ສະຫະພາບຢູໂຣບ ຮ່ວມລົງທຶນ 550 ລ້ານຢູໂຣ ພັດທະນາ ສປປ ລາວ ສູ່ປະເທດເສດຖະກິດສີຂຽວ


ສະຫະພາບຢູໂຣບ ຫຼື EU ຮ່ວມລົງທຶນ 550 ລ້ານຢູໂຣ ເພື່ອພັດທະນາ ສປປ ລາວ ສູ່ປະເທດເສດຖະກິດສີຂຽວ, ໂດຍຈະຈັດຕັ້ງເປັນທີມຍຸດທະສາດຢູໂຣບ ຫຼື Team Europe Strategy, ເຊິ່ງຍຸດທະສາດນີ້ຖືກວາງແຜນໄວ້ໃນສາຍພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດໃນປີ 2021-2025.

ປະເທດທີ່ເຂົ້າຮ່ວມໃນທີມຢູໂຣບມີ: ປະເທດຟິນແລນ, ຝຣັ່ງ, ເຢຍລະມັນ, ຮົງກາລີ, ໄອແລນ, ລັກເຊມເບີກ ແລະ ປະເທດສະວິດເຊີແລນ. ທີມຢູໂຣບ ແລະ ທີມສປປ ລາວ ໄດ້ຮ່ວມກັນປະຊຸມ ເມື່ອວັນທີ 20 ທັນວາ 2021 ທີ່ຜ່ານມາ ໂດຍມີຮອງນາຍົກ ສປປ ລາວ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ.

ໃນກອງປະຊຸມໄດ້ມີການກຳນົດແນວທາງພັດທະນາ ສປປ ລາວທັງໝົດ 6 ດ້ານຄື: ການພັດທະນາການກະສິກຳ ແລະ ພື້ນທີ່ຊົນນະບົດ, ການພັດທະນາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ, ການພັດທະນາພາກເອກະຊົນ, ການພັດທະນາການຄ້າ ແລະ ການທ່ອງທ່ຽວ, ການພັດທະນາສຸຂະພາບ ແລະ ການພັດທະນາການສຶກສາ.

ສປປ ລາວ ຈະເນັ້ນພັດທະນາປະເທດໄປສູ່ການພັດທະນາສີຂຽວ ຕາມຫຼັກ SDG ຂອງສະຫະປະຊາຊາດ ໂດຍຢູໂຣບຈະເນັ້ນການເລີ່ມພັດທະນາສີຂຽວພັດທະນາຄຸນຄ່າທາງດ້ານກະສິກຳ ແລະ ປ່າໄມ້. ສະຫະພາບຢູໂຣບສະແດງຄວາມປາຖະໜາທີ່ຈະສົ່ງເສີມການຄ້າກັບ ສປປ ລາວ ແລະ ກາຍເປັນຫຸ້ນສ່ວນທາງເສດຖະກິດ ແລະ ການລົງທຶນ ພ້ອມຈະເນັ້ນການລົງທຶນໃນດ້ານຄຸນະພາບ ສ້າງຄວາມເຕີບໃຫຍ່ຂະຫຍາຍຕົວແບບທົ່ວເຖິງ ແລະ ສ້າງວຽກງານ.

ການຮ່ວມມືກັບ ສປປ ລາວ ເປັນສ່ວນໜຶ່ງຂອງວາລະແຫ່ງສະຫະພາບຢູໂຣບ ໃນການເປັນພັນທະມິດກັບອາຊຽນ ແລະ ຍຸດທະສາດຄວາມຮ່ວມມືກັບອິນໂດ-ປາຊີຟິກ. ໃນເດືອນກັນຍາ 2021 ທີ່ຜ່ານມາ ທາງ ສປປ ລາວ ໄດ້ສະແດງຄວາມຍິນດີເປັນຢ່າງຍິ່ງທີ່ທີມຢູໂຣບເຂົ້າໄປຮ່ວມພັດທະນາເສດຖະກິດຂອງ ສປປ ລາວ.

ການຮ່ວມມືກັນນີ້ ມີປະໂຫຍດຢ່າງຍິ່ງ ເພາະຈະມີການແລກປ່ຽນແຮງງານສີມື, ເທັກໂນໂລຢີ ແລະ ນະໂຍບາຍຕ່າງໆຂອງ ສປປ ລາວ ໃນອະນາຄົດ. ໃນຂະນະທີ່ຝ່າຍຢູໂຣບກໍສະແດງຄວາມເຫັນວ່າ ຢູໂຣບຕ້ອງການສ້າງຫຸ້ນສ່ວນທີ່ເຂັ້ມແຂງກັບ ສປປ ລາວ ສົ່ງເສີມການຄ້າການລົງທຶນ ແລະ ທຸລະກິດ. ຄວາມຮ່ວມມືນີ້ຕັ້ງຢູ່ຫຼັກການຂອງ Vientiane Declaration on Aid Effectiveness ໂດຍເອກອັກຄະລັດຖະທູດຢູໂຣບທັງ 17 ປະເທດ ສະແດງຄວາມມຸ່ງໝັ້ນການຮ່ວມເຮັດວຽກໂຄງການຮ່ວມທຶນ ເພື່ອເພີ່ມປະສິດທິພາບຄວາມຮ່ວມມືຂອງພັນທະມິດຢູໂຣບໃນ ສປປ ລາວ.

ໂຄງການທີ່ຈະເລີ່ມຕົ້ນກ່ອນຄື: ແຜນການຮ່ວມມື 5 ປີ ຟື້ນຟູປະເທດລາວຈາກໂຄວິດ-19, ການປ່ຽນຜ່ານ ສປປ ລາວ ໄປສູ່ປະເທດພັດທະນາຕາມເປົ້າໝາຍການພັດທະນາແບບຍືນຍົງ, ການລົດຄວາມທຸກຍາກໃນປະເທດ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງ, ຕໍ່ສູ້ກັບການປ່ຽນແປງຂອງສະພາບພູມອາກາດ.

ຂອບໃຈຂໍ້ມູນຈາກ: https://bit.ly/3qs1EN7

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/