OPPO ເປີດຕົວ Reno 5 Marvel Edition ເອົາໃຈຄົນມັກ Super Hero


ດ້ວຍກະແສຂອງຮູບເງົາຊຸບເປີຮີໂຣ່ຈາກ Marvel ທີ່ມາແຮງໃນໄລຍະຜ່ານມາ ທາງ OPPO ທີ່ບໍ່ຍອມຕົກກະແສ ຈຶ່ງນຳເອົາມາເປັນແຮງບັນດານໃຈໃນການອອກແບບສະມາດໂຟນຮຸ່ນ Reno 5 Marvel Edition ເພື່ອເອົາໃຈຄົນທີ່ມັກກາຕູນ Avenger ແລະ ນັກສະສົມ.

OPPO ເປີດຕົວ Reno 5 Marvel Edition ດ້ວຍການອອກແບບທີ່ລ້ຳສະໄໝ ສວຍງາມ, ມີສີດຳແດງແບບ 2 ໂທນສະຫຼັບກັນ, ມີໜ້າຈໍສະແດງຜົນ AMOLED ຂະໜາດ 6,4inch ໂດຍມີອັດຕາຣີເຟດຢູ່ທີ່ 90Hz ຂອບເຂດສີກວ້າງ 100% ຂອງ sRGB.

ມາພ້ອມກ້ອງທັງໝົດ 4 ໂຕ ໂດຍມີກ້ອງຫຼັກທີ່ມີຄວາມລະອຽດ 64MP, ກ້ອງ Ultra-Wide 8MP ກວ້າງ 119ອົງສາ, ຍັງມີກ້ອງ Macro ແລະ ກ້ອງ Depth ຄວາມລະອຽດ 2MP ສ່ວນກ້ອງໜ້າກໍມີຄວາມລະອຽດລະດັບ 44MP.      

ສຳລັບຄວາມແຮງເປັນທີ່ຮັບປະກັນໄດ້ດ້ວຍການໃຊ້ຊິບ Snapdragon 720G ມາພ້ອມກັບ RAM 8GB ແລະ ROM 128GB ແລະ ຍັງສາມາດເພີ່ມໄດ້ດ້ວຍການໃສ່ microSD card ແລະ ມາພ້ອມກັບ ແບັດເຕີຣີ່ທີ່ມີຄວາມຈຸເຖິງ 4310mAh ສາມາດຮອງຮັບການສາກໄວດ້ວຍກຳລັງໄຟທີ່ 50W.

ຈຸດເດັ່ນອີກຢ່າງໜຶ່ງກໍຄືມີຕົວອັກສອນ “A” ທີ່ເປັນສັນຍະລັກຂອງ Avenger ທີ່ຢູ່ຝາດ້ານຫຼັງ, ນອກຈາກທີ່ທາງ OPPO ຈະອອກແບບມາໄດ້ຢ່າງເໝາະສົມແລ້ວ ຍັງມີການອອກແບບ Theme ແລະ icon ໂດຍການນຳເອົາໜ້າຕາຕົວລະຄອນ ແລະ ສັນຍະລັກຂອງ Avenger ມາປັບໃຊ້ ເພື່ອໃຫ້ເຂົ້າກັບໂທລະສັບຮຸ່ນນີ້ນັ້ນເອງ.

ຍັງບໍ່ພໍເທົ່ານັ້ນຂອງແຖມຕ່າງໆບໍ່ວ່າຈະເປັນກ່ອງ, ສາຍຫູຟັງ, ເຂັມເຈາະຊິມກາດ ແລະ ສາຍສາກ ກໍຍັງໄດ້ຖືກອອກແບບໃໝ່ໝົດ ທັງລັກສະນະ, ສີສັນພ້ອມກັບໃສ່ໂລໂກ້ຢ່າງສວຍງາມ ເພື່ອໃຫ້ເກີດຄວາມເຂົ້າກັນເວລາໃຊ້ຮ່ວມກັບຕົວເຄື່ອງ ຖືວ່າເປັນການໃສ່ໃຈລາຍລະອຽດເລັກໆນ້ອຍໆ ທີ່ທາງ OPPO ບໍ່ໄດ້ເບິ່ງຂ້າມໄປ.

ສະເປັກໂດຍລວມຂອງ OPPO RENO 5 MARVEL EDITION

  • ໜ້າຈໍ AMOLED ຂະໜາດ 6.4inch, ຄວາມລະອຽດ Full HD+, ອັດຕາຣີເຟດຢູ່ທີ່ 90Hz
  • ຊິບ : Qualcomm Snapdragon 720G
  • ໜ່ວຍຄວາມຈຳ : RAM 8GB + 128GB, ຮອງຮັບ microSD card
  • ກ້ອງຫຼັງ 4 ໂຕ:
    ກ້ອງຫຼັກ 64MP(f/1.7)
    ກ້ອງ Ultra-Wide 8MP (f/2.2)
    ກ້ອງ Macro 2MP (f/2.4)
    ກ້ອງຈັບຄວາມເລິກ 2MP (f2/2.4)
  • ກ້ອງໜ້າ : 44MP
  • ເຊັນເຊີ້ : Fingerprint, geomagneti, proximit, accelerometer, gravity, gyroscope, pedometer
  • ການເຊື່ອມຕໍ່:
    Wi-Fi 802.11 a/b/g/n/ac
    Bluetooth 5.1
    ຫູຟັງ 3.5ມມ
    USB Type-C
  • ແບັດເຕີຣີ່ : 4310mAh, ຮອງຮັບການສາກໄວ Flash Charge 50W
  • ລະບົບປະຕິບັດການ : ColorOS 11.1 ໃນພື້ນຖານຂອງ Android 11
  • ຂະໜາດ : 159.1 x 73.3 x 7.7 mm
  • ນ້ຳໜັກ : 171 ກຣາມ.

ຂໍຂອບໃຈຂໍ້ມູນຈາກ :