“Merry Christmas” ຂໍ້ຄວາມ SMS ທຳອິດຂອງໂລກຖືກຂາຍໄປດ້ວຍລາຄາ 107,000 ຢູໂຣ ໃນຮູບແບບ NFT


ເອີ້ນໄດ້ວ່າກະແສຍັງແຮງດີບໍ່ມີຕົກຢູ່ສະເໝີສຳລັບ NFT ຫຼື Non-Fungible Token ທີ່ເປັນຊັບສິນດິຈິຕອນປະເພດໜຶ່ງທີ່ມີເອກະລັກສະເພາະຕົວແລະບໍ່ຄືໃຜ. ເພາະທີ່ຜ່ານມາຄວາມນິຍົມແລະຄວາມເປັນໜຶ່ງດຽວຂອງ NFT ນີ້ແມ່ນໄດ້ເຕີບໃຫຍ່ຂະຫຍາຍຕົວໃນແວດວົງ ສິລະປະ, ຂອງສະສົມ, ຮູບພາບ, ສຽງເພງ, ເກມ ແລະ ອື່ນໆ ທີ່ໄດ້ມີການປະມູນ ຊື້-ຂາຍເປັນຈຳນວນມູນຄ່າມະຫາສານ ເຮັດໃຫ້ຫຼາຍໆຄົນຢາກເຂົ້າມາສຶກສາແລະລົງທຶນໃນອຸດສາຫະກຳນີ້. ນອກຈາກປະເພດ NFT ທີ່ກ່າວມາຂ້າງເທິງແລ້ວ ຍັງມີ NFT ທີ່ເປັນປະເພດຂໍ້ຄວາມຫຼືໂພສຕ່າງໆ ທີ່ໄດ້ຮັບຄວາມນິຍົມບໍ່ຕ່າງກັນ ເພາະຫຼ້າສຸດໄດ້ມີການປະມູນ SMS ຂໍ້ຄວາມທຳອິດຂອງໂລກໄປແລ້ວໃນວັນທີ 21 ທີ່ຜ່ານມານີ້.

SMS ຂໍ້ຄວາມທຳອິດຂອງໂລກຂຽນວ່າ “Merry Christmas” ແມ່ນໄດ້ຖືກປະມູນໄປໃນລາຄາ 107,000 ຢູໂຣ ທີ່ໂຮງປະມູນຂອງບໍລິສັດອາກູດໃນປະເທດຝຣັ່ງ ໂດຍຂໍ້ຄວາມດັ່ງກ່າວຖືກສົ່ງເປັນຄັ້ງທຳອິດເມື່ອວັນທີ 3 ທັນວາ ປີ 1992 ໂດຍ ໂວດາໂຟນ (Vodafone) ບໍລິສັດໂທລະຄົມມະນາຄົມສັນຊາດອັງກິດເຊິ່ງເປັນຜູ້ນຳຂໍ້ຄວາມດັ່ງກ່າວມາປະມູນດ້ວຍຕົນເອງ.

ຂໍ້ຄວາມ SMS ທີ່ວ່ານີ້ແມ່ນຖືກສົ່ງໂດຍ Neil Papworth ວິສະວະກອນຂອງໂວດາໂຟນ ເຊິ່ງສົ່ງຈາກຄອມພິວເຕີຂອງລາວໃຫ້ກັບ Richard Jarvis ຜູ້ຈັດການຂອງໂວດາໂຟນໃນອັງກິດ. Maximilian Aguttes ຜູ້ບໍລິຫານຂອງໂຮງປະມູນໄດ້ອະທິບາຍວ່າ ເຫດການຕອນນັ້ນແມ່ນເກີດຢູ່ໃນລະຫວ່າງການຈັດງານສະຫຼອງຄຣິສມາສຢູ່ Neil ກໍເລີຍສົ່ງຂໍ້ຄວາມໄປອວຍພອນເນື່ອງຈາກໃກ້ຈະຮອດວັນຄຣິສມາສ.

ສຳລັບຜູ້ທີ່ປະມູນໄດ້ນນັ້ນ ແມ່ນບໍ່ປະສົງອອກນາມ ໂດຍໂວດາໂຟນລະບຸວ່າ ຜູ້ປະມູນດັ່ງດັ່ງກ່າວຕ້ອງຈ່າຍເປັນຫຼຽນ Cryptocurrency Ether ແລະນອກຈາກຂໍ້ຄວາມໃນຮູບແບບ NFT ທີ່ຜູ້ປະມູນລາຍນີ້ຈະໄດ້ຮັບໄປ ລາວຍັງກໍຈະໄດ້ຂອບຮູບທີ່ເປັນຈໍດິຈິຕອນສະແດງ SMS ທີ່ມີຄຳວ່າ Merry Christmas ຢູ່ນຳ ເນື່ອງດ້ວຍເຫດຜົນທີ່ວ່າການຊື້ຂາຍ NFT ຍັງບໍ່ມີກົດໝາຍຮັບຮອງໃນປະເທດຝຣັ່ງ.

ສຳລັບລາຍໄດ້ຈາກການປະມູນ ທາງໂວດາໂຟນເປີດເຜີຍວ່າ ຈະມອບລາຍໄດ້ທັງໝົດໃຫ້ກັບ UNHCR ອົງກອນດ້ານຜູ້ລີ້ໄພແຫ່ງສະຫະປະຊາຊາດ ໂດຍມີຈຸດປະສົງເພື່ອຊ່ວຍເຫຼືອຄົນ 82.4 ລ້ານຄົນທີ່ຖືກບັງຄັບໃຫ້ຕ້ອງລີ້ໄພຈາກຄວາມຂັດແຍ້ງ ຫຼື ການຖືກລະເມີດສິດທິມະນຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/