ອິນໂດເນເຊຍ ພັດທະນາຊຸດວິເຄາະໂຄວິດແບບວິເຄາະຈາກລົມຫາຍໃຈມາໃຊ້ ຮູ້ຜົນພາຍໃນ 3 ນາທີ


ມະຫາວິທະຍາໄລອິນໂດເນເຊຍພັດທະນາເຄື່ອງກວດຫາເຊື້ອໂຄວິດ-19 ຈາກລົມຫາຍໃຈສຳເລັດ ພ້ອມນຳມາໃຊ້ງານແທ້ໄວໆນີ້.

ວັນທີ 27 ທັນວາ 2020 ທີ່ຜ່ານມາ ເວັບໄຊຂອງໜັງສືພິມ Strait Times ລາຍງານວ່າ ອິນໂດເນເຊຍມີແຜນທີ່ຈະນຳເຄື່ອງກວດຫາເຊື້ອໂຄວິດ-19 ຈາກລົມຫາຍໃຈ ຂອງມະຫາວິທະຍາໄລ Gadjah Mada ທີ່ໄດ້ມີການຄົ້ນຄິດມາຫຼາຍກວ່າ 9 ເດືອນໃນການພັດທະນາ ມາໃຊ້ງານ ໂດຍໄດ້ເນັ້ນຈຸດເດັ່ນເລື່ອງລາຄາທີ່ຖືກ ແລະ ຮັບຊາບຜົນໄດ້ຢ່າງໄວວາ.

ເຄື່ອງຕົວນີ້ມີຊື່ວ່າ GeNose C19 ເຊິ່ງທາງມະຫາວິທະຍາໄລເຜີຍວ່າໄດ້ສຳເລັດການທົດສອບເປັນທີ່ຮຽບຮ້ອຍ ແລະ ໄດ້ຮັບອະນຸມັດຈາກກະຊວງສາທາລະນະສຸກຂອງອິນໂດເນເຊຍ ໃຫ້ໄປໃຊ້ງານໄດ້ ເຊິ່ງທາງທີມວິໄຈຈະນຳເຄື່ອງນີ້ໄປໃຊ້ງານໃນສະຖານທີ່ສາທາລະນະເຊັ່ນ: ສະໜາມບິນ, ສະຖານີລົດໄຟ, ແລະ ໂຮງໝໍ ໂດຍເບື້ອງຕົ້ນໄດ້ມີການກຽມໄວ້ 100 ເຄື່ອງ ເຊິ່ງສາມາກວດໄດ້ 120.000 ຄົນ/ມື້ ແລະ ມີແຜນທີ່ຈະຜະລິດໃຫ້ໄດ້ 10.000 ເຄື່ອງພາຍໃນເດືອນກຸມພາ 2021 ນີ້.

ຕາມການລາຍງານລະບຸວ່າ ສາມາດຮັບຊາບຜົນກວດເຊື້ອຈາກເຄື່ອງນີ້ໄດ້ພາຍໃນ 3 ນາທີ ເຊິ່ງແບ່ງເປັນໄລຍະເວລາເກັບຕົວຢ່າງລົມຫາຍໃຈ 1 ນາທີ ແລະ ຈະຮູ້ຜົນໃນອີກ 2 ນາທີຫຼັງ ເຊິ່ງຈຸດເດັ່ນທີ່ສຳຄັນອີກຢ່າງຄືຄ່າໃຊ້ຈ່າຍສຳລັບການກວດແຕ່ລະຄັ້ງຢູ່ທີ່ 15.000 -25.000 ຣູເປຍ ຫຼື ປະມານ 11.000 – 19.000 ກີບເທົ່ານັ້ນ ຂະນະທີ່ວິທີການກວດແບບ Polymerase Chain Reaction ຫຼື PCR ທີ່ໃຊ້ຢູ່ອາດຈະມີຄ່າໃຊ້ຈ່າຍສູງເຖິງ 2.000.000 ຣູເປຍຕໍ່ຄັ້ງ.

ຂໍ້ມູນຫຼ້າສຸດຂອງກະຊວງສາທາລະນະສຸກອິນໂດເນເຊຍເປີດເຜີຍວ່າ ອິນໂດເນເຊຍມີຜູ່ຕິດເຊື້ອສະສົມລວມ 713.365 ເສຍຊີວິດ 21.237 ລາຍ (ທີ 27 ທັນວາ 2020) ຫຼາຍທີ່ສຸດເປັນອັນດັບທີ 1 ໃນພາກພື້ນອາຊີຕາເວັນອອກສຽງໃຕ້.

ທີ່ມາ: https://workpointtoday.com/indonesia-genose-c19/?fbclid=IwAR1bGGXvJnbI6Jlg362NueHQ0NCviC5sp4risF6XelQgjtqKNnx99SH3XtQ

https://www.aa.com.tr/en/latest-on-coronavirus-outbreak/indonesia-invents-breath-based-covid-19-detector/2091256