ສາຍກິນອາຫານທະເລຕ້ອງລະວັງ! ຫຼັງນັກວິໄຈພົບໄມໂຄຣພລາສຕິກປົນເປື້ອນຢູ່ໃນຫອຍ-ກຸ້ງ-ໝຶກ


ຜົນການວິໄຈໃໝ່ພົບວ່າ ຫອຍເຊວ, ຫອຍແມງຜູ່ ແລະ ຫອຍນາງລົມ ມີລະດັບໄມໂຄຣພລາສຕິກ ປົນເປື້ອນຫຼາຍທີ່ສຸດໃນບັນດາອາຫານທະເລທັງໝົດ.

ນັກວິໄຈຈາກ Hull York Medical School ແລະ University of Hull ສຶກສາກວ່າ 50 ການສຶກສາຕັ້ງແຕ່ປີ 2014​-2020 ເພື່ອກວດສອບລະດັບໄມໂຄຣພລາສຕິກທີ່ປົນຢູ່ໃນສັດທະເລ ແລະ ສັດນ້ຳທີ່ມີເປືອກ.

ນັກວິໄຈພະຍາຍາມທຳຄວາມເຂົ້າໃຈຜົນກະທົບຕໍ່ສຸຂະພາບຂອງມະນຸດ ຈາກການບໍລິໂພກອາຫານທະເລທີ່ປົນເປື້ອນໄມໂຄຣພລາສຕິກ ທີ່ມາຈາກການປົນເປື້ອນໃນແຫຼ່ງນ້ຳ ແລະ ທະເລຈາກການຈັດການຂີ້ເຫຍື້ອພລາສຕິກທີ່ມີບັນຫາ.
Evangelos Danopoulos ຜູ້ທີ່ເຮັດການວິໄຈກ່າວວ່າ “ຂະນະນີ້ຍັງບໍ່ມີໃຜເຂົ້າໃຈເຖິງຜົນກະທົບຂອງໄມໂຄຣພລາສຕິກຕໍ່ສຸຂະພາບຂອງມະນຸດຢ່າງເຕັມຮູບແບບ ແຕ່ຫຼັກຖານການວິໄຈອື່ນໆຄາດການວ່າມັນເປັນອັນຕະລາຍ”

ການວິໄຈຍັງພົບວ່າ ຫອຍ ແລະ ໝຶກ ມີການປົນເປື້ອນໄມໂຄຣພລາສຕິກ 0-10.5 ໄມໂຄຣພລາສຕິກຕໍ່ກຣາມ ສັດປະເພດກຸ້ງ-ປູ ແລະ ເປືອກແຂງ ປົນເປື້ອນ 0.1-8.6 ໄມໂຄຣພລາສຕິກຕໍ່ກຣາມ ແລະ ໃນປາ 0-2.9 ໄມໂຄຣພລາສຕິກຕໍ່ກຣາມ. ບໍລິເວນທີ່ປົນເປື້ອນຫຼາຍທີ່ສຸດແມ່ນ ນອກຊາຍຝັ່ງອາຊີ ໂດຍນັກວິໄຈຄາດການວ່າພື້ນທີ່ເຫຼົ່ານີ້ເປັນພື້ນທີ່ ທີ່ມີມົນລະພິດພລາສຕິກຫຼາຍທີ່ສຸດ.

ທີ່ມາ: https://www.facebook.com/environman.th/posts/3306787142783043