ເຮົາຈະມີຄວາມສຸກຂຶ້ນໃນວັນພັກເທສະການ


ບໍ່ວ່າຈະແມ່ນເດັກນ້ອຍ, ນັກຮຽນ ຫຼື ຜູ້ໃຫຍ່ທີ່ເຮັດວຽກແລ້ວກໍປະຕິເສດບໍ່ໄດ້ວ່າພາກັນຕັ້ງຕາລໍຖ້າໃຫ້ຮອດວັນພັກເທສະການ. ປະຕິເສດບໍ່ໄດ້ອີກວ່າມັນໃຫ້ຄວາມຮູ້ສຶກພິເສດກວ່າວັນພັກທຳມະດາອື່ນໆ ເຫດຜົນກໍຍ້ອນເຮົາຮູ້ສຶກດີໃຈ ຫຼື ມີຄວາມສຸກໃນໄລຍະນັ້ນ. ຜົນການວິໄຈກໍອອກມາຢືນຢັນວ່າຄົນເຮົາຈະມີຄວາມສຸກຂຶ້ນໃນວັນພັກເທສະການ.

ເມື່ອປີ 2015 ນັກວິໄຈຊາວເດນໝາກ Brad Haddock ໄດ້ມີການທົດລອງໂດຍສະແດງໃຫ້ເຫັນກຸ່ມຄົນທີ່ຈຳແນກອອກເປັນ 2 ກຸ່ມມີຄື: ກຸ່ມຄົນທີ່ສະຫຼອງວັນຄຣິສມາສ ແລະ ກຸ່ມຄົນທີ່ບໍ່ສະຫຼອງ. ການວິໄຈແມ່ນໄດ້ໃຊ້ເຄື່ອງສະແກນສະໝອງ MRI ຕໍ່ອາສາສະໝັກໃນຂະນະທີ່ພວກເຂົາກຳລັງເບິ່ງຮູບທີ່ກ່ຽວກັບມື້ພັກເທສະການດັ່ງກ່າວ.

ຜົນການສະແກນພົບວ່າ ການເຮັດວຽກຂອງສະໝອງພາກສ່ວນໜ້າຂອງທັງສອງກຸ່ມເພີ່ມສູງຂຶ້ນຫຼາຍຫຼັງຈາກທີ່ໄດ້ເຫັນຮູບພາບທີ່ກ່ຽວກັບວັນຄຣິສມາສ ເມື່ອປຽບທຽບກັບຮູບພາບປະຈຳວັນ. ກຸ່ມທີ່ສະຫຼອງຍັງມີການເພີ່ມການເຮັດວຽກຂອງລະບົບປະສາດໃນສະໝອງສູງຂຶ້ນ. ເມື່ອປຽບທຽບກັນທັງສອງກຸ່ມແລ້ວ, ກຸ່ມທີ່ສະຫຼອງຄຣິສມາສຈະມີການເຮັດວຽກຂອງສະໝອງໃນການຕອບໂຕ້ກັບຮູບພາບທີ່ກ່ຽວກັບຄຣິສມາສຫຼາຍກວ່າ ກຸ່ມຄົນທີ່ບໍ່ສະຫຼອງ. ແຕ່ກຸ່ມທີ່ບໍ່ສະຫຼອງກໍມີປະຕິກິລິຍາຕອບໂຕ້ໃນສະໝອງພຽງແຕ່ບໍ່ສູງເທົ່າກຸ່ມທີ່ສະຫຼອງບໍ່ວ່າຈະພາກສ່ວນໃດ.

Haddock ໄດ້ກ່າວວ່າການວັດແທກຄວາມສຸກໃຫ້ເປັນປະລິມານແມ່ນສິ່ງທີ່ຍາກ ແຕ່ການວິໄຈນີ້ກໍສາມາດຄຳນວນໄດ້ຢ່າງເໝາະສົມດ້ວຍໄອເດຍຄວາມຄິດທີ່ມີຄວາມກ່ຽວຂ້ອງກັບເທສະການຄຣິສມາສ, ບໍ່ແມ່ນຕົວເທສະການຄຣິສມາສທີ່ໃຊ້ສະຕຸ້ນ. ໝາຍຄວາມວ່າພຽງຄິດເຖິງວັນພັກເທສະການ ຫຼື ຄິດພາບເຖິງການສະຫຼອງກໍຈະກະຕຸ້ນຄວາມຄິດໃນດ້ານບວກເຂົ້າມາໃນອາລົມຂອງເຮົາ ໂດຍສະເພາະແມ່ນຄົນທີ່ສະຫຼອງວັນຄຣິສມາສ ທີ່ມີຄວາມຊົງຈຳທີ່ເຕັມໄປດ້ວຍຄວາມສຸກເຂົ້າມາກ່ຽວກັບມັນ.

ນັກວິເຄາະຈິດຕະວິທະຍາ Steve Mckeown ໄດ້ກ່າວວ່າ ໃນໂລກທີ່ເຕັມໄປດ້ວຍຄວາມກົດດັນ ແລະ ຄົນທີ່ກົດດັນຕ່າງກໍຕ້ອງການຫາສິ່ງທີ່ສາມາດເຊື່ອມໂຍງໃຫ້ພວກເຂົາມີຄວາມສຸກໄດ້. ການຕົບແຕ່ງວັນຄຣິສມາສກໍຊ່ວຍກະຕຸ້ນຄວາມຮູ້ສຶກທີ່ຊ່ວຍໃຫ້ກັບໄປນຶກເຖິງອະດີດເມື່ອຍັງນ້ອຍ. ຈາກຄວາມຄິດນີ້, ນັກຈິດຕະວິທະຍາຈາກແຄນນາດາ Dr. Patrick Keelan ກ່າວເສີມວ່າມັນໄດ້ກະຕຸ້ນຄວາມຮູ້ສຶກຜູກພັນຕໍ່ຄອບຄົວ.

ໃນທາງກົງກັນຂ້າມ, ນັກຈິດຕະວິທະຍາ Dr. Pamela Rutledge ໄດ້ອອກຄຳເຫັນວ່າ ວັນພັກເທສະການບໍ່ໄດ້ຢືນຢັນເຖິງຄວາມສຸກສະເໝີໄປ, ໃນຂະນະທີ່ຫຼາຍຄົນຕັ້ງຕາລໍຖ້າມື້ພັກເພື່ອໃຫ້ເປັນເວລາຄອບຄົວ ແລະ ຂອງຂວັນ ແຕ່ກໍມີອີກຫຼາຍຄົນທີ່ບໍ່ໄດ້ສະໜິດກັບຄອບຄົວ ແລະ ມັກຈະພົບຄວາມຫຍຸ້ງຍາກເມື່ອຖືກບອກວ່າມື້ພັກເທສະການຄວນຈະເປັນແບບໃດ. ເຊິ່ງພາຍຫຼັງອາດເປັນຈຸດເລີ່ມຕົ້ນໃນການສ້າງຄວາມກົດດັນ ແລະ ອາການຊຶມເສົ້າໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/