7 ເຄື່ອງດື່ມທີ່ເໝາະກັບວັນ Christmas ທັງແຊບແລະເຮັດງ່າຍ ທີ່ສຳຄັນບໍ່ມີແອລກໍຮໍ


ໃນໄລຍະຂອງວັນຄຣິສມາສນີ້ ຫຼາຍໆຄົນກໍອາດຈະຊອກເຄື່ອງດື່ມທີ່ເຂົ້າກັນກັບເທສະການຢູ່ແມ່ນບໍ່? ມື້ນີ້ທາງທີມງານເຮົາມີ 7 ເມນູເຄື່ອງດື່ມທັງຮ້ອນ ແລະ ເຢັນມານຳສະເໜີ ໂດຍເມນູດັ່ງກ່າວສາມາດເຮັດໄດ້ເອງແບບງ່າຍໆແລະແຊບພ້ອມ ທີ່ສຳຄັນ ບໍ່ມີສ່ວນປະສົມຂອງແອລກໍຮໍ ເຊິ່ງຈະມີເມນູໃດແດ່ ເຮົາມາເບິ່ງກັນເລີຍ.

  1. Peanut butter Hot Chocolate

ສຳລັບໃຜທີ່ບໍ່ມັກດື່ມກາເຟໃນວັນທີ່ອາກາດໜາວໆ ເຮົາແນະນຳເມນູນີ້ເລີຍ ເປັນໂກໂກ້ຮ້ອນ ທີ່ມາພ້ອມກັບຄວາມມັນແລະກອບຂອງຖົ່ວມາພ້ອມກັບຊັອກໂກແລັດ ບວກກັບຄວາມແຊບຂອງວິບຄຣີມ ເປັນອີກໜຶ່ງເມນູທີ່ເຂົ້າກັບເທສະການຄຣິສມາສສຸດໆໄປເລີຍ.

  1. Maple Cinnamon Hot Chocolate

ເປັນໜຶ່ງເມນູທີ່ດື່ມງ່າຍໃນວັນທີ່ຮູ້ສຶກໜາວ ຈະເສີບມາເປັນແບບອຸ່ນຫຼືຮ້ອນກໍແຊບ ເພາະຄວາມເຂັ້ມຂຸ້ນຂອງຊັອກໂກແລັດ ຄວາມຫອມຂອງອົບເຊີຍທີ່ສົ່ງກິ່ນອອກມາ ແລະ ຄວາມມັນຂອງວິບປິ້ງຄຣີມທີ່ເປັນທັອບປິ້ງໃນຈອກ ເປັນເມນູທີ່ດື່ມໄດ້ເລື້້ອຍໆແບບບໍ່ເບື່ອເລີຍ.

  1. Donut Strawberry Milk Shake

ເມນູຕໍ່ມາ ແມ່ນມາພ້ອມຄວາມມຸ້ງມິ້ງດ້ວຍສີສັນໂດດເດັ່ນທີ່ເຂົ້າກັບເທສະການສຸດໆໄປເລີຍກ ນອກນີ້ຍັງເຮັດໃຫ້ອົດໃຈບໍ່ໄຫວທີ່ຈະຕ້ອງໄດ້ລອງ ເພາະເມນູນີ້ມີທັງໂດນັດແລະທັອບປີ້ງຕ່າງໆ ພ້ອມດ້ວຍນົມສະຕໍເບີຣີ້ທີ່ຫອມຫວານ ເມນູນີ້ຮັບຮອງວ່າຖືກໃຈສາຍເຂົ້າໜົມຢ່າງແນ່ນອນ.

  1. Froot Loop Milk Shake

ເມນູທີ 4 ນີ້ເປັນເມນູທີ່ເຮັດງ່າຍ ທັງແຊບແລະໜ້າຮັກສົດໃສ ເປັນເຄື່ອງດື່ມທີ່ມີໜ້າຕາສວຍງາມພ້ອມທັງເປັນຂອງຫວານທີ່ມີປະໂຫຍດໄປພ້ອມໆກັນໄດ້ ຮັບຮອງວ່າຖ້າເຮັດໃຫ້ລູກໆຫຼານໆ ໄດ້ດື່ມເມນູນີ້ໃນວັນຄຣິສມາສຫຼືວັນອື່ນໆ ເຂົາເຈົ້າຕ້ອງມັກຢ່າງແນ່ນອນ.

  1. Strawberry Lemonade

ບໍ່ຕ້ອງມີແອລກໍຮໍ ຫຼື ສິ່ງມຶນເມົາກໍສ້າງສັນມ່ວນຊື່ນໄປກັບໝູ່ເພື່ອນໄດ້ ໂດຍເມນູນີ້ນອກຈາກສີສັນຈະສົດໃສແລ້ວ ເມື່ອດື່ມເຂົ້າໄປຍັງໃຫ້ຄວາມສົດຊື່ນດ້ວຍຣົດຊາດທີ່ມີຄວາມສົ້ມອົມຫວານ ເຊິ່ງຕ້ອງເຂົ້າກັບງານກິນລ້ຽງຄຣິສມາສຢ່າງແນ່ນອນ ທີ່ສຳຄັນແມ່ນເຮັດງ່າຍສຸດໆ.

  1. Shirley Temple

ສຳລັບໃຜທີ່ບໍ່ມັກດື່ມເຫຼົ້າເບຍ ເມື່ອຕ້ອງໄປສ້າງສັນກັບໝູ່ໃນໄລຍະເທສະການຄຣິສມາສ Shirley Temple ກໍເປັນອີກໜຶ່ງທາງເລືອກໃຫ້ເຈົ້າລອງ ດ້ວຍສີສັນທີ່ມີຄວາມຄ້າຍຄື Cocktail ບວກກັບເມນູນີ້ທີ່ມີສ່ວນປະສົມຂອງນ້ຳຫວານກິ່ນໝາກພິລາ ແລະ ສະຕຣໍເບີຣີ້ ຕໍ່ດ້ວຍການເພີ່ມນ້ຳອັດລົມກິ່ນເລມອນລົງໄປ ຮັບຮອງວ່າຖ້າໄດ້ດື່ມແລ້ວຕ້ອງສົດຊື່ນສຸດໆເລີຍ.

  1. Rosemary Grapefruit Mocktail

ເມນູສຸດທ້າຍນີ້ເຮັດມາຈາກນໍ້າໝາກ Grapefruit ທີ່ມີສີສັນຊວນໃຫ້ລອງ ບວກກັບນ້ຳ Rosemary ທີ່ມີຄວາມຫອມເປັນພິເສດ ຕາມດ້ວຍຕື່ມນ້ຳໂຊດາລົງເພື່ອຄວາມສົດຊື່ນ. ເມນູບອກໄດ້ເລີຍວ່າຖືກໃຈສາຍປາຕີ້ທີ່ບໍ່ມັກດື່ມເຫຼົ້າເບຍ.

ສຳລັບໃຜທີ່ຕ້ອງການຢາກເຮັດຕາມເມນູທີ່ກ່າວມາ ສາມາດອ່ານລາຍລະອຽດກ່ຽວກັບວິທີເຮັດແລະຂັ້ນຕອນເພີ່ມຕື່ມໄດ້ທີ່: https://cutt.ly/ZUd1SMw

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/