ລີກການແຂ່ງຂັນຄວິດດິດ (ກິລາແຂ່ງຂັນຂີ່ໄມ້ຟອຍ) ປ່ຽນຊື່ໃໝ່ຫຼັງນັກຂຽນ Harry Potter ສະແດງອະຄະຕິຕໍ່ກຸ່ມຄົນຂ້າມເພດ


ຖ້າຫາກວ່າໃຜທີ່ເຄີຍເບິ່ງຮູບເງົາເລື່ອງ Harry Potter ກໍຈະຮູ້ດີວ່າກິລາ ຄວິດດິດ (Quidditch) ແມ່ນກິລາທີ່ໃຊ້ໄມ້ຟອຍແຂ່ງຂັນກັນໃນເລື່ອງດັ່ງກ່າວ ເຊິ່ງວ່າໄດ້ມີການຖອດອອກມາຕາມໃນນິຍາຍທີ່ມີຜູ້ຂຽນຊື່ວ່າ JK Rowling ແລະ ຕົວລາວເອງນັ້ນກໍເປັນທີ່ຮູ້ຈັກວ່າສະແດງຄວາມອະຄະຕິຕໍ່ການຮັກຮ່ວມເພດ ແລະ ຫຼ້າສຸດລາວກໍໄດ້ສະແດງທ່າທາງນັ້ນຕໍ່ກຸ່ມຄົນຂ້າມເພດ.

ພາຍໃນນິຍາຍ, ບັນດານັກຮຽນພໍ່ມົດ ແລະ ແມ່ມົດຈະໄດ້ຂີ່ໄມ້ຟອຍບິນໄປຍາດບານກັນ ສ່ວນກິລາຄວິດດິດໃນໂລກຄວາມເປັນຈິງນັ້ນ ເລີ່ມຂຶ້ນຕັ້ງແຕ່ປີ 2007 ໂດຍຈະແມ່ນການໃຊ້ຄວາມໄວ ແລະ ກຳລັງການກະທົບກັນຂອງຜູ້ຫຼິ້ນ. ກິລາດັ່ງກ່າວ ໄດ້ມີທີມແຂ່ງຂັນຢ່າງຈິງຈັງກວ່າ 450 ທີມທົ່ວ 30 ປະເທດ ເຊິ່ງຖືໄດ້ວ່າເຕີບໃຫຍ່ຂຶ້ນຢ່າງໄວວາ. ທີ່ສະຫະລັດໄດ້ມີຫຼາຍໂຮງຮຽນເພີ່ມກິລາຄວິດດິດເຂົ້າໄປເປັນໜຶ່ງໃນກິລາໂຮງຮຽນພວກເຂົາ ແລະ ທົ່ວໂລກ ຈົນໄດ້ເກີດເປັນການຊິງແຊ້ມຫຼາຍຮູບແບບໄປຈົນຮອດຊິງແຊ້ມລະດັບໂລກ World Cup. ນອກຈາກນີ້ແລ້ວ ກິລາຄວິດດິດຍັງເປັນກິລາປະສົມທີ່ເທົ່າທຽມທີ່ສຸດຕໍ່ທຸກເພດ.

ແຕ່ຕົວນັກຂຽນເອງກໍບໍ່ໄດ້ໃຫ້ການຍອມຮັບກິລາດັງກ່າວຕັ້ງແຕ່ທຳອິດແລ້ວ. ສະໂມສອນລີກກິລາຄວິດດິດທີ່ອາເມຣິກາທັງສອງ, US Quidditch (USQ) ແລະ Major League Quidditch (MLQ) ໄດ້ກຽມຈະປ່ຽນຊື່ກິລານີ້ ເພື່ອຈະສະແດງຈຸດຢືນວ່າພວກເຂົາຕ້ອງການຫ່າງອອກມາ ພ້ອມທັງບໍ່ຢາກກ່ຽວຂ້ອງກັບນັກຂຽນດັງທີ່ມີອະຄະຕິຕໍ່ເພດທີສາມນີ້. ເຊິ່ງຊື່ທີ່ມີຄວາມເປັນໄປໄດ້ແກ່ບັນດາລີກຈະເລືອກນັ້ນມີຕັ້ງແຕ່ Quickball, Quicker, Quickstrike ແລະ Quadraball.

ບໍ່ດົນມານີ້ ນັກຂຽນ JK Rowling ໄດ້ສະແດງຄວາມກັງວົນໃຈຕໍ່ບັນຫາການຖືກກະທົບໂດຍຜູ້ຍິງຂ້າມເພດທີ່ໄດ້ເຂົ້າມາຍຶດພື້ນທີ່ “ສະເພາະຜູ້ຍິງ” ແຕ່ຕົວລາວກໍໄດ້ປະຕິເສດການກ່າວວ່າຕົນເອງເປັນຄົນເລືອກປະຕິບັດຕໍ່ຄົນຂ້າມເພດ. ເມື່ອເດືອນມິຖຸນາ ປີ 2020, ລາວໄດ້ສ້າງການຖົກຖຽງຂຶ້ນມາໃນການຂຽນຂໍ້ຄວາມລົງໃນ Twitter ໂດຍການຂຽນຄຳວ່າ “ຄົນທີ່ມີປະຈຳເດືອນ” ເຊິ່ງຕັ້ງໃຈຫຼີກເວັ້ນການໃຊ້ຄຳວ່າ “ຜູ້ຍິງ” ນອກຈາກນີ້ຍັງໄດ້ມີການຂຽນຂໍ້ຄວາມທີ່ຂັດກັບຕົນເອງເຊັ່ນ “ຖ້າເພດບໍ່ມີຕົວຕົນ, ມັນກໍບໍ່ມີການຫຼົງໃຫຼໃນເພດດຽວກັນ. ຖ້າເພດບໍ່ມີແທ້, ການມີຕົວຕົນຂອງແມ່ຍິງທົ່ວໂລກກໍຖືກລຶບໝົດ. ຂ້ອຍຮູ້ ແລະ ຂ້ອຍຮັກຄົນຂ້າມເພດ ແຕ່ການລຶບໄອເດຍຂອງການມີເພດ ມັນໄດ້ກຳຈັດຄວາມສາມາດໃນການສົນທະນາທີ່ມີຄວາມໝາຍເຂົ້າມາໃນຊີວິດອອກໄປ” ການສະແດງອອກດັ່ງກ່າວກໍໄດ້ຖືກຍ້ອງຍໍ ແລະ ທັງຖືກວິຈານອອກເປັນສອງສຽງເທົ່າກັນ. ແຕ່ບັນດາຜູ້ຄົນທີ່ມີຊື່ສຽງເຊິ່ງໄດ້ເຄີຍຮ່ວມງານກັບນັກຂຽນຜູ້ນີ້ຕ່າງກໍພາກັນຫ່າງອອກຈາກລາວ ຍ້ອນຄຳຄິດເຫັນຕໍ່ຄົນຂ້າມເພດ ລວມໄປເຖິງນັກສະແດງຫຼັກທັງ 3 ໃນເລື່ອງ Harry Potter ຢ່າງ Daniel Radcliffe, Rupert Grint ແລະ Emma Watson ຕ່າງກໍຫ່າງອອກຈາກລາວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/