Canon ພັດທະນາເທັກໂນໂລຢີເຊັນເຊີ SPAD ທີ່ສາມາດຖ່າຍຮູບໄດ້ໃນບ່ອນມືດທີ່ສາຍຕາມະນຸດເຮົາແນມບໍ່ເຫັນ


ປັດຈຸບັນນີ້ ມະນຸດເຮົາຢູ່ໃນຍຸກທີ່ບໍລິສັດເທັກໂນໂລຢີຕ່າງໆແຂ່ງຂັນກັນເພື່ອຢາກເປັນຜູ້ນຳດ້ານເທັກໂນໂລຢີ ເຊິ່ງ Canon ກໍເປັນໜຶ່ງໃນນັ້ນ ເພາະເມື່ອບໍ່ດົນມານີ້ ບໍລິສັດຊັ້ນນຳທາງດ້ານກ້ອງຖ່າຍຮູບໄດ້ປະກາດເຖິງຄວາມສຳເລັດໃນການພັດທະນາເທັກໂນໂລຢີເຊັນເຊີ SPAD ທີ່ສາມາດຖ່າຍຮູບໄດ້ໃນບ່ອນມືດ ທີ່ສາຍຕາມະນຸດເຮົາແນມບໍ່ເຫັນ.

Canon ໄດ້ປະກາດຄວາມສຳເລັດໃນການພັດທະນາເຊັນເຊີ້ຮັບພາບແບບ Single-photon avalanche diode ຫຼື ເອີ້ນວ່າ SPAD ເທິງຄວາມລະອຽດສູງ 3.2MP ໄດ້ເປັນຄັ້ງທຳອິດຂອງໂລກ ເຊັນເຊີຊະນິດນີ້ມີຄຸນສົມບັດການຮັບແສງທີ່ໂດດເດັ່ນ, ສາມາດຈັບພາບໃນບ່ອນທີ່ມີແສງໜ້ອຍໄດ້ໃນລະດັບທີ່ຕາຂອງມະນຸດເຮົາແນມບໍ່ເຫັນ. ໂດຍເຊັນເຊີນີ້ແມ່ນໄດ້ກຽມມາໃຊ້ງານແທ້ຕັ້ງແຕ່ປີໜ້າ ເຊິ່ງຈະເລີ່ມຈາກຜະລິດຕະພັນກ້ອງຮັກຄວາມສາຄວາມປອດໄພກ່ອນເປັນອັນດັບທຳອິດ.

ພາບຕົວຢ່າງຂ້າງເທິງຈາກວິດີໂອທີ່ຖ່າຍດ້ວຍເຊັນເຊີ SPAD ເທິງກ້ອງຮຸ່ນຕົ້ນແບບຂອງ Canon ດ້ວຍຄວາມໄວຂອງຊັດເຕີ 1/30 ວິນາທີ ໂດຍຈະເຫັນໄດ້ວ່າ ພາບທີ່ຖ່າຍອອກມາແມ່ນຍັງສາມາດແນມເຫັນໄດ້ ເຖິງວ່າຈະຖ່າຍໃນລະດັບຄວາມສະຫວ່າງທີ່ຕ່ຳພຽງ 0.0003 ລັກຊ໌ (Lux) ເຊິ່ງດ້ວຍຄວາມໄວຂອງຊັດເຕີຂະໜາດນີ້ ຫາກເປັນກ້ອງທົ່ວໆໄປ ແມ່ນຈະມືດຈົນແນມບໍ່ເຫັນຫຍັງເລີຍຢ່າງແນ່ນອນ.

ແທ້ຈິງແລ້ວເທັກໂນໂລຢີ SPAD ບໍ່ແມ່ນເລື່ອງໃໝ່ແຕ່ຢ່າງໃດ ເພາະໄດ້ມີການພັດທະນາຕັ້ງແຕ່ປີ 1970 ແລ້ວ ເຊິ່ງມີກົນໄກການເຮັດວຽກໂດຍການຂະຫຍາຍໂປຕອນດ່ຽວໃຫ້ກາຍເປັນອີເລັກຕອນຈຳນວນມະຫາສານກ່ອນສົ່ງຜ່ານເຂົ້າສູ່ເຊັນເຊີລັກສະນະຄ້າຍຄືກັບຫິມະເຈື່ອນ ເຊິ່ງສອດຄ່ອງກັບຊື່ Single-photon avalanche.

ນອກເໜືອຈາກຄວາມໄວແສງສຸດຂີດແລ້ວ SPAD ຍັງມີຄວາມສາມາດໃນການກວດຈັບຕຳແໜ່ງ ແລະ ຮັບຮູ້ໄລຍະຫ່າງຂອງວັດຖຸແບບສາມມິຕິໄດ້ຢ່າງຖືກຕ້ອງ ໂດຍຄຳນວນຈາກແສງສະທ້ອນທີ່ກັບມາຫາເຊັນເຊີ ເຊິ່ງສາມາດນຳໄປປະຍຸກໃຊ້ງານໄດ້ຫຼາຍຢ່າງເຊັ່ນ: ລົດໃຫຍ່ແບບບໍ່ມີຄົນຂັບ, ອຸປະກອນປະເພດ AR ແລະ MR ເປັນຕົ້ນ. ພຽງແຕ່ຈົນເຖິງກ່ອນໜ້ານີ້ SPAD ແມ່ນມີຂໍ້ຈຳກັດໃນເລື່ອງຂອງຄວາມລະອຽດພາບທີ່ຕ່ຳ ເຮັດໃຫ້ຂາດຄວາມແຈ້ງ ຈຶ່ງບໍ່ຄ່ອຍໄດ້ຮັບຄວາມນິຍົມຫຼາຍປານໃດ.

ປັດຈຸບັນນີ້ ການຖ່າຍພາບໃນສະພາວະແສງໜ້ອຍເທິງເຊັນເຊີ CMOS 9 (Complementary Metal-Oxide Semiconductor) ຕ້ອງໄດ້ພົບກັບບັນຫາເລື່ອງນອຍສ໌ (Noise) ISO ສູງເກີນໄປຈົນເສຍຄຸນະພາບ, ສ່ວນເຊັນເຊີອິນຟາເຣດເຖິງຈະຮັບແສງໄດ້ດີແຕ່ຂາດຄຸນສົມບັດໃນການຮັບສີ. ດັ່ງນັ້ນການທີ່ມີ SPAD ອາດເຂົ້າມາແທນເຊັນເຊີອິນຟາເຣດ ຫຼື ເປັນອີກໜຶ່ງທາງເລືອກທີ່ໜ້າສົນໃຈ ເພາະສາມາດຈັບພາບສີໃນສະພາບແສງປົກກະຕິໄດ້. ຫາກໃນອະນາຄົດ ມີການພັດທະນາຈົນມີຄວາມລະອຽດສູງຕື່ມຂຶ້ນໄປກວ່ານີ້ອີກ ເຮົາອາດຈະໄດ້ເຫັນການນຳເອົາໄປໃຊ້ງານຢ່າງຫຼວງຫຼາຍກັບອຸປະກອນຕ່າງໆ.

ນອກນີ້ ທາງ Canon ຫາກໍໄດ້ພັດທະນາເຊັນເຊີ SPAD ທີ່ມີຄວາມລະອຽດ 1 MP ສຳເລັດໄປເມື່ອຫຼາຍເດືອນທີ່ຜ່ານມາ ກ່ອນທີ່ຈະພັດທະນາມາເປັນ 3.2 MP ໃນເດືອນທັນວານີ້ ເຊິ່ງຖືໄດ້ວ່າເປັນຄວາມກ້າວໜ້າທີ່ວ່ອງໄວແທ້ໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/