ຍີ່ປຸ່ນກຽມເປີດໂຮງຮຽນມັດທະຍົມສຳລັບ E-Sports ທຳອິດຂອງປະເທດໃນປີໜ້າ


ປະເທດຍີ່ປຸ່ນກ້າວໄປສູ່ອະນາຄົດອີກຂັ້ນ ໂດຍມີການກະກຽມການເປີດໂຮງຮຽນມັດທະຍົມປາຍສຳລັບ E-Sports ຫຼື E-Sports High School ທຳອິດຂອງປະເທດ ພາຍໃນເດືອນເມສາປີ 2022 ແລະ ຈະເລີ່ມເປີດຮັບສະໝັກໃນວັນທີ 23 ເດືອນມັງກອນ 2022.

ໂຮງຮຽນ E-Sports ດັ່ງກ່າວຈະໄດ້ຖືກຈັດຂຶ້ນໃນສະໜາມແຂ່ງຂັນ Shibuya ໂດຍຈະເປັນພື້ນທີ່ໃນການລົງມືຟຶກອົບຮົມພາກປະຕິບັດໃຫ້ແກ່ນັກສຶກສາ. ນອກນັ້ນຍັງມີວິຊາຮຽນອື່ນທີ່ສາມາດເຂົ້າຮຽນອອນລາຍຮ່ວມນຳໄດ້. ເຖິງຢ່າງໃດກໍຕາມ ຫຼັກສູດການຮຽນກໍບໍ່ໄດ້ກ່ຽວກັບການຫຼິ້ນເກມສະເໝີໄປ.

ນອກຈາກນີ້ຈະມີການສະໜັບສະໜູນຈາກ NTTe-Sports ບໍລິສັດໂທລະຄົມມະນາຄົມໃຫຍ່ໃນຍີ່ປຸ່ນ ແລະ ຍັງເປັນບໍລິສັດທີມນັກແຂ່ງຂັນ E-Sports ຂອງຊາດ ຈະມີການໃຫ້ຄຳແນະນຳນັກຮຽນໄວໜຸ່ມໄດ້ເຂົ້າມາຝຶກທັກສະການຫຼິ້ນເກມ ຜ່ານອຸປະກອນຄອມພິວເຕີທັນສະໄໝຢ່າງຄອມຮຸ່ນ 40 Galleria XA7C-R37 ພ້ອມທັງ Intel Core i7-11700 ກັບກຣາຟຟິກ Nvidia GeForce RTX 3070 ໃນການຫຼິ້ນເກມດັງຕ່າງໆຂອງແຕ່ລະໝວດໝູ່ເຊັ່ນ: FPS, RTS ແລະ MOBA. ນອກຈາກນີ້ຍັງມີພື້ນທີ່ Care Training ທີ່ຈະຊ່ວຍໃຫ້ນັກຮຽນໄດ້ມີການຈັດການກັບສຸຂະພາບຮ່າງກາຍ ແລະ ຈິດໃຈຂອງຕົນເອງຢ່າງດີ.​

ເນື່ອງຈາກວ່າການຈະສະໝັກວຽກສ່ວນໃຫຍ່ຍັງຕ້ອງການທັກສະຄວາມຮູ້ຈາກໂຮງຮຽນມັດທະຍົມສາມັນ, ໂຮງຮຽນມັດທະຍົມ E-Sports ເອງກໍຈະໄດ້ມີການວາງຮາກຖານການສອນທີ່ປະກອບດ້ວຍບົດຮຽນສາມັນນັ້ນເຂົ້າໄປ ພ້ອມທັງຍັງມີຊົ່ວໂມງປຶກສາກັບອາຈານທີ່ປຶກສາສ່ວນບຸກຄົນ ເພື່ອທີ່ນັກຮຽນຈົບໄປຈະໄດ້ນຳໃຊ້ມັນເຂົ້າສືບຕໍ່ຮຽນໃນມະຫາວິທະຍາໄລ ຫຼື ເລືອກວ່າອະນາຄົດພວກເຂົາຢາກຈະເຮັດຫຍັງ.

ຫຼາຍຄົນອາດຈະເຫັນວ່າໄອເດຍນີ້ຂັດກັບຄຳວ່າ ການສຶກສາ ແຕ່ວ່າໃນປະເທດຍີ່ປຸ່ນ, ການສຶກສາຊັ້ນມັດທະຍົມປາຍບໍ່ແມ່ນສິ່ງຈຳເປັນໃນລະບົບການສຶກສາ. ດ້ວຍເຫດນັ້ນເອງ ບັນດາໂຮງຮຽນມັດທະຍົມປາຍຈຶ່ງໄດ້ມີການເສີມສະພາບແວດລ້ອມອື່ນໆ ເຂົ້າມາໃນການສອນ. ການສ້າງໂຮງຮຽນສຳລັບ E-Sports ກໍບໍ່ແມ່ນເພື່ອທີ່ນັກຮຽນຈະເຂົ້າມາຫຼິ້ນເກມ ຫຼື ເຮັດໃຫ້ອະນາຄົດຂອງນັກຮຽນຕົກຕ່ຳແຕ່ຢ່າງໃດ. ການເປັນນັກຫຼິ້ນເກມມືອາຊີບ ກໍນັບວ່າເປັນອາຊີບໜຶ່ງ ເຊິ່ງຈຳເປັນຈະຕ້ອງຝຶກທັກສະທີ່ສຳຄັນ ບໍ່ແມ່ນແຕ່ການຫຼິ້ນເກມເທົ່ານັ້ນ.

ນອກຈາກນີ້, ໂຮງຮຽນ E-Sports ກໍຍັງເປັນບາດກ້າວແຫ່ງອະນາຄົດໃນການເປີດຮັບໃຫ້ໂຮງຮຽນເຕີບໃຫຍ່ຂຶ້ນ ແລະ ຂະຫຍາຍໃຫ້ເກີດຄວາມຫຼາກຫຼາຍໃນວົງການສື່ເກມ. ຜູ້ທີ່ຈົບໄປນັ້ນບໍ່ຈຳເປັນຈະຕ້ອງເປັນພຽງນັກແຂ່ງຂັນເກມ, ພວກເຂົາຍັງສາມາດເປັນນັກ Streamer, ນັກພັດທະນາເກມ, ນັກ Virtual YouTuber, ນັກຂຽນຂ່າວຫົວຂໍ້ກ່ຽວກັບເກມ, ນັກໂປຣແກຣມເມີ, ນັກພາກເກມ E-Sports ແລະ ນັກອອກແບບ 3-D ຫຼື  CG Designer.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/