ຍີ່ປຸ່ນຫ້າມຊາວຕ່າງຊາດທຸກປະເທດເຂົ້າຍີ່ປຸ່ນ ຕັ້ງແຕ່ 28 ທັນວາ 2020 ເປັນຕົ້ນໄປ


ລັດຖະບານຍີ່ປຸ່ນຫ້າມຊາວຕ່າງຊາດທຸກປະເທດເຂົ້າຍີ່ປຸ່ນ ປ້ອງກັນໄວຣັດໂຄວິດ-19 ກາຍພັນລະບາດໃນປະເທດ ຂະນະທີ່ການຕິດເຊື້ອໃນປະເທດຍັງສາຫັດ ພົບຜູ່ປ່ວຍໃໝ່ 3.877 ລາຍໃນວັນດຽວ.

ວັນທີ 26 ທັນວາ 2020 ທີ່ຜ່ານມາ ສື່ທ້ອງຖິ່ນຂອງຍີ່ປຸ່ນຫຼາຍສຳນັກເຊັ່ນ ສຳນັກຂ່າວນິວເຄອິ ແລະ ສະຖານີໂທລະທັດ NTV ລາຍງານວ່າ ລັດຖະບານຍີ່ປຸ່ນມີມະຕິຫ້າມຊາວຕ່າງຊາດທຸກປະເທດເດີນທາງເຂົ້າຍີ່ປຸ່ນ ໂດຍຈະມີຜົນຕັ້ງແຕ່ວັນທີ 28 ທັນວາ 2020 ທີ່ຜ່ານມາ ຈົນເຖິງປາຍເດືອນມັງກອນ 2021.

ລາຍງານລະບຸວ່າ ສາເຫດທີ່ຍີ່ປຸ່ນຕັດສິນໃຈຫ້າມຊາວຕ່າງຊາດທຸກປະເທດເຂົ້າຍີ່ປຸ່ນ ເນື່ອງຈາກມີຄວາມກັງວົນເຖິງໄວຣັດໂຄວິດ-19 ທີ່ພົບມີການກາຍພັນລະບາດໃນຫຼາຍປະເທດ ແນວໃດກໍຕາມ, ມາດຕະການນີ້ຍັງຍົກເວັ້ນໃຫ້ພົນລະເມືອງຍີ່ປຸ່ນ ລວມທັງຊາວຕ່າງຊາດທີ່ມີຖິ່ນພຳນັກໃນຍີ່ປຸ່ນ ສາມາດເດີນທາງກັບຍີ່ປຸ່ນໄດ້ ແຕ່ຕ້ອງມີການກັກຕົວຕາມແນວທາງທີ່ລັດຖະບານກຳນົດ.

ການຕັດສິນໃຈຂອງລັດຖະບານຍີ່ປຸ່ນ ຫຼ້າສຸດເກີດຂຶ້ນຫຼັງຈາກໃນວັນທີ່ທາງການຍີ່ປຸ່ນເປີດເຜີຍວ່າ ພົບຜູ່ປ່ວຍທີ່ຕິດເຊື້ອໂຄວິດ-19 ກາຍພັນອີກ 2 ລາຍ ລາຍທຳອິດເປັນຜູ່ຊາຍທີ່ຫາກໍເດີນທາງກັບຈາກອັງກິດ ສ່ວນອີກລາຍເປັນຜູ່ຍິງ ບໍ່ມີປະຫວັດການເດີນທາງກັບຈາກອັງກິດ ແຕ່ເປັນສະມາຊິກຄອບຄົວດຽວກັບຜູ່ປ່ວຍຊາຍລາຍທຳອິດ.

ຂະນະທີ່ວັນທີ 25 ທັນວາ 2020 ທາງການຍີ່ປຸ່ນຫາກໍເປີດເຜີຍວ່າ ພົບຜູ່ຕິດເຊື້ອໂຄວິດ-19 ກາຍພັນ 5 ຄົນ ທັງໝົດເດີນທາງກັບຈາກອັງກິດ.

ທີ່ມາ: