ຢູ່ໃສກໍໜີບໍ່ພົ້ນ! ຜົນການວິໄຈພົບວ່າ ມີໄມໂຄຣພລາສຕິກໃນເຂດພື້ນທີ່ພູສູງ ແລະ ຫ່າງຈາກລະດັບນ້ຳທະເລ 2,877 ແມັດ


ຫຼາຍປີມານີ້ເຮົາອາດຈະເຄີຍໄດ້ຍິນຂ່າວກ່ຽວກັບໄມໂຄຣພລາສຕິກມາຫຼາຍພໍສົມຄວນ ເພາະມັນໄດ້ສ້າງບັນຫາຫຼາຍຢ່າງໃຫ້ກັບສິ່ງແວດລ້ອມທີ່ເຮົາອາໃສຢູ່. ໄມໂຄຣພລາສຕິກເປັນພລາສຕິກທີ່ມີຂະໜາດນ້ອຍພຽງ 5 ມມ ເຊິ່ງມັນເປັນເສດພລາສຕິກທີ່ມາຈາກຫຼາຍແຫ່ງເຊັ່ນ: ຈາກການແຕກຫັກຂອງພລາສຕິກທີ່ມີຂະໜາດໃຫຍ່ກວ່າ, ຈາກເສື້ອຜ້າຫຼືການສຽດສີຂອງວັດຖຸທີ່ເປັນພລາສຕິກ. ແລະດ້ວຍຂະໜາດທີ່ນ້ອຍມັນສາມາດກະຈາຍໄປໃນພື້ນທີ່ຕ່າງໆທົ່ວໂລກ ຕັ້ງແຕ່ກົ້ນມະຫາສະໝຸດ ຈົນໄປຮອດ ຈອມພູທີ່ຫ່າງຈາກລະດັບນ້ຳທະເລຫຼາຍພັນແມັດ.

ຫຼ້າສຸດ ງານວິໄຈໃໝ່ຈາກ French National Centre for Scientific Research (CNRS) ໄດ້ລະບຸວ່າ ນັກວິໄຈໄດ້ພົບເສດຊາກໄມໂຄຣພລາສຕິກຈາກອາກາດໃນບໍລິເວນຫໍເບິ່ງດາວ Pic du Midi Observatory ທີ່ຕັ້ງຢູ່ເທິງ French Pyrenees ໃນປະເທດຝຣັ່ງ ເຊິ່ງຢູ່ສູງກວ່າລະດັບນໍ້າທະເລເຖິງ 2,877 ແມັດ ໂດຍສາຍພູນີ້ເປັນບ່ອນທີ່ອາກາດຖ່າຍເທສະດວກ ແລະ ມີອາກາດບໍລິສຸດ.

ນັກວິໄຈກ່າວວ່າໄດ້ມີການກວດສອບອາກາດຄັ້ງລະ 10,000 ແມັດກ້ອນ (Cubic Meters)  ຕໍ່ໜຶ່ງອາທິດລະຫວ່າງເດືອນມິຖຸນາຈົນຮອດເດືອນຕຸລາປີ 2017 ເຊິ່ງຕົວຢ່າງທັງໝົດແມ່ນມີເສດໄມໂຄຣພລາສຕິກເຈືອປົນຢູ່. ຫຼັງຈາກການຄຳນວນຂອງມວນອາກາດ ນັກວິໄຈລະບຸວ່າເສດໄມໂຄຣພລາສຕິກເຫຼົ່ານີ້ອາດມີແຫຼ່ງກຳເນີດໄກຮອດອາເມຣິກາເໜືອ, ອາຟຣິກາເໜືອ, ທະເລເມດິເຕເຣນຽນ ແລະ ມະຫາສະມຸດແອດແລນຕິກ.

ນັກວິໄຈຈາກ ມະຫາວິທະຍາໄລ Dalhousie University ໃນປະເທດ ແຄນນາດາ, ທ່ານ Steve Allen ເຜີຍວ່າ: “ເມື່ອໄມໂຄຣພລາສຕິກລອຍເຖິງຊັ້ນ Troposphere (ຊັ້ນບັນຍາກາດຊັ້ນລຸ່ມສຸດ) ມັນຈະກາຍເປັນທາງດ່ວນທັນທີ” ດັ່ງນັ້ນເມື່ອໄມໂຄຣພລາສຕິກເຂົ້າສູ່ຊັ້ນບັນຍາກາດ ມັນຈະບໍ່ກັບລົງມາອີກ ແລະ ຈະເດີນທາງໄປເລື້ອຍໆ ຄືກັນກັບວົງຈອນທີ່ບໍ່ມີວັນສິ້ນສຸດ.

ເຖິງແມ່ນວ່າໄມໂຄຣພລາສຕິກໃນບໍລິເວນຫໍເບິ່ງດາວ Pic du Midi ຈະບໍ່ມີປະລິມານຫຼາຍພໍທີ່ຈະສົ່ງຜົນເສຍຕໍ່ສຸຂະພາບ ແຕ່ ທ່ານ Deonie Allen ນັກວິໄຈອີກຄົນໜຶ່ງໄດ້ກ່າວວ່າ ເສດໄມໂຄຣພລາສຕິກມີຂະໜາດນ້ອຍຫຼາຍຈົນມະນຸດສາມາດດົມເຂົ້າໄປໃນຮ່າງກາຍໄດ້ ດັ່ງນັ້ນຜົນວິໄຈນີ້ຈຶ່ງສະທ້ອນໃຫ້ເຫັນວ່າ ບ່ອນທີ່ປອດໄພທີ່ສຸດກໍຍັງໜີບໍ່ພົ້ນຈາກບັນຫາພລາສຕິກຢູ່ດີ.

ສາມາດເບິ່ງຜົນງານວິໄຈສະບັບນີ້ໄດ້ຕື່ມທີ່ : https://cutt.ly/dUhrMhi

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/