Google-Meta ຖືກສານຣັດເຊຍສັ່ງປັບໃໝ ກວ່າ 100 ລ້ານໂດລາ ເພາະບໍ່ສົນໃຈຕໍ່ຄຳສັ່ງທີ່ໃຫ້ລຶບຄອນເທັ້ນຜິດກົດໝາຍ


ທີ່ Moscow ປະເທດຣັດເຊຍ ໃນວັນທີ 24 ທີ່ຜ່ານມາ ສານຂອງຣັດເຊຍໄດ້ມີຄຳສັ່ງປັບ Google ເປັນເງິນ 7.2 ພັນລ້ານຣູເບິລ (ປະມານ 98 ລ້ານໂດລາສະຫະລັດ) ແລະ ປັບ Meta ຈໍານວນ 27 ລ້ານໂດລາ ເນື່ອງຈາກທັງ 2 ແພັດຟອມນີ້ບໍ່ຍອມດຳເນີນການລຶບຄອນເທັ້ນທີ່ມີເນື້ອຫາຂັດຕໍ່ກົດໝາຍຂອງປະເທດ.

ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າໃນຕະຫຼອດປີນີ້ ຣັດເຊຍໄດ້ສັ່ງປັບໃໝບໍລິສັດເທັກໂນໂລຢີຕ່າງໆ ແລະ ມີຄວາມພະຍາຍາໃນການສ້າງແຮງກົດດັນຕໍ່ Google ຫຼາຍຄັ້ງ ເພື່ອຍົກລະດັບຄວາມເຂັ້ມງວດຂອງມາດຕະການຄວບຄຸມອິນເຕີເນັດ. ໃນຂະນະທີ່ມີຫຼາຍຄົນແນມເບິ່ງວ່າ ການກະທຳດັ່ງກ່າວຄຸກຄາມເສລີພາບທັງໃນລະດັບບຸກຄົນແລະອົງກອນ. ຢ່າງໃດກໍຕາມ ການສັ່ງປັບໃໝ Google ໃນຄັ້ງນີ້ແມ່ນນັບເປັນຄັ້ງທຳອິດທີ່ຣັດເຊຍສັ່ງປັບໂດຍຄຳນວນເປີເຊັນຈາກລາຍໄດ້ປະຈຳປີຂອງ Google ໃນຣັດເຊຍ.

ທາງດ້ານ Google ເມື່ອຮູ້ຄຳຕັດສິນຂອງສານ ກໍກ່າວໃນອີເມວວ່າຈະສຶກສາຄຳຕັດສິນຂອງສານກ່ອນທີ່ຈະຕັດສິນໃຈໃນຂັ້ນຕໍ່ໄປ.

ນອກຈາກນີ້ ສານຍັງສັ່ງປັບໃໝ Meta ເຊິ່ງເປັນບໍລິສັດແມ່ຂອງແພັດຟອມແຖວໜ້າຂອງໂລກຄື Facebook ແລະ Instagram ໂດຍໄດ້ສັ່ງປັບປະມານ 27 ລ້ານໂດລາ ເນື່ອງຈາກ Meta ປະຕິເສດທີ່ຈະລຶບເນື້ອຫາຕໍ່ກົດໝາຍຣັດເຊຍ ເຊິ່ງຄ່າປັບໃໝແມ່ນຄຳນວນຈາກເປີເຊັນລາຍໄດ້ເຊັ່ນດຽວກັັນກັບ Google.

ກ່ອນໜ້ານີ້ ຣັດເຊຍໄດ້ກ່າວຫາວ່າກຸ່ມບໍລິສັດເທັກໂນໂລຢີຕ່າງໆໄດ້ລົ້ມເຫຼວໃນການລຶບເນື້ອຫາທີ່ເປັນອັນຕະລາຍ ແລະ ສັ່ງໃຫ້ດຳເນີນການລຶບໂພສທີ່ມີເນື້ອຫາຍຜິດກົດໝາຍ ເຊັ່ນ: ໂພສທີ່ສະໜັບສະໜູນໃຫ້ໃຊ້ຢາເສບຕິດຫຼືເຮັດກິດຈະກຳທີ່ເປັນອັນຕະລາຍ ຕະຫຼອດຈົນຂໍ້ມູນກ່ຽວກັບການປະກອບອາວຸດ ຫຼື ເຮັດລະເບີດດ້ວຍຕົນເອງ ແລະຂໍ້ມູນຈາກກຸ່ມຫົວຮຸນແຮງຫຼືຜູ້ກໍ່ການຮ້າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/