ຢາກຮູ້ວ່າແຊບເທົ່າໃດ ກໍລອງມາຊິມເບິ່ງ! ຍີ່ປຸ່ນພັດທະນາໜ້າຈໍໂທລະພາບແບບສຳຜັດຣົດຊາດໄດ້ຄືກັບຂອງແທ້


ຍີ່ປຸ່ນເປັນປະເທດໜຶ່ງຂອງໂລກທີ່ເທັກໂນໂລຢີມັກລ້ຳໜ້າຢູ່ຕະຫຼອດເວລາ ເພາະມັກຈະສ້າງເຄື່ອງມື ຫຼື ອຸປະກອນທີ່ທັນສະໄໝ ອອກມາໃຫ້ຊາວໂລກປະຫຼາດໃຈຢູ່ສະເໝີ. ຫຼ້າສຸດນີ້ ສາສະດາຈານ ພ້ອມດ້ວຍນັກສຶກສາຈາກມະຫາວິທະຍາໄລແຫ່ງໜຶ່ງຂອງຍີ່ປຸ່ນໄດ້ພັດທະນາຈໍໂທລະພາບແບບສຳຜັດຣົດໄດ້, ສາມາດຮຽນແບບຣົດຊາດຂອງອາຫານໄດ້ຄືກັບຂອງແທ້.


ສາສະດາຈານ Homei Miyashita ຈາກ Meiji University  ໃນນະຄອນໂຕກຽວ ປະເທດຍີ່ປຸ່ນໄດ້ພັດທະນາອຸປະກອນທີ່ມີຊື່ເອີ້ນວ່າ Taste the TV (TTTV) ເຊິ່ງເປັນ “ໜ້າຈໍໂທລະພາບທີ່ອອກແບບມາເພື່ອໃຫ້ສາມາດສ້າງສັນຣົດຊາດ ແລະ ຮຽນແບບອາຫານໄດ້. ໂດຍໃນ TTTV ນີ້ຈະມີບ່ອນເກັບຣົດຊາດຢູ່ປະມານ 10 ແບບທີ່ຈະປ່ອຍຣົດຊາດແຕ່ລະຢ່າງອອກມາປະສົມກັນ ຈົນເກີດເປັນຣົດຊາດສະເພາະຕົວຂອງອາຫານຊະນິດໃດໜຶ່ງ. ຫຼັງຈາກນັ້ນຕົວຢ່າງຣົດຊາດຈະຖືກປ່ອຍອອກມາແບບແຜ່ນຟີມແບບໃຊ້ແລ້ວຖິ້ມ ເພື່ອໃຫ້ຜູ້ຊົມທົດລອງຊິມ.

Yuki Hou ນັກສຶກສາສາວຈາກມະຫາວິທະຍາໄລ Meiji University ໄດ້ສາທິດວິທີການໃຊ້ TTTV ໃຫ້ກັບນັກຂ່າວເບິ່ງ ໂດຍ Yuki ໄດ້ໃຊ້ຄຳສັ່ງກັບຈໍໂທລະທັດວ່າ “ຂ້ອຍຕ້ອງການຊິມຣົດຊັອກໂກແລັດ” ຫຼັງຈາກນັ້ນສຽງອັດຕະໂນມັດຈາກອຸປະກອນກໍໄດ້ທວນຄືນຄຳສັ່ງ ແລະ ປ່ອຍຣົດຊາດຕົວຢ່າງອອກມາລົງໃນແຜ່ນພລາສຕິກທີ່ຖືກອະນາໄມແລ້ວ ເຊິ່ງຫຼັງຈາກ Yuki ໄດ້ຊິມ ລາວກໍບອກວ່າມັນມີຣົດຊາດຄ້າຍຄືຊັອກໂກແລັດນົມ.

Yuki Hou ນັກສຶກສາຈາກມະຫາວິທະຍາໄລ Meiji University ໄດ້ສາທິດວິທີການໃຊ້ TTTV

 “ໃນໄລຍະທີ່ມີການລະບາດຂອງ COVID-19 ເຮັດໃຫ້ຄົນທົ່ວໂລກພົບເຈິກັບຄວາມລຳບາກໃນການອອກເດີນທາງໄປທົດລອງຊິມອາຫານໃໝ່ໆ ເຊິ່ງເທັກໂນໂລຢີນີ້ຈະມາຊ່ວຍມອບປະສົບການທີ່ຂາດຫາຍໄປ” Homei Miyashita ໄດ້ກ່າວ.

Homei Miyashita


Homei Miyashita ກ່າວເສີມອີກວ່າ “ເປົ້າໝາຍຂອງຂ້ອຍ ຄືເຮັດໃຫ້ຜູ້ຄົນຍັງສາມາດໄດ້ຮັບປະສົບການສຳຜັດຣົດຊາດອາຫານທີ່ອາດຈະຢູ່ອີກຟາກໜຶ່ງຂອງໂລກ ເຖິງວ່າຕົນເອງຈະຢູ່ເຮືອນກໍຕາມ”.
ໂປຣເຈັກທີ່ສຸດຍອດນີ້ບໍ່ໄດ້ຖືກສ້າງຄືນໂດຍອາຈານນັກພັດທະນາຄົນດຽວ ແຕ່ຍັງມີທີມນັກສຶກສາອີກກວ່າ 30 ມາຮ່ວມພັດທະນາອຸປະກອນສ້າງຣົດຊາດ.

ເຖິງວ່າໃນປັດຈຸບັນນີ້ TTTV ຈະຍັງເປັນພຽງໂທລະພາບຕົ້ນແບບ ແຕ່ທີມນັກພັດທະນາມີແຜນທີ່ຈະວາງຈຳໜ່າຍໃຫ້ຄົນທົ່ວໄປສາມາດຊື້ໄດ້ໃນອະນາຄົດ ໂດຍມີການຕັ້ງລາຄາໄວ້ປະມານ 100,000 ເຢນ ຫຼື ປະມານ 9,700,000 ກີບ.
.
ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/