Percy Jackson & the Olympians ຈະກັບມາອີກຄັ້ງ ໃນຮູບແບບຊີຣີໃນ Disney+


Percy Jackson & the Olympians ໜຶ່ງໃນຮູບເງົາທີ່ດັດແປງມາຈາກນະວະນິຍາຍແນວແຟນຕາຊີອີກເລື່ອງ.

ໃນປາຍປີ 2020 ທີ່ຜ່ານມາໄດ້ມີການປະກາດອອກມາຢ່າງເປັນທາງການຈາກທາງ Rick Riordan ຜູ້ແຕ່ງໜັງສືຕົ້ນສະບັບທີ່ໄດ້ອອກມາເປີດເຜີຍວ່າ ເຂົາໄດ້ຮັບແຮງສະໜັບສະໜູນຈາກເຫຼົ່າແຟນໆເປັນຢ່າງຍິ່ງ ແລະ ດ້ວຍແຮງສະໜັບສະໜູນນີ້ກໍເຮັດໃຫ້ Percy Jackson ຈະກາຍເປັນຊີຣີລົງໃຫ້ກັບທາງ Disney+ ແລ້ວເປັນທີ່ຮຽບຮ້ອຍ.

ເຊິ່ງຊີຣີທີ່ຈະລົງສາຍນີ້ຈະເປັນການນຳເອົາເນື້ອຫາຈາກສະບັບນິຍາຍ 5 ເຫຼັ້ມທຳອິດມາດັດແປງ ໂດຍເນື້ອຫາໃນຊີຊັນທຳອິດຈະກ່ຽວກັບນິຍາຍໃນເຫຼັ້ມ The Lighting Thief ເຊິ່ງທັງ Rick Riordan ແລະ Becky ພັນລະຍາຂອງລາວຈະໄດ້ມີສ່ວນໃນການສ້າງດ້ວຍ.

ກ່ອນໜ້ານີ້ Percy Jackson ເຄີຍໄດ້ຮັບການດັດແປງອອກມາເປັນຮູບເງົາໂດຍທາງ 20th Century Fox ປ່ອຍອອກມາເຖິງ 2 ພາກ ໄດ້ແກ່ The Lighting Thief ແລະ The Sea of Monsters ທີ່ໄດ້ທາງ Logan Lerman ມາຮັບບົດເປັນ Percy Jackson ເຊິ່ງຕົວໜັງໄດ້ຮັບກະແສຕອບຮັບແບບກາງໆ ແລະ ບໍ່ຄ່ອຍເປັນທີ່ຖືກໃຈແຟນໆໜັງສື ເນື່ອງຈາກມີການດັດແປງເນື້ອຫາທີ່ແຕກຕ່າງໄປຈາກຕົ້ນສະບັບໃນຫຼາຍສ່ວນ.

ເຊິ່ງສ່ວນຕົວຊີຣີທີ່ຈະອອກສາຍທາງ Disney+ ນີ້ ທາງຄະນະຜູ້ຈັດກໍໄດ້ເຜີຍອອກມາວ່າຈະອ້າງອີງຈາກນິຍາຍໃຫ້ຫຼາຍທີ່ສຸດ ແລະ ຈະໄດ້ລົງສາຍເມື່ອໃດນັ້ນ ເຮົາຄົງຕ້ອງຕິດຕາມລາຍລະອຽດກັນຕໍ່ໄປ.

ທີ່ມາ: https://web.facebook.com/khobsanung/photos/a.1798231347073815/2952771071619831/