ນອນຫຼັບຝັນດີໄປກັບໝອນ “ໃນຄືນນັ້ນ ຂອງ ໂດຣາເອມອນ ແລະ ໂນບິຕະ” ທີ່ຈະມາເຮັດໃຫ້ຄ່ຳຄືນຂອງເຈົ້າພິເສດກວ່າເກົ່າ


Felissimo ຮ້ານຂາຍສິນຄ້າແຟຊັ່ນລວມໄປຮອດເຄື່ອງຂອງທົ່ວໄປ ກຳລັງຈັດແຄມເປນສິນຄ້າຫຼາກຫຼາຍກ່ຽວກັບ Doraemon ແລະ ໜຶ່ງໃນສິນຄ້ານັ້ນກໍຄືໝອນ ທີ່ມີຊື່ວ່າ “ໃນຄືນນັ້ນຂອງ Nobita ກັບ Doraemon” ທີ່ເປັນເຫດການອັນແສນປະທັບໃຈປົນກັບຄວາມເສົ້າທີ່ແຟນໆ Doraemon ເຫັນແລ້ວຕ້ອງຢາກໄດ້ມາຄອບຄອງຢ່າງແນ່ນອນ.

ຊຸດໝອນນີ້ມີຄວາມໝາຍສຳຄັນ ແລະ ໄດ້ຮັບແຮງບັນດານໃຈມາຈາກຕອນບອກລາ ລະຫວ່າງ Nobita ແລະ Doraemon ໂດຍຢູ່ມາມື້ໜຶ່ງ Doraemon ໄດ້ບອກກັບ Nobita ວ່າຕ້ອງກັບໄປໂລກອະນາຄົດແລ້ວ ເຊິ່ງ Nobita ໄດ້ຮ້ອງຂໍບໍ່ໃຫ້ກັບໄປ. ແຕ່ຫຼັງຈາກນັ້ນ Nobita ໄດ້ຄິດຢູ່ປະມານໄລຍະເວລາໜຶ່ງ ກ່ອນທີ່ຈະຕັດສິນໃຈຍອມຈາກລາ ແລ້ວໃນຄ່ຳຄືນສຸດທ້າຍຂອງການຢູ່ນຳກັນທັງສອງກໍໄດ້ມານອນຂ້າງກັນ. ແຕ່ທັງສອງກໍໄດ້ມືນຕາຢູ່ຕະຫຼອດເວລາເພາະຕ່າງຝ່າຍຕ່າງກໍນອນບໍ່ຫຼັບ.

ໝອນນີ້ມີຂະໜາດຄວາມຍາວ 79 cm, ກວ້າງ 35 cm ແລະ ມາພ້ອມກັບຕຸກກະຕາ Doraemon ທີ່ຕາມືນຄ້າງໄວ້ປົນອາລົມໂສກເສົ້າໜ້ອຍໜຶ່ງ ເຊິ່ງຜູ້ຊື້ຈະເອົາ Doraemon ມານອນນຳກັນຄືກັນກັບ Nobita ໃນຄືນນັ້ນທີ່ຕ້ອງຈາກລາກັນ ຫຼື ຈະເອົາມາກອດແທນເພື່ອເພີ່ມຄວາມອົບອຸ່ນກໍໄດ້.

ສາມາດຖອດຕຸກກະຕາ Doraemon ອອກມາຈາກໝອນໄດ້

ມີກະເປົາ 4 ມິຕິທີ່ສາມາດໃສ່ຂອງກຸກກິກໄດ້ນຳ

ເນື້ອຜ້າ

ໝອນສາມາດຖອດອອກມາຊັກໄດ້

ຫຼັງຈາກຊຸດໝອນ Doraemon ໄດ້ອອກມາສູ່ສາຍຕາຊາວໂລກ ກໍໄດ້ມີຊາວເນັດຍີ່ປຸ່ນໄດ້ມາຄອມເມັ້ນຕ່າງໆນານາວ່າ:

  • Doraemon ຄືຈະຄິດໃນໃຈ ນາງນີ້ແມ່ນໃຜ?
  • Doraemon ນ້ອຍໄປໂພດບໍ?
  • ໄປຊື້ໝອນຍາວໆມາຈັກໜ່ວຍ ກັບ ຕຸກກະຕາ Doraemon ກໍພໍແລ້ວບໍ່?

ສ່ວນລາຄາຂອງໝອນໜ່ວຍນີ້ຈະມີລາຄາຢູ່ທີ່ 9,020 ເຢນ ແລະມີກຳນົດສົ່ງເຄື່ອງໃຫ້ກັບຜູ້ທີ່ສັ່ງລະຫວ່າງເດືອນ ມັງກອນ-ກຸມພາ ເຊິ່ງຜູ້ທີ່ສົນໃຈສາມາດໄປເບິ່ງລາຍລະອຽດການຊື້ໄດ້ທີ່ເວັບຂອງ Feslissimo.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/