Twitter ເຜີຍຕົວເລກ BTS ຄອງອັນດັບສີລະປິນທີ່ຖືກ Retweet ຫຼາຍທີ່ສຸດໃນປີ 2020


Twitter ປ່ອຍບົດສະຫຼຸບສີລະປິນທີ່ຖືກ Retweet ຫຼາຍທີ່ສຸດຂອງປີ 2020 ຈາກຂໍ້ມູນຂອງ Twitter Data ທີ່ເຜີຍອອກມາໃນວັນ 7 ທັນວາ 2020 ທີ່ຜ່ານມາ 2 ສີລະປິນ K-pop ຢ່າງ BTS ແລະ BLACKPINK ໄດ້ຕິດທັອບ 10 ສີລະປິນທີ່ຖືກຣີທະວີດຫຼາຍທີ່ສຸດໃນປີ 2020 ກັບບັນດາສີລະປິນລະດັບໂລກ.

ໂດຍມີ BTS ຢູ່ອັນດັບ 1 ອີກຄັ້ງໃນປີນີ້ ສ່ວນ BLACKPINK ຢູ່ໃນອັນດັບທີ 7  ເຊິ່ງສະແດງໃຫ້ເຫັນເຖິງຄວາມນິຍົມຂອງ K-pop ໃນ Twitter ທົ່ວໂລກ ໂດຍລາຍຊື່ເຕັມໆທັງ 10 ອັນດັບໄດ້ແກ່:

  1. BTS
  2. Kanye West
  3. Beyonce
  4. Rihanna
  5. Justin Bieber
  6. Iamcardib
  7. BLACKPINK
  8. Drake
  9. Ariana Grande
  10. Taylor Swift

ຂະນະທີ່ Twitter ສ.ເກົາຫຼີເອງກໍໄດ້ສະຫຼຸບ 10 ອັນດັບສີລະປິນທີ່ຖືກຣີທະວີດຫຼາຍທີ່ສຸດໃນປີ 2020 ໂດຍ BTS ນຳມາເປັນທີ 1 ຕາມຄາດ ຕາມດ້ວຍ EXO, BLACKPINK, Seventeen, GOT7, NCT 127, TXT (TOMORROW x TOGETHER), ATEEZ, TREASURE, ແລະ Stray Kids

ທີ່ມາ: https://thestandard.co/twitter-unveiled-bts-number/