ແຫຼ່ງນ້ຳມັນໃນຊິນຈຽງຜະລິດ “ນ້ຳມັນ-ກາສ” ທະລຸ 30 ລ້ານໂຕນ


ເມື່ອວັນຈັນ ທີ 21 ທັນວາ 2020 ທີ່ຜ່ານມາ ບໍ່ນ້ຳມັນທາຣິມ (Tarim Oilfield) ສັງກັດຂອງບໍລິສັດ ປິໂຕລຽມ ແຫ່ງ ສ.ປ.ປ.ຈີນ (CNPC) ຜູ່ຜະລິດນ້ຳມັນ ແລະ ກາສ ຊັ້ນນຳຂອງຈີນໄດ້ເປີດເຜີຍຜົນຜະລິດໃນປີ 2020 ມີປະລິມານສູງຮອດ 30 ລ້ານໂຕນທຽບເທົ່າກັບນ້ຳມັນດິບ (toe).

Tarim Basin ເຊິ່ງຕັ້ງຢູ່ໃນເຂດປົກຄອງຂອງເມືອງຊິນຈຽງອຸຍກູ ທາງຕາເວັນອອກສຽງເໜືອຂອງປະເທດຈີນ ເປັນບໍ່ນ້ຳມັນທີ່ມີຊັ້ນຫິນອັນເປັນແຫຼ່ງກຳເນີດຂອງນ້ຳມັນ (Petroliferous) ແຫ່ງສຳຄັນໃນຈີນ ແລະ ເປັນໜຶ່ງໃນແຫຼ່ງນ້ຳມັນທີ່ເຮັດການສຳຫຼວດໄດ້ຍາກທີ່ສຸດ ເນື່ອງຈາກວ່າມີສະພາບພື້ນຜິວ ແລະ ສະພາບໃຕ້ດິນອັນສະຫຼັບຊັບຊ້ອນ.

Tarim Oil Field | NrgEdge

Yang Xuewen ຜູ້ຈັດການທົ່ວໄປຂອງບໍ່ນ້ຳມັນທາຣິມ ໄດ້ກ່າວວ່າ ບໍລິສັດປິໂຕລຽມໄດ້ພັດທະນາ ແລະ ສ້າງແຫຼ່ງນ້ຳມັນ ແລະ ກາສ ລວມທັງໝົດ 32 ແຫ່ງໃນຊ່ວງ 31 ປີທີ່ຜ່ານມາ ມີຜົນຜະລິດລວມຫຼາຍກວ່າ 400 ລ້ານໂຕນທຽບເທົ່າກັບນ້ຳມັນດິບ.

Yang Xuewen ຍັງລະບຸວ່າ ນອກຈາກການສົ່ງກາສຜ່ານທໍ່ສົ່ງກາສທາງຕາເວັນຕົກ ຫາຕາເວັນອອກຂອງຈີນແລ້ວ ບໍ່ນ້ຳມັນແຫ່ງນີ້ຍັງຈັດສັນກາສທຳມະຊາດຫຼາຍກວ່າ 4 ພັນລ້ານແມັດກ້ອນແກ່ພື້ນທີ່ໂດຍຮອບບໍລິເວນຕອນໃຕ້ຂອງເມືອງຊິນຈຽງທຸກປີ ສ້າງປະໂຫຍດຕໍ່ຄົນໃນທ້ອງຖິ່ນຫຼາຍກວ່າ 4.3 ລ້ານຄົນ.

Large gas field discovered in Xinjiang's Tarim Basin - CGTN

ທັງນີ້ ແຜນການພັດທະນາຂອງບໍລິສັດ ປິໂຕລຽມ ຄາດການວ່າບໍ່ນ້ຳມັນທາຣິມຈະຍົກລະດັບປະລິມານຜົນຜະລິດຮອດ 40 ລ້ານໂຕນທຽບເທົ່າກັບນ້ຳມັນດິບພາຍໃນປີ 2025 ແລະ 50 ລ້ານໂຕນພາຍໃນປີ 2035.

ທີ່ມາ: https://today.line.me/th/v2/article/EwgKKR?utm_source=copyshare