KFC ຈັບມື Cooler Master ອອກຄອມທີ່ສາມາດອຸ່ນໄກ່ທອດໄດ້


ກ່ອນໜ້ານີ້ KFC ເຄີຍທະວິດວິດີໂອໂປຣໂໝດ ເຄື່ອງເກມພ້ອມກັບບ່ອນອຸ່ນໄກ່ໃນຕົວ ເຊິ່ງແຟນໆ KFC ແລະ ບັນດາເກມເມີ້ ຕ່າງກໍເບິ່ງວ່າເປັນວິດີໂອຕະຫຼົກໆທຳມະດາ ບໍ່ໜ້າຈະເຮັດອອກມາແທ້ ແຕ່ຜິດຄາດ! KFC ເອົາແທ້!! ຮ່ວມມືກັບ Cooler Master ເຮັດ Gaming PC  ພ້ອມກັບບ່ອນອຸ່ນໄກ່ໃນຕົວອອກມາແທ້.

KFConsole ມາພ້ອມກັບບອດ Intel NUC 9 Extreme ຂະໜາດ 1 TB ເຖິງ 2 ຕົວ (ພາບໂປຣໂໝດມີທັງ Barracuda ແລະ Firecuda ແຕ່ຍັງບໍ່ທັນຢືນຢັນວ່າສາມາດປັບແຕ່ງໄດ້ຫຼືບໍ່) ພ້ອມກັບໂຄສະນາວ່າ ຮອງຮັບ VR, ຫຼິ້ນເກມໄດ້ສູງສຸດ 240 fps ສົ່ງອອກພາບຣີເຟຣສເຣດສູງສຸດເຖິງ 240 Hz ເທິງໜ້າຈໍ 4K ແລະ ທີ່ສຳຄັນ ມີຊ່ອງໃສ່ Chicken Chamber ທີ່ສາມາດອຸ່ນໄກ່ໄດ້ແທ້.

KFC ຍັງບໍ່ເປີດເຜີຍລາຄາ ແລະ ວັນທີ່ຈະວາງຈຳໜ່າຍ, ແຕ່ເບິ່ງຈາກສະເປັກຄອມແບບນີ້ ລາຄາຄືຈະບໍ່ໜ້ອຍແນ່ນອນ ແຟນໆ KFC ຕັ້ງຕາຖ້າໃຫ້ດີໆ!

ທີ່ມາ:

https://www.blognone.com/node/120240

https://twitter.com/kfcgaming/status/1271487675929890816