ເຮືອບິນໂດຍສານ Sriwijaya Air ຂອງອິນໂດເນເຊຍ ຕົກກາງທະເລ ພ້ອມຜູ້ໂດຍສານກວ່າ 50 ຊີວິດ


ເກີດເຫດຍົນໂດຍສານ ຖ້ຽວບິນ SJ182 ຂອງສາຍການບິນສີຈາຍາແອ (Sriwijaya Air) ຂອງອິນໂດເນເຊຍປະສົບອຸບັດຕິເຫດຍົນຕົກກາງທະເລ ຫຼັງໄດ້ເດີນທາງອອກຈາກສະໜາມບິນໃນກຸງຈາກາຕາຂອງອິນໂດເນເຊຍໃນມື້ນີ້ວັນທີ 9 ມັງກອນ 2021 ຂະນະເດີນທາງມຸ່ງໜ້າຈາກກຸງຈາກາຕາໄປເມືອງປອນຕີນັດ (Pontianak) ໃນແຂວງກາລິມັນຕາເວັນຕົກ.

ຕາມລາຍງານຂ່າວລະບຸວ່າ ຍົນລຳນີ້ໄດ້ຂາດການຕິດຕໍ່ກັບບັງຄັບການບິນເມື່ອເວລາ 15.40 ໂມງ ຕາມເວລາທ້ອງຖິ່ນ ຂະນະບິນຢູ່ທີ່ຄວາມສູງກວ່າ 10.000 ຟຸດເໜືອທະເລ ຫຼັງເດີນທາງອອກຈາກກຸງຈາກາຕາໄດ້ພຽງ 4 ນາທີເທົ່ານັ້ນ ໂດຍໃນຊ່ວງທີ່ເກີດເຫດມີຜູ້ໂດຍສານແລະລູກເຮືອລວມກວ່າ 56 ຄົນ ໂດຍໃນຈຳນວນນີ້ມີເດັກນ້ອຍ 7 ຄົນ ແລະ ລູກເຮືອອີກ 6 ຄົນ.

ເບິ່ງວີດີໂອໄດ້ທີ່: https://twitter.com/breakingavnews/status/1347863350877839361

ສ່ວນຄວາມຄືບໜ້າໃນການຄົ້ນຫາ ຂະນະນີ້ເຈົ້າໜ້າທີ່ພົບຄາບນຳ້ມັນ ແລະ ເສດເຮືອບິນ ເຊິ່ງຄາດວ່າອາດຈະເປັນຍົນລຳດັ່ງກ່າວທີ່ສູນຫາຍການຕິດຕໍ່ໄປ ແລະ ກຳລັງເລັ່ງຄົ້ນຫາຜູ້ລອດຊີວິດຈາກເຫດການນີ້.

ທັງນີ້ ຍົນລຳດັ່ງກ່າວທີ່ເກີດເຫດເປັນຍົນໂບອິ້ງ 737-500 ແລະ ມີອາຍຸໃຊ້ງານ 27 ປີແລ້ວ.

ທີ່ມາ: