ເຂດເສດຖະກິດພິເສດເມືອງຊ້າງຄຳ! ກຳລັງຈະສ້າງເປັນເມືອງໃຫຍ່ ແລະ ຈະເຮັດແບບບໍ່ມີໄຟຈະລາຈອນ


ເຂດເສດຖະກິດພິເສດເມືອງຊ້າງຄຳ ຕັ້ງຢູ່ ບ້ານວັງ, ເມືອງໝື່ນ, ແຂວງວຽງຈັນ. ພື້ນທີ່ດັ່ງກ່າວເປັນເຂດເສດຖະກິດພິເສດບໍລິຫານໂດຍກຸ່ມດວງຈະເລີນ ເຊິ່ງເປັນກຸ່ມດຽວກັບທີ່ບໍລິຫານ ເມືອງ Smart City ແລະ ເປັນບໍລິສັດຂອງຄົນລາວຮ້ອຍເປີເຊັນ.

ເນື້ອທີ່ທັງໝົດຂອງເມືອງຊ້າງຄຳ ມີປະມານ 5,500 ເຮັກຕາ ແມ່ນອຸດົມສົມບູນໄປດ້ວຍປ່າໄມ້ ອ້ອມຮອບດ້ວຍພູຜາ ແລະຖ້າຫາກເປັນເມືອງເຂດເສດຖະກິດກໍຍິ່ງສວຍງາມ. ເນື້ອທີ່ໂຄງການທັງໝົດຈະລຽບໄປຕາມແມ່ນ້ຳຂອງ ເຊິ່ງມີທິວທັດທຳມະຊາດທີ່ງົດງາມ.

ໃນແຜນຜັງເມືອງຊ້າງຄຳ ທີ່ກຳລັງຈະຖືກສ້າງຂຶ້ນ ຜັງເມືອງແມ່ນສະອາດງາມຕາ ຈະເຮັດແບບບໍ່ມີໄຟຈະລາຈອນ, ເຊິ່ງຈະໃຊ້ວົງວຽນ 2 ວົງໃຫຍ່ໆໃນກາງເມືອງ ແລະ ຄົນກໍສາມາດທີ່ຈະຂັບລົດໄປໃນທາງດຽວກັນ ແລ້ວກໍແຍກອອກໄປຊ້າຍ-ຂວາໄດ້ ເພື່ອຄວາມສະດວກ ແລະ ໄດ້ແບ່ງເຂດທັງໝົດເປັນ 11 ເຂດໃຫຍ່ໆນຳກັນ.

  • ເຂດທີ1: ເຂດຂອງສຳນັກງານ ບໍລິສັດ ແລະ ເປັນໃຈກາງເມືອງ ເຊິ່ງເປັນສູນກາງຂອງເສດຖະກິດ ເຊິ່ງໃຊ້ພື້ນທີ່ 127 ເຮັກຕາ.
  • ເຂດທີ2: ເປັນເຂດຮ້ານຄ້າ, ຮ້ານອາຫານ, ເປັນບ່ອນທ່ອງທ່ຽວສູນການຄ້າ ພື້ນທີ່ປະມານ 150 ເຮັກຕາ ເຊິ່ງຈະເຮັດຕາມລຽບແມ່ນ້ຳຂອງ.
  • ເຂດທີ3: ເຂດພັດທະນາສະຖານທີ່ທ່ອງທ່ຽວ ພ້ອມກັບສະຖານທີ່ພັກຜ່ອນ ສວນສະໜຸກ-ສວນສາທາລະນະ.
  • ເຂດທີ4: ເປັນເຂດພັດທະນາທີ່ຢູ່ອາໄສ ເຊິ່ງຈະມີທັງເຮືອນ ແລະ ຄອນໂດ ພື້ນທີ່ຈະໃຊ້ປະມານ 582 ເຮັກຕາ.
  • ເຂດທີ5: ເຂດພັດທະນາໂຮງໝໍ ແລະ ພັດທະນາສັງຄົມ ພື້ນທີ່ນີ້ລວມທັງໝົດ 120 ເຮັກຕາ ເຊິ່ງຈະຕັ້ງໃກ້ກັບພື້ນທີ່ພັກອາໄສຄອນໂດ ແລະ ເຮືອນພັກ ເພື່ອໃຫ້ປະຊາຊົນໃຊ້ບໍລິການສະດວກສະບາຍ.
  • ເຂດທີ6: ເຂດແຜນພັດທະນາການສຶກສາ ເຊິ່ງມີຕັ້ງແຕ່ອະນຸບານຈົນເຖິງມະຫາວິທະຍາໄລ ແລະ ສູນຝຶກວິຊາຊີບຕ່າງໆ ພື້ນທີ່ທັງໝົດ 125 ເຮັກຕາ.
  • ເຂດທີ7: ແຜນພັດທະນາການອຸດສາຫະກຳ ຈະມີໂຮງງານຕ່າງໆຄົບໝົດ ເຊິ່ງຈະແຍກໄປຢູ່ໄກໆເຂດຊຸມຊົນ ມີພື້ນທີ່ທັງໝົດ 95 ເຮັກຕາ.
  • ເຂດທີ8: ເຂດພັດທະນາກະສິກຳ ເຊິ່ງເຂດພັດທະນາກະສິກຳມີທັງໝົດຢູ່ 360 ເຮັກຕາ, ມີຊົນລະປະທານ ມີການເຮັດນາ ມີການລ້ຽງສັດ ແລະ ອື່ນໆ.
  • ເຂດທີ 10: ເຂດພັດທະນາສະໜາມກິລາ ໃຊ້ພື້ນທີ່ 140 ເຮັກຕາ ມີທັງສະໜາມເຕະບານ, ສະໜາມກັອບ; ເຂດທີ 11: ເຂດພັດທະນາພື້ນທີ່ສີຂຽວ ພື້ນທີ 120 ເຮັກຕາ.

ຂອບໃຈຂໍ້ມູນຈາກ: https://bit.ly/3qsib3D

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/