ເຍົາວະຊົນ-ໄວໜຸ່ມຊາວໂປຣຕຸເກດຟ້ອງຮ້ອງ 33 ປະເທດໃນເອີຣົບສາເຫດຈາກການບໍ່ລົງມືແກ້ໄຂບັນຫາໂລກຮ້ອນແບບຈິງຈັງ


ກຸ່ມນັກຮຽນໂປຣຕຸເກດ 6 ຄົນ ຟ້ອງຮ້ອງ 33 ປະເທດໃນເອີຣົບ ໂດຍຊີ້ແຈງວ່າ ລັດຖະບານບໍ່ລົງມືແກ້ໄຂສະພາບພູມອາກາດປ່ຽນແປງ ແລະ ມັນຈະສົ່ງຜົນກະທົບຕໍ່ອະນາຄົດຂອງເຂົາເຈົ້າ.

ຜູ່ທີ່ຟ້ອງຮ້ອງແມ່ນມີອາຍຸຕັ້ງແຕ່ 8-21 ປີ ຊຸກດັນໃຫ້ລັດຖະບານໃນເອີຣົບ ມີມາດຕະການລົດແກ໊ສເຮືອນແກ້ວ ແລະ ຊີ້ແຈງວ່າ ຖ້າຫາກບໍ່ລົງມືແກ້ໄຂໄດ້ສຳເລັດ ຈະເປັນໄພຄຸກຄາມຕໍ່ຄວາມເປັນຢູ່ທີ່ດີ.
ສານສິດທິມະນຸດຊົນເອີຣົບ (European Court of Human) ໄດ້ຮັບຄຳຟ້ອງຮ້ອງດັ່ງກ່າວ ທີ່ຟ້ອງຫຼາຍປະເທດເຊັ່ນ ເຢຍລະມັນ, ຝຣັ່ງ, ສະຫະລາຊະອານາຈັກ ແລະ ກຣີກ ໂດຍຂະນະນີ້ກຳລັງເຂົ້າສູ່ຂະບວນການຕໍ່ໄປ ທີ່ຈະເຮັດໃຫ້ປະເທດທີ່ຈະເປັນຈຳເລີຍມາຕອບຂໍ້ຮ້ອງຮຽນ, ເຊິ່ງສານໃຫ້ເວລາແກ່ 33 ປະເທດ ຈົນເຖິງທ້າຍເດືອນກຸມພາ 2021 ໃນການຕອບຂໍ້ຮຽກຮ້ອງ ຍົກເວັ້ນຈະມີການຕົກລົງກັນສອງຝ່າຍກ່ອນຈະເຖິງວັນດັ່ງກ່າວ.

Andre Oliveria ອາຍຸ 12 ປີ ຊາວໂປຣຕຸເກດ ໜຶ່ງໃນຜູ່ຟ້ອງຮ້ອງ ທີ່ໄດ້ຮັບຜົນກະທົບຈາກອາກາດທີ່ຮ້ອນຂຶ້ນ ໃນຊ່ວງ 2-3 ປີທີ່ຜ່ານມາ ເຜີຍວ່າ ການຟ້ອງຮ້ອງຄັ້ງນີ້ ກໍເພື່ອກະຕຸ້ນໃຫ້ປະເທດລົງມືປະຕິບັດຢ່າງຈິງຈັງ ແລະ ມີຜູ່ສະໜັບສະໜຸນການຟ້ອງຮ້ອງຄັ້ງນີ້ເປັນຈຳນວນຫຼາຍ.

ທີ່ມາ: https://www.facebook.com/environman.th/posts/3248661255262299