APPLE ອາດຈະເລີ່ມຜະລິດລົດອັດຕະໂນມັດ ພາຍໃຕ້ Project Titan ພາຍໃນປີ 2024


ແຜນການຜະລິດລົດຂອງ APPLE ເລີ່ມອອກມາເປັນຮູບເປັນຮ່າງ ຫຼັງສະດຸດໄປໄລຍະໜຶ່ງ ເມື່ອວັນທີ 22 ທັນວາ 2020 ທີ່ຜ່ານມາ ສຳນັກງານຂ່າວຣອຍເຕີ (Reuters) ລາຍງານໂດຍອ້າງອີງຈາກແຫຼ່ງຂ່າວວົງໃນ ທີ່ອອກມາເປີດເຜີຍວ່າ APPLE ຕັ້ງເປົ້າທີ່ຈະເລີ່ມຜະລິດລົດໄຟຟ້າຂະນະຂັບເຄື່ອນອັດຕະໂນມັດພາຍໃນປີ 2021 ໂດຍຈະມີຊິ້ນສ່ວນສຳຄັນຄື “ເຕັກໂນໂລຊີແບັດເຕີຣີຊະນິດໃໝ່”

ໂຄງການນີ້ມີຊື່ວ່າ “Project Titan” ເຊິ່ງເປີດຕົວມາຕັ້ງແຕ່ປີ 2014 ແຕ່ໃນຊ່ວງ 4 ປີທຳອິດກັບບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ຈົນພວກເຂົາດຶງ “ດັກ ຟິວ” ອະດີດພະນັກງານ APPLE ທີ່ຍ້າຍໄປເຮັດວຽກກັບ Tesla ເປັນເວລາ 5 ປີ ກັບມາເບິ່ງໂປເຈັກນີ້ ແລະ ໄດ້ປົດພະນັກງານອອກເຖິງ 190 ເມື່ອປີກາຍ.

ຕັ້ງແຕ່ນັ້ນມາ ໂຄງການດັ່ງກ່າວກໍເລີ່ມມີຄວາມຄືບໜ້າຫຼາຍຂຶ້ນ ຈົນເຖິງມີການວາງແຜນທີ່ຈະສ້າງລົດສ່ວນບຸກຄົນ ເຊິ່ງຈະເນັ້ນໄປທີ່ກຸ່ມບໍລິໂພກທີ່ຕ້ອງການມີລົດໄຟຟ້າອັດຕະໂນມັດເປັນຂອງຕົນເອງ ເຊິ່ງຈະແຕກຕ່າງຈາກ ເວໂມ (Waymo) ລົດອັດຕະໂນມັດຂອງ Google ທີ່ເນັ້ນຕະຫຼາດໂຣໂບແທັກຊີເປັນຫຼັກ.

ຕາມລາຍງານລະບຸວ່າ ຈຸດເດັ່ນຂອງລົດແອັບເປິລຄືແບັດເຕີຣີຊະນິດໃໝ່ ທີ່ຈະຊ່ວຍລົດຕົ້ນທຶນ ແລະ ເພີ່ມໄລຍະທາງການຂັບຂີ່ໄດ້. ແຕ່ຢ່າງໃດກໍຕາມ ການອອກແບບແລະສ້າງລົດຂຶ້ນມາໃຫມ່ທັງໝົດ ເປັນເລື່ອງທີ່ທ້າທາຍຢ່າງຍິ່ງສຳລັບບໍລິສັດທີ່ຊຳນານເລື່ອງການຜະລິດອຸປະກອນເອເລັກໂທຣນິກ ຢ່າງ Tesla ຂອງອີລັອນມັສ ຍັງໃຊ້ເວລາເຖິງ 17 ປີ ກວ່າທີ່ຈະເລີ່ມເຮັດກຳໄລຈາກການຂາຍລົດໄດ້.

ມີການຄາດການວ່າ APPLE ຈະຕ້ອງຫາຄູ່ຮ່ວມ ຫຼື Partner ເປັນໂຮງງານປະກອບລົດຍົນ ຫຼື ອາດຈະໃຊ້ວິທີນຳລະບົບຂັບເຄື່ອນອັດຕະໂນມັດຂອງຕົນເອງໄປໃສ່ໃນລົດຂອງຜູ່ຜະລິດແບບດັ້ງເດີມກໍເປັນໄດ້.

ອຸປະສັກອີກຢ່າງໜຶ່ງຄື ເລື່ອງຂອງການລະບາດໂຣກໂຄວິດ-19 ທີ່ອາດຈະເຮັດໃຫ້ຂະບວນການເຮັດວຽກຊ້າອອກໄປອີກ ໂດຍແຫຼ່ງຂ່າວເບິ່ງວ່າຂະບວນການຜະລິດຍັງມີໂອກາດທີ່ຈະເຮັດບໍ່ໄດ້ຕາມເປົ້າ ເຮັດໃຫ້ຕ້ອງເລື່ອນອອກໄປເປັນປີ 2025 ຫຼື ຫຼັງຈາກນັ້ນແທນ.

ທີ່ມາ: https://workpointtoday.com/apple-project-titan/