຸ່ມຄົນນັ້ນໄດ້ເຫັນຕົ້ນໄມ້, ທ້ອງຟ້າ, ຫຼືໄດ້ຍິນສຽງນົກ, ຄວາມຮູ້ສຶກເຫງົາກໍຈະຕົກລົງມາຮອດ 28%. ນອກຈາກນີ້ຄວາມຮູ້ສຶກວ່າມີສ່ວນຮ່ວມໃນສັງຄົມກໍຊ່ວຍລົດລົງ 21% ແລະ ເມື່ອຄວາມຮູ້ສຶກພວກນີ້ໄດ້ເກີດຂຶ້ນພ້ອມກັນໂດຍທີ່ໄດ້ສຳພັດກັບທຳມະຊາດນຳ ກໍຈະຊ່ວຍໃຫ້ມີປະສິດທິຜົນໃຫ້ລົງໄປຮອດ 18%.

ການໃຊ້ເວລາກັບທຳມະຊາດນັ້ນເປັນທີ່ຮັບຮູ້ກັນຢູ່ແລ້ວວ່າຈະຊ່ວຍເພີ່ມລະດັບສຸຂະພາບ. ດ້ວຍເຫດນັ້ນເອງ, ການມີທຳມະຊາດໃນສະຖານທີ່ທີ່ເປັນຕົວເມືອງ ຫຼື ພື້ນທີ່ແອອັດ ກໍຈະຊ່ວຍລົດຄວາມຮູ້ສຶກເຫງົາລົງໄດ້ ແລະ ເມື່ອເບິ່ງພາບລວມກໍຈະກາຍເປັນການຊ່ວຍຫຼຸດຜ່ອນບັນຫາສຸຂະພາບຈິດລົງໄປໄດ້ຫຼາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/